ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ກຸ່ມແນວໂຮມ ແນເປົ້າໂຈມຕີ ພວກນັກຮົບ ລັດອິສລາມ ໃນໂຮງໝໍເມືອງ Mosul


ທະຫານ ອີຣັກ ຄົນໜຶ່ງຖືປືນກົນ ໃນເວລາເດີນທາ ງໄປແຖວໜ້າໃນເມືອງ Mosul, ອີຣັກ, 6 ທັນວາ, 2016.
ທະຫານ ອີຣັກ ຄົນໜຶ່ງຖືປືນກົນ ໃນເວລາເດີນທາ ງໄປແຖວໜ້າໃນເມືອງ Mosul, ອີຣັກ, 6 ທັນວາ, 2016.

​ແນວ​ໂຮມນຳພາໂດຍ ສະຫະລັດ ທີ່ກຳລັງຕໍ່ສູ້ກັບພວກຫົວຮຸນແຮງ ລັດອິສລາມ ໃນ ອີຣັກ ແລະ ຊີເຣຍ ໄດ້ຕັ້ງໃຈ ໂຈມຕີໂຮງໝໍແຫ່ງ ໜຶ່ງໃນເມືອງ Mosul ວັນພຸດວານນີ້ ເພື່ອປ້ອງ ກັນກອງກຳລັງ ອີີຣັກ ຈາກພວກນັກຮົບລັດອິສລາມຫຼື IS ທີ່ຢູ່ໃນຕຶກນັ້ນ.

​ແນວ​ໂຮມໄດ້ກ່າວວ່າ ກອງກຳລັງ ອີຣັກ ໄດ້ຂໍ “ການສະໜັບສະໜູນ ດ່ວນ” ຫຼັງຈາກຖືກ ຍິງດ້ວຍປືນກົນ ແລະ ປືນຍິງ​ລະ​ເບີດ​ມື ຢ່າງໜັກຈາກກອງກຳລັງ IS ໃນຕຶກຫຼັງໜຶ່ງທີ່ໂຮງ ໝໍ Al Salem.

ມັນຍັງບໍ່​ເປັນ​ທີ່​ຈະ​ແຈ້ງເທື່ອວ່າ ມີຈຳນວນຜູ້ບາດເຈັບ ແລະ ເສຍຊີ ວິດຫລາຍ​ປານ​ໃດ ຈາກການໂຈມຕີດັ່ງກ່າວ.

ກຸ່ມລັດອິສລາມ ໄດ້ໃຊ້ໂຮງໝໍເປັນກອງບັນຊາການ ແລະ ການຄວບຄຸມ, ອີງຕາມການ ກ່າວ​ຂອງ​ກຸ່ມ​ແນວ​ໂຮມ. ການໂຈມຕີນັ້ນໄດ້ແນເປົ້າໂດຍສະເພາະເຈາະຈົງໃສ່ສະຖານທີ່ ບ່ອນພວກນັກຮົບ IS ໄດ້ຕໍ່ສູ້ກັບກອງກຳລັງ ອີຣັກ.

ກຸ່ມ​ແນວ​ໂຮມກ່າວວ່າ ພວກເຂົາເຈົ້າ “ໄດ້ປະຕິບັດຕາມກົດໝາຍ​ແຫ່ງ ຄວາມຂັດແຍ້ງ ດ້ວຍ​ກຳລັງອາວຸດ ແລະ ປະຕິບັດທຸກໆມາດຕະການປ້ອງກັນທີ່ສາມາດເຮັດໄດ້ໃນລະ ຫວ່າງ ການວາງແຜນ ແລະ ການລົງມືໂຈມຕີ ເພື່ອຫຼຸດຜ່ອນຄວາມສ່ຽງ ກ່ຽວກັບ ອັນ ຕະລາຍຕໍ່ຄົນທີ່ບໍ່ມີສ່ວນຮ່ວມໃນການຕໍ່ສູ້.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG