ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ພົນລະເຮືອນ ທີ່ເມືອງ Mosul ຢ້ານຖືກຈັບ​ ເປັນເຄື່ອງກຳບັງ ໃຫ້ກຸ່ມລັດອິສລາມ


ຊາວອີຣັກ ຜູ້ທີ່ຫາກໍໜີອອກມາຈາກເມືອງ Mosul, ຊຶ່ງເປັນເມືອງທີ່ໝັ້ນສຸດທ້າຍ ອັນສຳຄັນ ຂອງກຸ່ມລັດອິສລາມ (IS), ແມ່ນໄດ້ພົບກັບສະມາຊິກຄອບຄົວ ຜູ້ທີ່ໄດ້ໜີອອກມາເມື່ອສອງປີກ່ອນ ຢູ່ທີ່ສູນອົບພະຍົບ ໃນເຂດ Khazer.
ຊາວອີຣັກ ຜູ້ທີ່ຫາກໍໜີອອກມາຈາກເມືອງ Mosul, ຊຶ່ງເປັນເມືອງທີ່ໝັ້ນສຸດທ້າຍ ອັນສຳຄັນ ຂອງກຸ່ມລັດອິສລາມ (IS), ແມ່ນໄດ້ພົບກັບສະມາຊິກຄອບຄົວ ຜູ້ທີ່ໄດ້ໜີອອກມາເມື່ອສອງປີກ່ອນ ຢູ່ທີ່ສູນອົບພະຍົບ ໃນເຂດ Khazer.

ໃນ​ຂະນະ​ທີ່ກອງກຳລັງ​ແນວ​ໂຮມ ມຸ້ງໜ້າໄປສູ່ເມືອງ Mosul ຂອງອີຣັກ ດັ່ງທີ່ພວກ ເຫັນເຫດການ ລາຍງານວ່າ ພວກນັກລົບລັດອິສລາມ ໄດ້ຈັບເອົາພົນລະເຮືອນ ຈາກ ຄຸ້ມບ້ານຕ່າງໆ ຢູ່ເຂດນອກເມືອງ ແລະ ນຳໃຊ້ພວກເຂົາເຈົ້າເປັນ​ເຄື່ອງກຳບັງ ຂະນະ ທີ່ພວກເຂົາເຈົ້າຫາທາງປ້ອງກັນ ເມືອງໃຫຍ່ສຸດທ້າຍ ທີ່ພວກເຂົາຄວບຄຸມຢູ່ ໃນອີຣັກ.

ມາເຖິງຕອນນີ້ ການປະຕິບັດການທີ່ນຳພາໂດຍອີຣັກ ທີ່ກ່ຽວພັນກັບການຍຶດຄືນ ຄຸ້ມບ້ານ ຕ່າງໆ ພວມເດີນໜ້າເຂົ້າສູ່ເມືອງ Mosul ຈາກທາງ​ທິດໃຕ້ ທິດຕາເວັນອອກ ແລະ ທິດເໜືອ. ອົງການສະຫະປະຊາຊາດ ກ່າວວ່າ ພົນລະເຮືອນ ຫຼາຍກວ່າ 10,000 ຄົນ ໄດ້ຫລົບໜີອອກຈາກເຮືອນຊານບ້ານຊ່ອງຂອງພວກເຂົາເຈົ້າ ທັງຢູ່ໃນ ແລະ ອ້ອມແອ້ມ ເມືອງ Mosul ໂດຍກໍ່ໃຫ້ເກີດຄວາມກັງວົນ ກ່ຽວກັບຊີວິດການເປັນຢູ່ຂອງພວກເຂົາເຈົ້າ ແລະ ຄວາມອາດສາມາດ​ໃນ​ການ​ຮັບ​ມື​ທາງດ້ານມະນຸດສະທຳຕ່າງໆ ເປັນຕົ້ນ.

ກຸ່ມປົກປ້ອງສິດທິມະນຸດ HRW ຍັງໄດ້ສະແດງຄວາມກັງວົນ ໃນວັນພະຫັດມື້ນີ້ ກ່ຽວກັບ ກຳລັງຂອງຊາວເຄີດ ຜູ້ທີ່ມີບົດບາດອັນສຳຄັນ ໃນການບຸກໂຈມຕີ ແລະ ອັນທີ່ກຸ່ມນີ້ ກ່າວວ່າ ເປັນການຈັບ​ກຸມ​ຄຸມຂັງ​ໂດຍ​ພະລະການ ພວກຜູ້ຊາຍ ແລະ ພວກເດັກຊາຍ ທີ່ພະຍາຍາມໜີອອກຈາກເມືອງ Mosul.

ກຸ່ມ HRW ກ່າວວ່າ ອິງຕາມພວກຄົນອື່ນໆ ຜູ້ທີ່ໄດ້ຫລົບໜີອອກມາ, ພວກຜູ້ຊາຍ ແລະ ພວກເດັກຊາຍ ອາຍຸ 15 ປີຂຶ້ນໄປ ແມ່ນໄດ້ຖືກແຍກອອກຈາກຄອບຄົວຂອງພວກ ເຂົາເຈົ້າ ເພື່ອການກວດສອບຕື່ມອີກເພື່ອໃຫ້ແນ່ໃຈວ່າ ພວກເຂົາ ບໍ່ເປັນເຄືອຂ່າຍ ຂອງກຸ່ມລັດອິສລາມ. ຂັ້ນຕອນນີ້ ສາມາດໃຊ້ເວລາຫຼາຍສັບປະດາ. ລາຍງານຂອງກຸ່ມນີ້ ໄດ້ກ່າວວ່າ ບັນດາເຈົ້າໜ້າທີ່ ຊາວເຄີດ ໄດ້ເນັ້ນຢ້ຳ “ຄວາມພະຍາຍາມອັນເຄັ່ງຄັດ” ທີ່ຈະປະຕິບັດຕາມມາດຕະຖານສາກົນ ໃນການກວດສອບໃນດ້ານຄວາມປອດໄພ.

ທ່ານນາງ Lama Fakih ຜູ້ອຳນວຍການ HRW ປະຈຳພາກພື້ນຕາເວັນອອກກາງ
ແລະ ທະວີບອາຟຣິກາເໜືອ ໄດ້ກ່າວວ່າ ຄວາມຈຳເປັນທີ່ຈະຕ້ອງໄດ້ກວດສອບ ແມ່ນເປັນທີ່ເຂົ້າໃຈໄດ້ ແຕ່ວ່າການຄຸມຕົວ ພວກຜູ້ຊາຍ ອາຍຸ 15 ຂຶ້ນໄປ ທັງໝົດ ຍ້ອນວ່າພວກເຂົາ ໄດ້ອາໄສຢູ່ໃນດິນແດນທີ່ຄວບຄຸມໂດຍກຸ່ມລັດອິສລາມນັ້ນ ຖືວ່າເປັນການຈຳແນກກີດ​ກັນ.

ທ່ານນາງ ເວົ້າວ່າ “ໂດຍທີ່ພວກຜູ້ຊາຍ ແລະພວກເດັກຊາຍເຫຼົ່ານີ້ ໄດ້ທົນທຸກຜ່ານ ມາແລ້ວ ການກວດສອບຄວນດຳເນີນໄປຢ່າງວ່ອງໄວ ແລະ ໃນແນວທາງ ທີ່ນັບຖື ສິດທິສ່ວນບຸກຄົນ.”

ໃນວັນພະຫັດເຊັ່ນກັນ ອົງການ ອະນາໄມໂລກ ຫຼື WHO ໄດ້ກ່າວວ່າ ຕົນ ແລະ ທາງ ການສາທາລະນະສຸກ ຂອງອີຣັກ ແມ່ນເລັ່ງການຕອບສະໜອງໃຫ້ການຊ່ອຍເຫຼືອແກ່ ພວກພົນລະເມືອງ Mosul ທີ່ລັ່ງໄຫລອອກມາ ລວມທັງການບໍລິການຄລີນິກສຸຂະພາບ​ເຄື່ອນ​ທີ່ 46 ຄັນ ໄປຍັງພື້ນທີ່ຕ່າງໆ ທີ່ເປັນບູລິມະສິດ ທົ່ວອີຣັກ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG