ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ກອງກຳລັງຮ່ວມພັນທະມິດ ເປີດສາກໂຈມຕີ ທາງອາກາດ ໃສ່ເມືອງ ໂມຊູລ


ຜູ້ຊາຍ ອີຣັກ ຄົນໜຶ່ງຮ້ອງໄຫ້ຢູ່ໃກ້ໆກັບເຮືອນຂອງລາວ ບ່ອນທີ່ລາວກ່າວວ່າ ສະມາຊິກຄອບຄົວຂອງລາວ 23 ຄົນ ໄດ້ຖືກຂ້າຕາຍໃນລະຫວ່າງການຕໍ່ສູ້ກັບພວກລັດອິສລາມໃນ
ພາກຕາເວັນຕົກຂອງເມືອງ ໂມຊູລ, ອີຣັກ. 24 ມີນາ, 2017.
ຜູ້ຊາຍ ອີຣັກ ຄົນໜຶ່ງຮ້ອງໄຫ້ຢູ່ໃກ້ໆກັບເຮືອນຂອງລາວ ບ່ອນທີ່ລາວກ່າວວ່າ ສະມາຊິກຄອບຄົວຂອງລາວ 23 ຄົນ ໄດ້ຖືກຂ້າຕາຍໃນລະຫວ່າງການຕໍ່ສູ້ກັບພວກລັດອິສລາມໃນ ພາກຕາເວັນຕົກຂອງເມືອງ ໂມຊູລ, ອີຣັກ. 24 ມີນາ, 2017.

ບັນດາເຈົ້າໜ້າທີ່ ສະຫະລັດ ໄດ້ຍອມຮັບວ່າ ກອງທັບພັນທະມິດນຳໜ້າໂດຍ ສະຫະລັດ ໄດ້ເປີດການໂຈມຕີທີ່ພວກຜູ້ເຫັນເຫດການກ່າວວ່າ ໄດ້ຂ້າພົນລະເຮືອນຫຼາຍກວ່າ 100
ຄົນ ໃນລະຫວ່າງການຕໍ່ສູ້ເພື່ອຍຶດຄືນເມືອງ Mosul ຈາກພວກຫົວຮຸນແຮງລັດອິສລາມ.

ແນວໃດກໍຕາມ, ໃນວັນອາທິດມື້ນີ້, ພວກພົນລະເຮືອນບາງຄົນໄດ້ກ່າວວ່າ ລົດບັນທຸກ
ລະເບີດຂະໜາດໃຫຍ່ທີ່ຖືກເຮັດໃຫ້ລະເບີດຂຶ້ນໂດຍພວກລັດອິສລາມໃນຂົງເຂດດັ່ງ
ກ່າວ ອາດມີສ່ວນຮັບຜິດຊອບສຳລັບຜູ້ບາດເຈັບ ແລະ ເສຍຊີວິດບາງຄົນຢູ່ໃນອາຄານ
ຕ່າງໆ.

ແນ່ນອນສິ່ງທີ່ໄດ້ເກີດຂຶ້ນໃນເມືອງ ໂມຊູລ ເມື່ອສອງສາມມື້ທີ່ຜ່ານມາແມ່ນຍາກທີ່ຈະລະ
ບຸໄດ້.

ການປະກາດໂດຍເຈົ້າໜ້າທີ່ ສະຫະລັດ ໃນວັນເສົາວານນີ້ໄດ້ເກີດຂຶ້ນ ຫຼັງຈາກລັດຖະ
ບານ ອີຣັກ ໄດ້ກ່າວ ໃນຕອນເຊົ້າຂອງມື້ດຽວກັນວ່າ ພວກເຂົາເຈົ້າຈະຢຸດການຕໍ່ສູ້ເພື່ອ ຍຶດຄືນເມືອງ ໂມຊູລ ຈາກພວກ ຈີຮາດ ລັດອິສລາມໄວ້ຊົ່ວຄາວ ຫຼັງຈາກໄດ້ມີການລາຍ ງານເຖິງຈຳນວນພົນລະເຮືອນເສຍຊີວິດ ແລະ ບາດເຈັບຢ່າງໜັກໜ່ວງ, ອີງຕາມການ ກ່າວຂອງໂຄສົກກອງກຳລັງຮັກສາຄວາມປອດໄພ.

ພັນທະມິດນຳໜ້າໂດຍ ສະຫະລັດ ທີ່ຕໍ່ສູ້ກັບພວກ IS ໄດ້ກ່າວໃນຖະແຫຼງການສະບັບ
ໜຶ່ງວ່າ ພວກເຂົາເຈົ້າໄດ້ “ເປີດການປະເມີນຜົນຈຳນວນພົນລະເຮືອນທີ່ໄດ້ຮັບບາດ
ເຈັບ ແລະ ເສຍຊີວິດທີ່ໜ້າເຊື່ອຖືໄດ້ຢ່າງເປັນທາງການ”
ໃນການກ່າວຫາ ທີ່ການ
ໂຈມຕີໂດຍພັນທະມິດເມື່ອບໍ່ດົນມານີ້ໄດ້ສັງຫານພົນລະເຮືອນຫຼາຍກວ່າ 100 ຄົນໃນ
ໝູ່ບ້ານ Jidideh ຂອງເມືອງ ໂມຊູລ.

ຖະແຫຼງການສະບັບໜຶ່ງຂອງພັນທະມິດໄດ້ກ່າວວ່າ “ເປົ້າໝາຍຂອງພວກເຮົາແມ່ນ ບໍ່ໃຫ້ມີການເສຍຊີວິດ ແລະ ບາດເຈັບຂອງພົນລະເມືອງໂດຍຕະຫຼອດມາ, ແຕ່ພັນ
ທະມິດຈະບໍ່ປະຖິ້ມຄຳໝັ້ນສັນຍາຂອງພວກເຮົາຕໍ່ຄູ່ຮ່ວມ ອີຣັກ ຂອງພວກເຮົາ
ຍ້ອນວ່າ ກົນລະຍຸດທີ່ອະມະນຸດຂອງພວກ ISIS ແມ່ນກຳລັງຄຸກຄາມພວກພົນລະ
ເຮືອນ, ໃຊ້ມະນຸດເປັນເຄື່ອງກຳບັງ, ແລະ ຕໍ່ສູ້ຈາກສະຖານທີ່ໆຖືກປ້ອງກັນເຊັ່ນ
ໂຮງຮຽນ, ໂຮງໝໍ, ສະຖານທີ່ທາງສາສະໜາ ແລະ ໝູ່ບ້ານຂອງພົນລະເຮືອນ."

ISIS ແມ່ນອັກສອນຫຍໍ້ອີກອັນໜຶ່ງສຳລັບພວກລັດອິສລາມ.

ນອກນັ້ນ ຖະແຫຼງການດັ່ງກ່າວໄດ້ເວົ້າວ່າ ເຮືອບິນຫຼາຍລຳຂອງພັນທະມິດ “ໄດ້ໂຈມ ຕີຢ່າງເປັນປະຈຳ” ໃສ່ເປົ້າໝາຍພວກ IS ໃນໝູ່ບ້ານ ແລະ ກອງກຳລັງພັນທະມິດ “ໄດ້ລະມັດລະວັງຢ່າງຮອບຄອບ ໃນລະຫວ່າງ ການວາງແຜນ ແລະ ການດຳເນີນ ການໂຈມຕີທາງອາກາດ ເພື່ອຫຼຸດຜ່ອນຄວາມສ່ຽງຂອງອັນຕະລາຍຕໍ່ພົນລະເຮືອນ."

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG