ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໗ ເມສາ ໒໐໒໔

4 ຄົນ ເສຍຊີວິດ ໃນອຸບັດເຫດ ເຮືອບິນຕົກ ຢູ່ຣັດເຊຍ


ຫົວເຮືອບິນ ທີ່ຫັກອອກຈາກລໍາຕົວ
ຫົວເຮືອບິນ ທີ່ຫັກອອກຈາກລໍາຕົວ
​ເຮືອບິນ​ໂດຍສານຣັດ​ເຊຍ​ລໍາ​ນຶ່ງ ​ແລ່ນ​ເຈືອດ​ອອກ​ຈາກ​ທາງ​ແລ່ນ​ ລ່ວງ​ເຂົ້າ​ໄປ​ໃນ​ຖະໜົນ ຫຼວງສາຍ​ນຶ່ງ​ ນອກ​ນະຄອນຫຼວງມອສໂຄ ​ເມື່ອ​ວັນ​ເສົາ​ວານ​ນີ້ ​ຍັງ​ຜົນ​ໃຫ້​ພະນັກງານ​ເຮືອ ບິນສີ່​ຄົນ​ໃນ​ແປ​ດ​ຄົນເທິງ​ເຮືອບິນ​ ເສຍ​ຊີວິດ.

ເຮືອບິນ​ໂດຍສານ TU-204 ທີ່​ເຮັດ​ໂດຍຣັດ​ເຊຍລໍາ​ນັ້ນ ກໍາລັງ
ບິນກັບຄືນ​ມາ​ຈາກ​ປະ​ເທດ ສາທາລະນະ​ລັດ Czech ​ແລະ
​ພະຍາຍາມ​ລົງຈອດ​ທີ່​ສະໜາມ​ບິນ Vnukovo. ຫຼັງຈາກ​ແລ່ນ​
ເຈືອດ​ອອກ​ຈາກ​ທາງ​ແລ່ນລົງ ​ເຮືອບິນ​ລໍາ​ດັ່ງກ່າວ​ກໍ​ແຕກ​ຫັກ​ເປັນຫຼາຍປ່ຽງ ​ແລະທາງ​ຫົວ​ເຮືອ​ບິນຫ້ອງຄົນ​ຂັບ ​ໄປຕົກ​ຢູ່​ເທິງ​ຖະໜົນ​ທີ່​ເປັນ​ນໍ້າກ້ອນ ​ແລະ​ສ່ວນ​ອື່ນໆ​ຂອງ​ເຮືອ​ບິນໄອ​ພົ່ນນັ້ນ ຕົກ​ຄ້າງ​ຢູ່​ນອກ​ຮົ້ວ​ຂອງ​ສະໜາມ​ບິນ.

ທາງ​ການຣັດ​ເຊຍ​ເວົ້າ​ວ່າ ພະນັກງານ​ປະ​ຈໍາ​ເຮືອບິ​ນອີກ​ສີ່​ຄົນ​ ບາດ​ເຈັບແລະບໍ່​ມີ​ຄົນ​ໂດຍ ສານ​ຈັກ​ຄົນ ຢູ່​ເທິງ​ເຮືອບິນ. ເວລາ​ນີ້​ກໍາລັງ​ສືບສວນ​ຫາ​ສາ​ເຫດ​ຂອງ​ອຸບັດ​ເຫດ​ນີ້​ຢູ່.

​ເຮືອບິນ​ໂດຍສານ ລຸ້ນ TU-204 ​ເປັນ​ເຮືອບິນ​ທີ່​ອອກແບບ​ໃນ​ສະ​ໄໝ​ໂຊ​ຫວຽດ ​ແລະ​ສ້າງ​ໃນ​ຊຸມ​ປີ 1990 ​ແລະຕາມ​ທີ່ລາຍ​ງານນັ້ນ ​ບໍ່​ປາກົດວ່າ​ເຮືອບິນ​ລຸ້ນ TU-204 ນີ້ ເກີດ​ອຸບັດ​ເຫດ​ໃຫຍ່​ຂະໜາດ​ນີ້​ຈັກ​ເທື່ອ​ເລີຍ
XS
SM
MD
LG