ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ອະດີດ ປະທານາທິບໍດີ ອີຈິບ ທ່ານ Morsi ຈະຖືກດໍາເນີນຄະດີ


ຮູບໂພສເຕີ ຂອງອະດີດ ປະທານາທິບໍດີ ອີຈິບ ທ່ານ Mohammed Morsi ຖືກພວກປະທ້ວງປະຖີ້ມໄວ້ ຢູ່ກອງຂີ້ເຫຍື້ອ.
ຮູບໂພສເຕີ ຂອງອະດີດ ປະທານາທິບໍດີ ອີຈິບ ທ່ານ Mohammed Morsi ຖືກພວກປະທ້ວງປະຖີ້ມໄວ້ ຢູ່ກອງຂີ້ເຫຍື້ອ.
ສື່​ຂອງ​ລັດຖະບານ​ອີ​ຈິບ ລາຍ​ງານ​ວ່າ ປະທານາທິບໍດີ Moham-
med Morsi ທີ່​ຖືກ​ໄລ່​ອອກ​ໄປ​ນັ້ນ ຈະ​ຖືກດໍາ​ເນີນ​ຄະດີ ​ໃນ​ຂໍ້​ຫາ
ກໍ່​ຄວາມ​ຮຸນແຮງ ​ແລະ​ຄາດ​ຕະກໍາ.

​ລາຍ​ງານ​ຂ່າວ​ອ້າງ​ຄໍາ​ເວົ້າຂອງ​ໄອ​ຍະ​ການ​ຫລວງ ທີ່​ກ່າວວ່າ
ທ່ານ Morsi ຈະ​ຖືກດໍາ​ເນີນ​ຄະດີ ຮ່ວມ​ກັບຜູ້​ຕ້ອງສົງ​ໄສ​ຄົນ​ອື່ນໆ
ອີກ 14 ຄົນ. ບໍ່​ໄດ້ມີ​ການ​ປະກາດໃຫ້​ຊາບ​ກ່ຽວ​ກັບ ວັນ​ເວລາ​ເທື່ອ.
ຂໍ້​ກ່າວ​ຫາຕໍ່ທ່ານ Morsi ແມ່ນ​ສືບ​ເນື່ອງ​ມາ​ຈາກ​ການ​ຕໍ່ສູ້ກັນ ລະ
ຫວ່າ​ງ ຜູ້​ສະໜັບ​ສະ​ໜູນ ທ່ານ​ແລະ​ຝ່າຍ​ຄ້ານ ຢູ່​ນອກ​ທໍານຽບປະ
ທານາທິບໍດີ ​ໃນເດືອນ​ທັນວາທີ່​ຜ່ານ​ມາ ທີ່​ສົ່ງ​ຜົນ​ໃຫ້ 7 ຄົນເສຍ
ຊີວິດ.

ທ່ານ Morsi ບໍ່​ໄດ້ປະກົດ​ໂຕ​ໃຫ້​ເຫັນໃນທີ່ສາທາລະນະ ນັບ​ຕັ້ງ​
ແຕ່​ທະຫານໄດ້​ຂັບ​ໄລ່ທ່ານ​ອອກ​ຈາກ​ອໍານາດ ເມື່ອ​ວັນ​ທີ 3 ​ກໍລະ
ກົດເປັນ​ຕົ້ນ​ມາ. ພວກ​ສະໜັບສະໜູນ​ພັກ​ພະລາ​ດອນ​ພາບຫົວ
​ອິສລາມ ທີ່​ຮຽກຮ້ອງ​ໃຫ້​ເອົາ​ທ່ານ Morsi ​ຄືນ​ມາ​ປະ​ຈໍາ​ໜ້າ​ທີ່
ໄດ້​ຕັ້ງຄ້າຍ​ປະ​ທ້ວງ​ສອງ​ຄ້າຍ​ໃຫຍ່​ຂຶ້ນຢູ່ໃນ​ກຸງ​ໄຄ​ໂຣ.

​ຕໍາຫລວດ​ໄດ້​ເຂົ້າ​ກວາດ​ລ້າງ​ຄ້າຍເຫລົ່າ​ນັ້ນ​ໃນທ້າຍເດືອນກໍລະກົດ ​ເຮັດ​ໃຫ້ພົນລະເຮືອນ
​ຫລາຍ​ຮ້ອຍ​ຄົນ​ເສຍ​ຊີວິດ ​ແຕ່ພັກ​ພະລາດອນ​ພາບກ່າ​ວວ່າ​ ​ຈໍານວນ​ຜູ້​ເສຍ​ຊີວິດມີ​ຫລາຍ​ພັນ​ຄົນ.

ຝ່າ​ຍທະຫານ​ໄດ້​ຕັ້ງ​ລັດຖະບານ​ຮັກສາ​ການ​ຊົ່ວຄາວ​ຂຶ້ນ ​ແລະ​ໃຫ້​ຄໍາ​ໝັ້ນ​ສັນຍາ​ຈະຈັດ
ການ​ເລືອກ​ຕັ້ງ​ໃໝ່ ​ແລະ​ດັດ​ແກ້​ລັດຖະທໍາ​ມະນູນ ທີ່​ພວກ​ຫົວ​ອິສລາມ​ຮ່າງ​ຂຶ້ນ​ນັ້ນ.

ປະທານາທິບໍດີຊົ່ວຄາວ ທ່ານ Adly Mansour ​ໄດ້​ປະກາດ​ແຕ່ງຕັ້ງຄະນະ​ກໍາມະການ
ທີ່​ມີສະມາຊິກ 50 ຄົນ ​ເພື່ອ​ປຶ​ກສາ​ຫາລື​ຂໍ້​ສະ​ເໜີຕ່າງໆ ກ່ຽວ​ກັບ​ການປ່ຽນ​ແປງ​ລັດຖະ
ທໍາ​ມະນູນ​ໃໝ່ນັ້ນ.​
XS
SM
MD
LG