ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ແມ່ຍິງຈຳນວນຫຼາຍກວ່າເກົ່າ ພາກັນບັນລະຍາຍວ່າ ທ່ານ Trump ໄດ້ຈູບ ແລະ ລູບຄຳພວກເຂົາເຈົ້າ


ທ່ານນາງ Jessica Leeds ເດິີນທາງຮອດຕຶກໄປອາພາເມັ້ນຂອງລາວ. 12 ຕຸລາ 2016.
ທ່ານນາງ Jessica Leeds ເດິີນທາງຮອດຕຶກໄປອາພາເມັ້ນຂອງລາວ. 12 ຕຸລາ 2016.

ການກ່າວຫາເພີ່ມເຕີມໄດ້ປາກົດອອກມາໃນວັນພຸດວານນີ້ ລວມມີຜູ້ລົງແຂ່ງຂັນເອົາຕຳ ແໜ່ງປະທານາທິບໍດີຈາກພັກຣີພັບບລີກັນ ທ່ານ Donald Trump ແລະ ສິ່ງທີ່ບັນດາແມ່ ຍິງຫຼາຍຄົນໄດ້ອະທິບາຍວ່າກເປັນເຫດການຂອງການລູບຄຳ ຫຼື ຈູບພວກເຂົາເຈົ້າຢູ່ເທິງ ເຮືອບິນລຳໜຶ່ງ, ພາຍໃນຕຶກ Trump Tower ໃນນະຄອນ ນິວຢອກ ແລະ ຢູ່ສະຖານທີ່ ບັນເທີງ Mar-a-Lago ຂອງທ່ານໃນລັດ Florida. ແລະ ການໂຄສະນາຫາສຽງຂອງ ທ່ານນາງ Clinton ແມ່ນກຳລັງປະເຊີນໜ້າກັບຂໍ້ໂຕ້ຖຽງ ທີ່ມີຜົນເນື່ອງມາຈາກອີເມລ ຕ່າງໆຂຽນໂດຍພະນັກ ງານ ເຊິ່ງຖືກລັກເຈາະຂໍ້ມູນອອກມາ ແລະ ເປີດເຜີຍໂດຍເວັບ ໄຊທ໌ WikiLeaks.

ຄວາມຄິດໂດຍທົ່ວໄປໃນລາຍງານທີ່ຖືກຂຽນໃນໜັງສືພິມ New York Times, Palm Beach Post ແລະ People Magazine ແມ່ນບັນດາແມ່ຍິງທີ່ໄດ້ເຫັນໃນວິດີໂອ ທີ່ໄດ້ ປາກົດອອກມາໃນສັບປະດາແລ້ວ ນີ້ ເຊິ່ງທ່ານ Trump ໄດ້ຖືກບັນລະຍາຍວ່າ ຈູບ ແລະ ລູບຄຳແມ່ຍິງໂດຍບໍ່ໄດ້ຮັບອະນຸຍາດຈາກພວກເຂົາເຈົ້າ ແລະ ຕໍ່ມາການບໍ່ຍອມຮັບຂອງ ທ່ານໃນການໂຕ້ວາທີກັບຝ່າຍກົງຂ້າມທ່ານນາງ Hillary Clinton ໃນວັນອາທິດທີ່ຜ່ານ ມາ.

ຜູ້ຖືກສະເໜີຊື່ແຂ່ງຂັນເອົາຕຳແໜ່ງປະທານາທິບໍດີ ສະຫະລັດ ທ່ານ Donald Trump ສະແດງປະ ຕິກິລິຍາ ໃນການຊຸມນຸມໂຄສະນາຫາສຽງ ທີ່ເມືອງ Panama, ລັດ Florida. 11 ຕຸລາ 2016.
ຜູ້ຖືກສະເໜີຊື່ແຂ່ງຂັນເອົາຕຳແໜ່ງປະທານາທິບໍດີ ສະຫະລັດ ທ່ານ Donald Trump ສະແດງປະ ຕິກິລິຍາ ໃນການຊຸມນຸມໂຄສະນາຫາສຽງ ທີ່ເມືອງ Panama, ລັດ Florida. 11 ຕຸລາ 2016.

ທ່ານ Trump ໄດ້ກ່າວວ່າ “ບໍ່, ຂ້ອຍບໍ່ໄດ້ເຮັດ,” ເມື່ອຜູ້ດຳເນີນລາຍການໂຕ້ວາທີ Anderson Copper ຈາກໂທລະພາບ CNN ໄດ້ຖາມຜູ້ລົງແຂ່ງຂັນຄົນດັ່ງກ່າວວ່າ ໄດ້ ເຮັດສິ່ງຕ່າງໆທີ່ທ່ານໄດ້ເວົ້າໂອ້ອວດໃນເທັບອັດສຽງນັ້ນ ຫຼື ບໍ່.

ທ່ານ Trump, ທະນາຍຄວາມຂອງທ່ານ ແລະ ການໂຄສະນາຫາສຽງຂອງທ່ານໃນບ່າຍ ວັນພຸດວານນີ້ ໄດ້ປະຕິເສດຢ່າງແຂງຂັນ ຕໍ່ການກ່າວຫາຄັ້ງຫຼ້າສຸດ ກ່ຽວກັບ ການປະພຶດ ທີ່ບໍ່ເໝາະສົມທີ່ວ່າທ່ານ Trumpເຮັດຂຶ້ນ.

ບົດເລື່ອງຂອງໜັງສືພິມ Times ໄດ້ພາດຂ່າວເຖິງແມ່ຍິງສອງຄົນ, ລວມທັງນັກທຸລະກິດ ຍິງຄົນໜຶ່ງຜູ້ທີ່ໄດ້ຖືກອະທິບາຍວ່າ ນັ່ງຢູ່ທາງຂ້າງທ່ານ Trump ໃນຖ້ຽວບິນເດີນທາງໄປ ຍັງນະຄອນ ນິວຢອກ. ລາວໄດ້ກ່າວວ່າ ທ່ານ Trump ໄດ້ຈັບນົມຂອງລາວ ແລະ ໄດ້ພະ ຍາຍາມທີ່ຈະປ່ອນມືຂອງທ່ານເຂົ້າໄປໃນກະໂປ່ງຂອງລາວ

ທ່ານນາງ Jessica Leeds ໄດ້ກ່າວຕໍ່ໜັງສືພິມ Times ວ່າ “ລາວເປັນຄືກັບປາເມິກ ຍັກໂຕໜຶ່ງ, ມືຂອງລາວຈະມີຢູ່ທົ່ວທຸກບ່ອນ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG