ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

Ivory Coast ຮຽກຮ້ອງໃຫ້ ປະເທດ ຕາເວັນຕົກ ຊ່ວຍປາບ ປາມໄພຂົ່ມຂູ່ ຈາກພວກ al-Qaida ຕື່ມ.


ເດັກຍິງຄົນໜຶ່ງ ຍ່າງຜ່ານກຳແພງທີ່ມີໂຕໜັງສືຂຽນ ກ່ຽວກັບ ເຄືອຂ່າຍ al-Qaida ໃນບໍລິເວນທີ່ມີຄົນມຸສລິມອາໄສຢູ່ເມືອງ Kano ທາງພາກເໜືອຂອງປະເທດ Nigeria.
ເດັກຍິງຄົນໜຶ່ງ ຍ່າງຜ່ານກຳແພງທີ່ມີໂຕໜັງສືຂຽນ ກ່ຽວກັບ ເຄືອຂ່າຍ al-Qaida ໃນບໍລິເວນທີ່ມີຄົນມຸສລິມອາໄສຢູ່ເມືອງ Kano ທາງພາກເໜືອຂອງປະເທດ Nigeria.

ຜູ້ຊ່ຽວຊານ ອາຟຣິກາ ຄົນໜຶ່ງກ່າວວ່າ ການໂຈມຕີໃນວັນອາທິດ ວານນີ້ໃນ ປະເທດ Ivory Coast ຄວນເບ່ິງເຫັນວ່າເປັນຄວາມພະ ຍາຍາມຂອງພວກ al-Qaida ເພື່ອທຳລາຍການເຕີບໂຕທາງດ້ານ ເສດຖະກິດ ແລະ ຄວາມໝັ້ນຄົງທາງດ້ານການເມືອງຂອງປະເທດ ນັ້ນ.

ທະຫານ ຝຣັ່ງ ຢືນຈັດລະບຽບ ໃນລະຫວ່າງພິທີມອບຮັບພາລະກິດ Timbuktu ຈາກ ຝຣັ່ງ ໃຫ້ກັບ ເບີກິນາ ຟາໂຊ ທີ່ສະໜາມບິນ Timbuktu, 23 ເມສາ 2013.
ທະຫານ ຝຣັ່ງ ຢືນຈັດລະບຽບ ໃນລະຫວ່າງພິທີມອບຮັບພາລະກິດ Timbuktu ຈາກ ຝຣັ່ງ ໃຫ້ກັບ ເບີກິນາ ຟາໂຊ ທີ່ສະໜາມບິນ Timbuktu, 23 ເມສາ 2013.

ທ່ານ J. Peter Pham, ຜູ້ອຳນວຍການແຫ່ງສູນກາງ ອາຟຣິກາ ທີ່ສະພາ Atlantic ທີ່ມີຫ້ອງການຕັ້ງຢູ່ ສະຫະລັດ, ເປັນນັກຄົ້ນ ຄວ້າດ້ານການພົວພັນສາກົນ ກ່າວວ່າ ມັນຈະເປັນເລື່ອງໂສກນາດ ຕະກຳຖ້າທຸກໆຄວາມກ້າວໜ້າທີ່ປະເທດ Cote d’Ivoire ໄດ້ສ້າງ ມາໃນ 4 ປີທີ່ຜ່ານມາຖືກຫັນເຫໄປຍ້ອນພວກ al-Qaida. ທ່ານ ກ່າວວ່າ ສະຫະລັດ ແລະ ຝຣັ່ງ ເຊິ່ງ Cote d’Ivoire ເຄີຍເປັນອະ ດີດຫົວເມືອງຂຶ້ນນັ້ນ ຄວນເຮັດທຸກໆຢ່າງທີ່ພວກເຂົາເຈົ້າສາມາດ ເຮັດໄດ້ ເພື່ອຊ່ວຍເຫຼືອບັນດາປະເທດ ອາຟຣິກາ ທີ່ພະຍາຍາມ ຊ່ວຍເຫຼືອພວກເຂົາເຈົ້າເອງນັ້ນ.

ທ່ານກ່າວວ່າ “ການໂຈມຕີແນ່ນອນແມ່ນເປັນຕາຢ້ານ ແລະ ຄວນ ຖືກກ່າວປະນາມ. ມັນສະແດງໃຫ້ເຫັນທັງຄວາມໂຫດຮ້າຍຂອງ ພວກ al-Qaida ໃນອົງການ Magreb ອິສລາມ ແລະ ພັນທະ ມິດຂອງພວກເຂົາ ແລະ ຄວາມໂຫດຮ້າຍທີ່ພວກເຂົາໄດ້ຂ້າປະ ຊາຊົນຜູ້ບໍລິສຸດ ຜູ້ທີ່ພະຍາຍາມຫຼົບໜີຈາກຄວາມຮ້ອນແຫ່ງນະ ຄອນຫຼວງ Abidjan ໄປພັກຜ່ອນທ້າຍສັບປະດາຢູ່ທີ່ຫາດຊາຍ ແຄມທະເລ.”

ໃນທາງກົງກັນຂ້າມ, ທ່ານ Pham ກ່າວວ່າ ການໂຈມຕີບໍ່ໄດ້ເຮັດໃຫ້ລາວແປກໃຈ ເພາະວ່າ ຕັ້ງແຕ່ການເຂົ້າໄປແຊກແຊງຂອງ ຝຣັ່ງ ໃນປະເທດ ມາລີ ເມື່ອປີ 2003, ມັນໄດ້ມີຄວາມເປັນ ຫ່ວງໃນປະຊາຄົມນານາຊາດວ່າ ພວກ al-Qaida ໃນອົງການ Magreb ອິສລາມ ແລະ ພັນ ທະມິດຂອງພວກເຂົາ ໄດ້ພະຍາຍາມທີ່ຈະໂຈມຕີປະເທດທີ່ມີຄວາມໝັ້ນຄົງຢູ່ເໜືອຂອບເຂດ ຂອງພາກພື້ນ Sahel ເພື່ອສະແດງໃຫ້ເຫັນເຖິງການມີອິດທິພົນຂອງພວກເຂົາ.

ທ່ານໄດ້ກ່າວວ່າ ການໂຈມຕີໃນປະເທດ Ivory Coast ບໍ່ແມ່ນຍ້ອນການເມືອງບໍ່ມີຄວາມໝັ້ນ ຄົງ ແລະ ຄວາມເຄັ່ງຕຶງຂອງຊົນເຜົ່າທີ່ສົ່ງຜົນມາຈາກຄວາມຂັດແຍ້ງ ໃນການເລືອກຕັ້ງປະທາ ນາທິບໍດີຂອງປະເທດໃນປີ 2010. ໃນທາງກົງກັນຂ້າມ, ທ່ານ Pham ໄດ້ກ່າວວ່າ ປະເທດ Ivory Coast ໄດ້ປະຕິບັດໜ້າທີ່ຂອງຕົນເປັນຢ່າງດີໃນເວລາ 4 ປີທີ່ຜ່ານມາ.

Ivory Coast Attack
please wait
Embed

No media source currently available

0:00 0:01:15 0:00

XS
SM
MD
LG