ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຄະນະກຳມະການ ສະພາສູງ ຈະລົງຄະແນນສຽງຢັ້ງຢືນ ຮັບເອົາ ລມຕ ການຕ່າງປະເທດ


ຜູ້ຖືກແຕ່ງຕັ້ງໃຫ້ເປັນລັດຖະມົນຕີ ການຕ່າງປະເທດ ທ່ານ ເຣັກສ ທິລເລິສັນ ໃຫ້ການ ຢູ່ທີ່ລັດຖະສະພາ ຫຼື Capitol Hill, ໃນວັນທີ 11 ມັງກອນ 2017, ຊ້ອງໜ້າ ຄະນະກຳມາທິການ ດ້ານການຕ່າງປະເທດ ຂອງສະພາສູງ.
ຜູ້ຖືກແຕ່ງຕັ້ງໃຫ້ເປັນລັດຖະມົນຕີ ການຕ່າງປະເທດ ທ່ານ ເຣັກສ ທິລເລິສັນ ໃຫ້ການ ຢູ່ທີ່ລັດຖະສະພາ ຫຼື Capitol Hill, ໃນວັນທີ 11 ມັງກອນ 2017, ຊ້ອງໜ້າ ຄະນະກຳມາທິການ ດ້ານການຕ່າງປະເທດ ຂອງສະພາສູງ.

ຜູ້ແທນສະພາສູງສອງທ່ານ ທີ່ມີອິດທິພົນ ສັງກັດພັກ ຣິພັບຼິກັນ ໄດ້ພາກັນເດີນຕາມ ຮອຍຂອງປະທານາທິບໍດີ ດາເນີລ ທຣຳ ໂດຍໃຫ້ການສະໜັບສະໜູນ ທ່ານ ເຣັກສ ທິລເລິສັນ ຜູ້ຖືກສະເໜີຊື່ ໃຫ້ເປັນ ຣມຕ ຕ່າງປະເທດ ສົ່ງເສີມໂອກາດ ໃຫ້ຜູ້ກ່ຽວ ໄດ້ຮັບການຢືນຢັນໃນສັບປະດານີ້ ເວລາສະພາດັ່ງກ່າວປະຕິບັດງານ ເພື່ອປະກອບ ຣັດຖະບານໃໝ່ ໃຫ້ຄົບຊຸດ.

ປະທານາທິບໍດີ ຣັດເຊຍ ທ່ານ ວລາດີເມຍ ພູຕິນ ມອບຫລຽນຂອງຣັດເຊຍ ໃຫ້ແກ່ຫົວໜ້າອຳນວຍການ ຂອງບໍລິສັດ ExxonMobil ທ່ານ ເຣັກສ ທິລເລິສັນ, ວັນທີ 21 ມິຖຸນາ 2012.
ປະທານາທິບໍດີ ຣັດເຊຍ ທ່ານ ວລາດີເມຍ ພູຕິນ ມອບຫລຽນຂອງຣັດເຊຍ ໃຫ້ແກ່ຫົວໜ້າອຳນວຍການ ຂອງບໍລິສັດ ExxonMobil ທ່ານ ເຣັກສ ທິລເລິສັນ, ວັນທີ 21 ມິຖຸນາ 2012.

ທັງສະມາຊິກສະພາສູງ ຈອນ ມັກເຄນ ຈາກຣັດ ອາຣິໂຊນາ ກັບ ທ່ານ ລິນຊີ ແກຣມ
ຈາກ ຣັດ South Carolina ຕ່າງກໍເວົ້າ ໃນຖະແຫຼງການຮ່ວມ ໃນວັນອາທິດວານນີ້
ວ່າ “ເຖິງແມ່ນວ່າ ພວກເຮົາຍັງມີ ຄວາມກັງວົນ ກ່ຽວກັບການຕົກລົງ ຂອງເພິ່ນ ໃນອະດີດ ກັບຣັດຖະບານຣັດເຊຍ ແລະ ປະທານາທິບໍດີ ວລາດີເມຍ ພູຕິນ ກໍຕາມ ແຕ່ພວກເຮົາກໍເຊື່ອວ່າ ທ່ານ ທິລເລິສັລ ຈະເປັນຜູ້ມີປະສິດທິຜົນ ໃນໜ້າທີ່ ຂອງ
ທ່ານ ເພື່ອຜົນປະໂຫຽດຂອງ ສະຫະລັດ."

ສາຍພົວພັນແບບສະບາຍສະບາຍ ຂອງຫົວໜ້າບໍຣິຫານບໍຣິສັດນໍ້າມັນເອັກຊອນໂມບິລ ທ່ານນີ້ ກັບ ປະທານາທິບໍດີ ຣັດເຊຍ ທ່ານວລາດິເມຍ ພູຕິນ ໄດ້ສ້າງຄວາມກັງວົນ ແລະ ສິ່ງອຶ່ນໆອີກ ໃຫ້ແກ່ທ່ານ ມັກເຄນ.

ທ່ານ ມັກເຄນ ໄດ້ກ່າວຢູ່ໃນລາຍການໂທລະພາບປະຈຳສັບປະດາຂອງ ເອບີຊີ ວ່າ “ນີ້ບໍ່ແມ່ນວຽກງານງ່າຍ ແຕ່ຂ້າພະເຈົ້າກໍເຊື່ອວ່າ ເມື່ອມີການສົງໄສຫຽັງ ປະທາ ນາທິບໍດີຜູ້ທີ່ກຳລັງຈະມາກຳຕໍ່າ ແໜ່ງໃໝ່ ມັກຈະໄດ້ຮັບຜົນປະໂຫຽດ.”

ຫຼາຍໆຊົ່ວໂມງຕໍ່ມາ ລຸນຫຼັງການສາບານໂຕເຂົ້າຮັບຕໍ່າແໜ່ງ ໃນວັນສຸກຂອງທ່ານ ດາເນີລ ທຣຳ ແລ້ວ ສະພາສູງ ກໍໄດ້ຢືນຢັນຢ່າງຖ້ວມລົ້ນ ການເລືອກເອົາຜູ້ນຳ ທຳນຽບຫ້າແຈ ແພນຕາກອນ ກັບຜູ້ນຳ ກຊ ຮັກສາຄວາມປອດໄພພາຍໃນ. ສຳລັບ ຜູ້ທີ່ຖືກສະເໜີຊື່ຄົນອື່ນໆ ກໍແມ່ນມີທ່າທາງວ່າ ຈະເປັນໄປຢ່າງດີ.

ເຖິງແມ່ນການສະໜັບສະໜູນຈາກທ່ານ ມັກເຄນ ແລະທ່ານ ແກຣມ ຈະເປັນການສົ່ງ ເສີມການລົງຄະແນນສຽງກໍຕາມ ແຕ່ຕ່າງຄົນກໍບໍ່ມີຜູ້ໃດ ສັງກັດຢູ່ໃນຄະນະ ກຳມາ
ທິການພົວພັນຕ່າງປະເທດ ຊຶ່ງການລົງຄະແນນສຽງດັ່ງກ່າວ ຈະມີຂຶ້ນໃນຕອນບ່າຍ ວັນຈັນມື້ນີ້. ທ່ານ ມາໂກ ຣູບີໂອ ສະມາຊິກສະພາສູງ ຈາກ ຣັດ ຟລໍຣິດາ ສັງກັດຢູ່ໃນ ຄະນະກຳມາທິການດັ່ງກ່າວ ແຕ່ຍັງບໍ່ໄດ້ປະກາດວ່າ ຜູ້ກ່ຽວຈະໃຫ້ການໜູນຫຼັງ ທ່ານ ທິລເລິສັນ ຫຼືບໍ່.

More Trump Nominees Face Senate Confirmation Votes
please wait

No media source currently available

0:00 0:02:48 0:00


ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG