ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ເຮືອບິນຮົບ ຊີເຣຍ ແລະ ຣັດເຊຍ ໂຈມຕີພວກກະບົດ ເປົ້າໝາຍຂອງຕົນ


ເຈົ້າໜ້າທີ່ປ້ອງກັນພົນລະເຮືອນ ຊ່ວຍກັນມອດໄຟໃນເຮືອນ
ຫຼັງໜຶ່ງ ລຸນຫຼັງການໂຈມຕີທາງອາກາດຢູ່ເມືອງ Maarat al-Nuaman, ແຂວງ Idlib, ຊີເຣຍ. 25 ມີນາ, 2017.
ເຈົ້າໜ້າທີ່ປ້ອງກັນພົນລະເຮືອນ ຊ່ວຍກັນມອດໄຟໃນເຮືອນ ຫຼັງໜຶ່ງ ລຸນຫຼັງການໂຈມຕີທາງອາກາດຢູ່ເມືອງ Maarat al-Nuaman, ແຂວງ Idlib, ຊີເຣຍ. 25 ມີນາ, 2017.

ເຮືອບິນຮົບຂອງລັດຖະບານ ຊີເຣຍ ກັບພັນທະມິດ ຣັດເຊຍ ໄດ້ພາກັນໂຈມຕີເປົ້າໝາຍ
ຢູ່ທົ່ວປະເທດໃນວັນເສົາວານນີ້ ເຮັດໃຫ້ປະຊາຊົນເສຍຊີວິດຢ່າງຫຼວງຫຼາຍ ລວມທັງ
ພວກຄົນໂທດ ຢູ່ໃນຄຸກແມ່ຍິງທີ່ພວກກະບົດຍຶດຄອງ ໃນເມືອງ Idlib ທາງພາກຕາເວັນ
ຕົກສຽງເໜືອ.

ລາຍລະອຽດ ກ່ຽວກັບ ການໂຈມຕີຄຸກດັ່ງກ່າວໃນຄໍ່າຄືນຜ່ານມາ ຍັງບໍ່ເປັນທີ່ຈະແຈ້ງໃນ
ວັນເສົາວານນີ້. ແຕ່ວ່າພວກຕິດຕາມເຫດການດ້ານສິດທິມະນຸດໃນ ຊີເຮຍ ກ່າວວ່າ ພວກ
ທີ່ເສຍຊີວິດໃນຄຸກມີນັກໂທດ 16 ຄົນລວມທັງພະນັກງານຄຸກນຳ. ພວກນັກສັງເກດການ
ກ່າວວ່າ ພວກນັກໂທດບາງຄົນຖືກຂ້າ ໂດຍພວກນາຍຍາມ ເວລາພວກເຂົາເຈົ້າຈະໂຕນ
ໜີ ຫຼັງຈາກເຮືອບິນໂຈມຕີທາງອາກາດ.

ໃນອີກດ້ານນຶ່ງ ພວກຜູ້ຕິດຕາມເຫດການເວົ້າວ່າ ກຳລັງຂອງລັດຖະບານໄດ້ແນເປົ້າ
ໝາຍໃສ່ທີ່ໝັ້ນຂອງພວກກະບົດ ຢູ່ທາງພາກຕາເວັນອອກຂອງນະຄອນຫຼວງດາມັສກັສ
ບ່ອນທີ່ຢ່າງໜ້ອຍມີຜູ້ຄົນ 16 ຄົນເສຍຊີວິດ ແລະ 50 ຄົນໄດ້ຮັບບາດເຈັບຢູ່ໃນເມືອງ
Hamoria.

ການບຸກໂຈມຕີຂອງລັດຖະບານທີ່ບັນລະຍາຍວ່າ ເປັນຄັ້ງທີ່ໜັກທີ່ສຸດຄັ້ງນຶ່ງ ໃນຮອບ
ຫຼາຍໆອາທິດຜ່ານມາ ໄດ້ມີຂຶ້ນໃນຫຼາຍໆມື້ລຸນຫຼັງພວກກະບົດໄດ້ຊອກຫາຊ່ອງທາງໂຄ່ນ
ລົ້ມລັດຖະບານຂອງປະທານາທິບໍດີ Bashar al-Assad ໂດຍການບຸກຫຼອນໂຈມຕີນະ
ຄອນຫຼວງ ດາມັສກັສໂດຍ ເລັດລອດເຂົ້າໄປໃນນະຄອນຫຼວງໂດຍອຸບໂມງ.

ການໂຈມຕີໃນປັດຈຸບັນ ແມ່ນຢູ່ທາງພາກເໜືອທີ່ແຂວງ ຮາມາ ບ່ອນທີ່ພວກກະບົດຍຶດ ຄອງໄດ້ປະມານ ສິບກວ່າຫົວເມືອງແລະໝູ່ບ້ານຕ່າງໆ

ນັບແຕ່ວັນຈັນເປັນຕົ້ນມາ. ພວກນັກສັງເກດການກ່າວວ່າ ພວກກະບົດໄດ້ບຸກຄືບໜ້າ
ເຂົ້າໄປຍຶດໄດ້ຖານທັບຂອງຣັດຖະບານຫຼາຍກິໂລແມັດຢູ່ນອກເມືອງ ໃນວັນພຸດຜ່ານມາ.

ແຕ່ພວກຕິດຕາມເຫດການລາຍງານໃນວັນເສົາວານນີ້ວ່າ ລັດຖະບານໄດ້ຍິງລູກຈະ
ຫຼວດໃສ່ຢ່າງໜັກ ເຮັດໃຫ້ພວກກະບົດຕ້ອງຖອຍອອກໄປຈາກທີ່ໝັ້ນທີ່ຍຶດໄດ້ບາງແຫ່ງ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG