ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ບໍ່ຕ່ຳກວ່າ 16 ຄົນ ເສຍຊີວິດ ໃນການໂຈມຕີ ທາງອາກາດ ໃສ່ຄຸກ ຢູ່ ຊີເຣຍ 


ແຜນທີ່ແຂວງ Idlib ແລະແຂວງ Homs ຂອງຊີເຣຍ
ແຜນທີ່ແຂວງ Idlib ແລະແຂວງ Homs ຂອງຊີເຣຍ

ກຸ່ມ​ສັງ​ເກດ​ການ​ກຸ່ມ​ນຶ່ງ ໃນ​ຊີ​ເຣຍ ກ່າວ​ວ່າ ມີ​ຢ່າງ​ໜ້ອຍ 16 ຄົນ​ ເສຍ​ຊີວິດ ​ໃນການ​
ໂຈມຕີ​ທາງ​ອາກາດຕໍ່​ຄຸກ​ແຫ່ງ​ນຶ່ງ​ໃນພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ​ຊີ​ເຣຍ.

ກຸ່ມສິ້ງຊອມ​ສິດທິ​ມະນຸດ​ໃນ​ຊີ​ເຣຍ ທີ່​ມີ​ສຳ​ນັກງານ​ຕັ້ງຢູ່​ອັງກິດ ກ່າວ​ໃນ​ວັນ​ເສົາ​ມື້ນີ້
ວ່າ ມີ​ພວກ​ນັກ​ໂທດ ແລະ​ພວກ​ຍາມ​ ​ໄດ້​ເສຍ​ຊີວິດ ​ໃນ​ການ​ໂຈມ​ຕີ​ທາງ​ອາກາດ ທີ່​
ເມືອງ Idlib ທີ່​ຄວບ​ຄຸມ​ໂດຍ​ພວກ​ຕໍ່ຕ້ານ​ລັດຖະບານ.

ກຸ່ມ​ສິ້ງຊອມ​ສິດທິ​ມະນຸດ​ໃນ​ຊີ​ເຣຍ ​ໄດ້​ຮັບ​ລາຍ​ງານ​ທີ່​ແຈ້ງວ່າ ພວກເສຍ​ຊີວິດບາງ​
ຄົນ​ພວມ​ພາກັນ​ຫລົບໜີ ຫຼັງ​ຈາກ​ການ​ໂຈມ​ຕີ​ທາງ​ອາກາດ​ເລີ້ມຂຶ້ນ​ ແລະໄດ້​ຖືກ​ຍິງ
​ຕາຍ ​ໂດຍ​ພວກ​ຍາມ​ຄຸກ.

​ເມືອງ Idlib ​ເປັນ​ທີ່​ໝັ້ນ ຂອງ​ພວກ​ຕໍ່ຕ້ານ​ລັດຖະບານ ບ່ອນ​ທີ່​ເຮືອບິນ​ລົບຣັດ​ເຊຍ
​ໄດ້​ທຳ​ການ​ໂຈມ​ຕີ​ທາງ​ອາກາດ ​ເພື່ອ​ສະໜັບສະໜຸນ ​ປະທານາທິບໍດີ Bashar al-
Assad​.

ນັບ​ແຕ່​ປີ 2011 ​ເປັນຕົ້ນມາ ບັນຫາ​ຂັດ​ແຍ້​ງ​ໃນ​ຊີ​ເຣຍ ​ໄດ້​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດໄປ
​ແລ້ວ 400,000 ຄົນ ໄດ້​ຮັບ​ບາດ​ເຈັບ​ອີກ​ຫຼາຍກວ່າ 1 ລ້ານ​ຄົນແລະ​ເຮັດ​ໃຫ້​ເຄິ່ງນຶ່ງ​
ຂອງ​ປະຊາຊົນ​ຊາວ​ຊີ​ເຣຍຢູ່​ໃນ​ປະ​ເທດ ບໍ່​ມີ​ບ່ອນພັກ​ພາ​ອາ​ໄສ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG