ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພວກ​ກູ້​ໄພ​ ຍັງ​ສືບ​ຕໍ່ ຊອກ​ຄົ້ນຫາ ພວກທີ່ຍັງ​ຫາຍ​ສາບ​ສູນ ​ໃນ​ເຫດ​ດິນ​ເຈື່ອນ ​ຢູ່ພາກ​ໃຕ້​​ຈີນ


ພວກ​ກູ້​ໄພ ຊອກ​ຄົ້ນ​ຫາ ຜູ້​ທີ່​ອາດ​ລອດ​ຊີວິດ​ມາ​ໄດ້​ໃນ​ຊາກ​ຫັກ​ພັງ ​ ​ໃນ ​ເຂດ​ອຸດສາຫະກຳ Shenzhen ທີ່ ​ແຂວງ Guangdong ທາງພາກ​ໃຕ້​ຈີນ 20 ທັນວາ, 2015.
ພວກ​ກູ້​ໄພ ຊອກ​ຄົ້ນ​ຫາ ຜູ້​ທີ່​ອາດ​ລອດ​ຊີວິດ​ມາ​ໄດ້​ໃນ​ຊາກ​ຫັກ​ພັງ ​ ​ໃນ ​ເຂດ​ອຸດສາຫະກຳ Shenzhen ທີ່ ​ແຂວງ Guangdong ທາງພາກ​ໃຕ້​ຈີນ 20 ທັນວາ, 2015.

ພວກ​ກູ້​ໄພ​ແລະ​ຊອກ​ຄົ້ນຫາ ​ໄດ້ພົບເຫັນ​ສົບ​ຄົນຕາຍ​ຜູ້​ນຶ່ງ​ ໃນ​ຊາກ​
ຫັກ​ພັງ​ຂອງ​ເຫດ​ດິນ​ເຈື່ອນ ທີ່​ໄດ້​ຖະຫຼົ່ມ​ສວນອຸດສາຫະກຳ​ ທາງ
​ພາກໃຕ້​ຂອງ​ຈີນ ​ໃນ​ວັນ​ອາທິດ​ຜ່ານ​ມາ​ນີ້.

ການ​ພົບ​ເຫັນ​ໃນ​ວັນ​ອັງຄານ​ມື້​ນີ້ ແມ່ນເປັນ​ຂີດໝາຍຂອງ​ການ
​ຢືນຢັນ​ກ່ຽວ​ກັບຜູ້​ຄົນ​ທີ່​ເສຍ​ຊີວິດ​ເປັນ​ລາຍ​ທຳ​ອິດ ​ຈາກໄພພິບັດ
​ຄັ້ງ​ນີ້ ທີ່​ສວນອຸດສາຫະກຳ Hengtaiyu ​ໃນເຂດເສດຖະກິດພິ
​ເສດ Shenzhen ​ແຂວງ Guangdong. ພວກກູ້ໄພສຸກເສີນ
ໄດ້ປະຕິບັດງານ​ ແບບບໍ່​ມີ​ການຢຸດເຊົາ​ເລີຍນັ້ນ ​ໃນ​ການ​ຊອກ
​ຄົ້ນ​ຫາ​ຜູ້​ທີ່​ອາດ​ລອດ​ຊີວິດ​ມາ​ໄດ້​ໃນ​ຊາກ​ຫັກ​ພັງ ​ແລະ​ຂີ້ຕົມ ທີ່​ທັບ
​ຖົມ ​ໃນ​ບໍລິ​ເວນ​ກວ້າງ​ເຖິງ 380,000 ຕາລາງ​ແມັຕ​ ຊຶ່ງໃຊ້​ທັງ​ເຄື່ອງຍົນ​ທີ່​ບໍ່​ມີ​ຄົນ​ຂັບ ​ແລະ​ເຄື່ອງ​ຈັກ​ທີ່​ມີ​ຄວາມ​ແຮງ​ສູງ ​ໃນ​ການ​ຊອກ​ຄົ້ນ​ຫາພວກ​ເຄາະ​ຮ້າຍທີ່​ວ່າ​ນີ້ ບາງ​ບ່ອນ​ລົງ​ເລິກ​ເປັນ 10 ແມັດ​ ກໍ​ຍັງ​ມີ.

Shenzhen, China.
Shenzhen, China.

ມີ​ປະມານ 81 ຄົນ ທີ່​ຍັງ​ຫາຍ​ສາຍ​ສູນ ​ໃນໄພພິບັດຄັ້ງ​ນີ້ ຊຶ່ງ​ຫຼຸດ​ລົງ​ມາ​ຈາກ 91 ຄົນ ​ໃນ​ເຊົ້າ​ຂອງ​ວັນ​ຈັນ​ວານ​ນີ້. ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ ກ່າວ​ວ່າ ມີ​ບາງ​ຄົນ ຖືກ​ພົບ​ເຫັນ​ວ່າ ຍັງ​ມີ​ຊີວິດຢູ່ໃນ​ຊາກ​ຫັກ​ພັງ​ທີ່​ວ່າ​ນີ້.

ພວກ​ທີ່​ເຫັນ​ເຫດການ​ກ່າວ​ວ່າ “ຄື້ນຟອງ​ຍັກ​” ຂອງ​ຂີ້ຕົມ​ແລະ​ເສດ​ຊາກສ່ວນ​ຕ່າງໆ​ໄດ້​ໄຫລ ລົງ​ມາ​ທັບ​ຖົມ​ສວນ​ອຸດສາຫະກຳ ​ຊຶ່ງເຮັດ​ໃຫ້​ຕຶກອາຄານ 33 ຫລັງພັງ​ພິນາດ​ລົງ ຫຼື​ບໍ່ ກໍ​ໄດ້ຮັບ​ຄວາມ​ເສຍ​ຫາຍ ຊຶ່ງ​ຮວມມີໂຮງງານ​ອຸດສາຫະກຳ ​14 ຫຼັງ ຕຶກ​ຫ້ອງການເຮັດ​ວຽກ 2 ຫຼັງ ​ແລະ​ຫໍ​ພັກ ອີກ 3 ຫຼັງ. ຖະ​ແຫຼງການ​ສະບັບ​ນຶ່ງຈາກ​ກະຊວງທີ່​ດິນ​ຂອງ​ຈີນ​ໃນວັນ​ອາ ທິດຜ່ານ​ມາ​ນີ້ ​ໄດ້​ຖິ້ມ​ໂທດ​ໄພພິບັດ​ຄັ້ງນີ້ ໃສ່ກອງ​ຂີ້​ເຫຍື່ອ​ຍ​ສິ່ງ​ເສດ​ເຫຼືອເຄື່ອງ​ກໍ່ສ້າງ​ທີ່​ໃຊ້​ແລ້ວ​ແລະ​ດິນ​ທີ່​ມີ​ຄວາມ​ສູງ 100 ​ແມັດ​ ​ໄດ້​ຮັບ​ຄວາມ​ອ່ອນ​ແອ​ຍ້ອນ​ຝົນ​ທີ່​ຕົກ​ໜັກ​ໃນ​ຊ່ວງ​ທ້າຍ​ສັບປະດາ​ທີ່​ຜ່ານ​ມາ​ ​ໃນ​ຂົງ​ເຂດ​ ຈຶ່ງ​ເຈື່ອນ​ລົງ​ມາ. ດິນ​ເຈື່ອນ​ທີ່​ວ່າ​ນີ້ ຍັງ​ສົ່ງ​ຜົນ​ກະທົບ​ພາ​ໃຫ້​ເກີດການລະ​ເບີດ​ຕໍ່​ທ່ໍ​ລຳລຽງ​ແກ໊ສທຳ​ມະ​ຊາດ​ທີ່ຢູ່​ໃກ້​ຄຽງຂອງບໍລິສັດ PetroChina ຊຶ່ງ​ເປັນ​ບໍລິສັດ ຜູ້​ຜະລິດ​ນຳ​ມັນ​ແລະ​ແກ໊ສລາຍ​ໃຫຽ່ຂອງ​ປະ​ເທດ.

XS
SM
MD
LG