ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ປະຊາຊົນຫຼາຍກວ່າ 31 ລ້ານຄົນໄດ້ພັດພາກ ຈາກທີ່ຢູ່ອາໄສຂອງເຂົາເຈົ້າໃນປີ 2016


ປະຊາຊົນທີ່ຖືກບັງຄັບໃຫ້ໜີອອກຈາກບ້ານຂອງພວກເຂົາເຈົ້າ ນັ່ງຢູ່ຄ້າຍທີ່ຕັ້ງຂຶ້ນມາເອງ ສຳລັບປະຊາຊົນພັດຖິ່ນໃນເມືອງ al-Jarahi, ພາກໃຕ້ຂອງເມືອງ Houdieda, ປະເທດ ເຢເມນ.
ປະຊາຊົນທີ່ຖືກບັງຄັບໃຫ້ໜີອອກຈາກບ້ານຂອງພວກເຂົາເຈົ້າ ນັ່ງຢູ່ຄ້າຍທີ່ຕັ້ງຂຶ້ນມາເອງ ສຳລັບປະຊາຊົນພັດຖິ່ນໃນເມືອງ al-Jarahi, ພາກໃຕ້ຂອງເມືອງ Houdieda, ປະເທດ ເຢເມນ.

ອົງການກວດກາແຫ່ງໜຶ່ງກ່າວວ່າ ປະຊາຊົນ 31 ລ້ານ 1 ແສນຄົນໄດ້ພັດພາກຈາກທີ່ຢູ່
ອາໄສຂອງພວກເຂົາເຈົ້າຢູ່ພາຍໃນປະເທດຂອງຕົນເອງ ຍ້ອນຄວາມຂັດແຍ້ງ, ຄວາມ
ຮຸນແຮງ ແລະ ໄພພິບັດ ໃນປີ 2016.

ສູງກາງຕິດຕາມການພັດພາກທີ່ຢູ່ອາໄສພາຍໃນປະເທດ ຫຼືຶ IDMC ຂອງສະພາອົບພະ
ຍົບ ນໍເວ ຫຼື NRC ໄດ້ເປີດເຜີຍບົດລາຍງານສະບັບໜຶ່ງ ກ່ຽວກັບ ສະຖິຕິທີ່ໜ້າຕົກໃຈໃນ
ວັນຈັນມື້ນີ້.

ທ່ານ Jan Egeland ເລຂາທິການໃຫຍ່ຂອງອົງການ NRC ກ່າວວ່າ “ໃນປີ 2016, ຄົນ
ໜຶ່ງໃນທຸກໆວິນາທີ ໄດ້ຖືກບັງຄັບໃຫ້ຫຼົບໜີອອກຈາກບ້ານຂອງພວກເຂົາເຈົ້າຢູ່ໃນ
ປະເທດຂອງພວກເຂົາເຈົ້າເອງ, ປະຊາຊົນທີ່ຖືກບັງຄັບໃຫ້ຫຼົບໜີອອກຈາກບ້ານຂອງ
ພວກເຂົາເຈົ້າ ປັດຈຸບັນນີ້ ມີຈຳນວນຫຼາຍກວ່າອົບພະຍົບຢູ່ 2 ຕໍ່ 1 ຄົນ. ມັນແມ່ນຄວາມ
ຮີບດ່ວນທີ່ຈະເອົາບັນຫາດັ່ງກ່າວນີ້ ກັບມາຢູ່ໃນວາລະຂອງກອງປະຊຸມທົ່ວໂລກອີກ

ຄັ້ງ.”

ພວກອົບພະຍົບທີ່ພະຍາຍາມຂໍລີ້ໄພໃນປະເທດອື່ນໆ, ໄດ້ຖືກມອບສະຖານະພາບອົບພະ
ຍົບທີ່ຖືກຕ້ອງຕາມກົດໝາຍໃຫ້ພວກເຂົາເຈົ້າ, ເຊິ່ງເຮັດໃຫ້ພວກເຂົາເຈົ້າມີສິດທິບາງຢ່າງ
ແລະ ໄດ້ຮັບການປົກປ້ອງຈາກສາກົນ. ແຕ່ປະຊາຊົນຜູ້ທີ່ຖືກບັງຄັບໃຫ້ຫຼົບໜີອອກຈາກ
ບ້ານຂອງພວກເຂົາເຈົ້າ, ຫຼື IDP ນັ້ນ ແມ່ນບໍ່ມີສະຖານະພາບທີ່ຖືກຕ້ອງຕາມກົດໝາຍ ເພາະວ່າພວກ IPD ແມ່ນຍັງຢູ່ພາຍໃຕ້ການຄວບຄຸມຂອງລັດຖະບານຂອງພວກເຂົາເຈົ້າ
ເອງຢູ່ ແລະ ອາດຈະບໍ່ໄດ້ຮັບສິດທິໃດໆເພີ່ມເຕີມເລີຍ ຄືກັນກັບພວກເພື່ອນຮ່ວມຊາດ
ຂອງພວກເຂົາເຈົ້າ.

ຄວາມຂັດແຍ້ງໃນປີກາຍນີ້ ໄດ້ເປັນສາເຫດເຮັດໃຫ້ ມີຄົນຖືກບັງຄັບໃຫ້ໜີອອກຈາກບ້ານ
ເຮືອນຂອງຕົນເອງ 6 ລ້ານ 9 ແສນຄົນ ພ້ອມດ້ວຍ ປະຊາຊົນ 2 ລ້ານ 6 ແສນຄົນນັ້ນ ມີ
ຂຶ້ນຢູ່ໃນປະເທດລຸ່ມທະເລຊາຍ ຊາຮາຣາ, ອີງຕາມການກ່າວຂອງອົງການ IDMC.

ໄພພິບັດ, ສ່ວນໃຫຍ່ແມ່ນເກີດຈາກອັນຕະລາຍຂອງສະພາບອາກາດລວມມີ ໄພນໍ້າຖ້ວມ,
ພາຍຸ, ໄຟໄໝ້ປ່າ ແລະ ສະພາບອາກາດລະດູໜາວທີ່ຮ້າຍແຮງ, ແມ່ນສາເຫດຂອງການ
ພັດພາກທີ່ຢູ່ອາໄສຂອງປະຊາຊົນ 24 ລ້ານຄົນ.

ທ່ານນາງ Alexandra Bilak ຜູ້ອຳນວຍການອົງການ IDMC ກ່າວວ່າ “ເຖິງແມ່ນວ່າ ການຖືກບັງຄັບໃຫ້ໜີອອກຈາກບ້ານ ໄດ້ເປັນຈຸດເລີ່ມຕົ້ນຂອງການເດີນທາງໄປໜ້າ
ຫຼາຍຄັ້ງກໍຕາມ, ແຕ່ມັນກໍໄດ້ຖືກຄອບງຳໂດຍການເພັ່ງເລັງໃສ່ອົບພະຍົບ ແລະ ຜູ້ຍົກ
ຍ້າຍຖິ່ນຖານທົ່ວໂລກໃນປັດຈຸບັນ.” “ພວກເຮົາຕ້ອງຮັບຮູ້ວ່າ ຖ້າບໍ່ມີການສະໜັບສະ
ໜູນ ແລະ ການປົກປ້ອງທີ່ຖືກຕ້ອງ, ຜູ້ທີ່ຖືກບັງຄັບໃຫ້ໜີອອກຈາກບ້ານຂອງພວກ
ເຂົາເຈົ້າໃນທຸກມື້ນີ້ ກໍອາດຈະກາຍເປັນອົບພະຍົບ, ຜູ້ຂໍລີ້ໄພ ຫຼື ຜູ້ຍົກຍ້າຍຖິ່ນຖານ
ສາກົນໃນວັນຂ້າງໜ້າ ກໍເປັນໄດ້.”

ລາຍງານໄດ້ກ່າວວ່າ, ແນວໃດກໍຕາມ, ປີກາຍນີ້ໄດ້ມີການໃຊ້ຈ່າຍໃນການຊ່ວຍເຫຼືອເພີ່ມ
ຂຶ້ນ ສຳລັບການຕັ້ງຖິ່ນຖານໃໝ່ ໃຫ້ຊາວອົບພະຍົບຫຼາຍກວ່າ ໃນປະເທດທີ່ວິກິດການ
ຕ່າງໆໄດ້ເກີດຂຶ້ນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG