ບັນດາບໍລິສັດຕ່າງຊາດເກີນກວ່າ 100 ບໍລິສັດໄດ້ລົງທຶນໃນ
ເຂດເສດຖະກິດພິເສດ ແລະ ເຂດເສດຖະກິດສະເພາະທັງ 10
ແຫ່ງໃນລາວ ໂດຍເຂດເສດຖະກິດສະເພາະບຶງທາດຫລວງມີ
ມູນຄ່າການລົງທຶນສູງທີ່ສຸດ.
ຄະນະກຳມະການຄຸ້ມຄອງເຂດເສດຖະກິດພິເສດ ແລະ
ເຂດເສດຖະກິດສະເພາະແຫ່ງຊາດລາວ ລາຍງານວ່າການ
ລົງທຶນ ຂອງບັນດາບໍລິສັດຕ່າງຊາດຢູ່ໃນເຂດເສດຖະກິດ
ພິເສດ ແລະ ເຂດເສດຖະກິດສະເພາະໃນລາວ ທີ່ມີຢູ່ 10 ແຫ່ງຍັງຄົງເພີ້ມຂຶ້ນຢ່າງຕໍ່ເນື່ອງ
ໂດຍໃນປັດຈຸບັນກໍມີຢູ່ເຖິງ 105 ບໍລິສັດແລ້ວ ທີ່ໄດ້ລົງທຶນຢູ່ໃນເຂດເສດຖະກິດທັງ 10
ແຫ່ງດັ່ງກ່າວ ແລະ ມີທຶນຈົດທະບຽນລວມກັນເກືອບເຖິງ 5,000 ລ້ານດອນລາ.
ໂດຍເຂດທີ່ມີມູນຄ່າການລົງທຶນຫຼາຍທີ່ສຸດ ກໍແມ່ນເຂດ
ເສດຖະກິດສະເພາະ ບຶງທາດຫລວງ ໃນນະຄອນຫລວງ
ວຽງຈັນ ທີ່ເປັນການລົງທຶນຂອງກຸ່ມທຸລະກິດຈາກຈີນ ໃນ
ມູນຄ່າລວມເຖິງ 1,600 ລ້ານດອນລາ ສ່ວນຮອງລົງມາກໍຄື
ເຂດເສດຖະກິດສະເພາະລ່ອງແຖ່ງ ວຽງຈັນ ທີ່ເປັນການລົງ
ທຶນ ຂອງກຸ່ມທຸລະກິດຫວຽດນາມ ໃນມູນຄ່າເຖິງ 1,000 ລ້ານ
ດອນລາ ຫາກແຕ່ວ່າ ເຂດທີ່ມີຄວາມຄືບໜ້າຫຼາຍທີ່ສຸດກໍຄື
ເຂດເສດຖະກິດພິເສດສາມຫລ່ຽມຄຳ ທີ່ເມືອງຕົ້ນເຜິ້ງ ໃນ
ແຂວງບໍ່ແກ້ວ ໂດຍມີກຸ່ມທຸລະກິດຈີນ 23 ບໍລິສັດທີ່ໄດ້ລົງທຶນ
ຢູ່ໃນເຂດດັ່ງກ່າວນີ້.
ສ່ວນເຂດເສດຖະກິດສະເພາະ ບໍ່ເຕັນແດນງາມ ຊຶ່ງຕັ້ງຢູ່ຊາຍ
ແດນລະຫວ່າງລາວກັບຈີນ ໃນເຂດແຂວງຫລວງນ້ຳທານັ້ນ
ກໍເປັນອີກເຂດໜຶ່ງທີ່ເປັນການລົງທຶນ ຂອງກຸ່ມບໍລິສັດຈາກ
ປະເທດຈີນ ເຊັ່ນດຽວກັນ ໂດຍໃນປັດຈຸບັນ ກຸ່ມຜູ້ລົງທຶນກຳລັງ
ກໍ່ສ້າງ ສາງສິນຄ້າແລະ ສູນກັກກັນພືດອັນເປັນສ່ວນໜຶ່ງຂອງ
ແຜນການພັດທະນາໃຫ້ເປັນເຂດການຄ້າ ແລະ ບໍລິການຢ່າງຄົບວົງຈອນ ທີ່ຈະໃຊ້ເງິນລົງທຶນເຖິງ 500 ລ້ານດອນລາ.
ໂດຍກ່ອນໜ້ານີ້ ທາງການລາວໄດ້ມີຄຳສັ່ງໃຫ້ປິດ ບ່ອນກາສິໂນຢູ່ໃນເຂດເສດຖະກິດ
ສະເພາະ ບໍ່ເຕັນແດນງາມ ໄປແລ້ວ ໂດຍມີສາເຫດມາຈາກບັນຫາຫຍໍ້ທໍ້ ທີ່ເກີດຂຶ້ນພາຍ
ໃນ ບ່ອນກາສິໂນໃນເຂດດັ່ງກ່າວ ທັງຍັງເປັນສາເຫດທີ່ເຮັດໃຫ້ທາງການລາວ ຕ້ອງທົບ
ທວນຄືນແຜນການສ້າງຕັ້ງເຂດເສດຖະກິດພິເສດ ແລະ ເຂດເສດຖະກິດສະເພາະ ໃນທົ່ວ
ປະເທດຢ່າງຮອບຄອບອີກເທື່ອໃໝ່ດ້ວຍ.
ທັງນີ້ໂດຍທ່ານສົມສະຫວາດ ເລັ່ງສະຫວັດ ຮອງນາຍົກລັດຖະມົນຕີ ຜູ້ຊີ້ນຳວຽກງານດ້ານ
ເສດຖະກິດ ຂອງລັດຖະບານລາວ ທັງກໍຍັງເປັນປະທານຄະນະກຳມະການຄຸ້ມຄອງ ເຂດ
ເສດຖະກິດພິເສດ ແລະ ເຂດເສດຖະກິດສະເພາະແຫ່ງຊາດ ດ້ວຍນັ້ນ ໄດ້ໃຫ້ການຊີ້ແຈງ
ວ່າການຄຸ້ມຄອງເຂດເສດຖະກິດ ທັງ 10 ແຫ່ງໃນປັດຈຸບັນນີ້ ໄດ້ດຳເນີນໄປພາຍໃຕ້ສະພາວະ ທີ່ຍັງບໍ່ມີຄວາມຊັດເຈນໃນບາງດ້ານ ຕົວຢ່າງກໍຄື ການທີ່ອະນຸຍາດໃຫ້ມີບ່ອນ
ກາສິໂນ ຢູ່ໃນເຂດເສດຖະກິດສະເພາະ ບໍ່ເຕັນແດນງາມ ໄດ້ເກີດບັນຫາອາຊາຍາກຳ ຫຼາຍຂຶ້ນນັບມື້ ຊຶ່ງກໍເຮັດໃຫ້ທາງການລາວຕ້ອງສັ່ງປິດບ່ອນກາສິໂນດັ່ງກ່າວ ນັບເປັນ
ເວລາກວ່າ 1 ປີມາແລ້ວ.
ຍິ່ງໄປກວ່ານັ້ນ ຈາກບັນຫາດັ່ງກ່າວ ຍັງເຮັດໃຫ້ທາງການລາວ ໄດ້ຕັດສິນໃຈ ທີ່ຈະບໍ່ອະນຸຍາດໃຫ້ມີບ່ອນກາສິໂນ ຢູ່ໃນເຂດເສດຖະກິດພິເສດ ທີ່ຈະສ້າງຕັ້ງຂຶ້ນໃໝ່ໃນລະຍະຕໍ່ໄປອີກດ້ວຍ ໂດຍຈະອະນຸຍາດໃຫ້ມີບ່ອນກາສິໂນໄດ້ ສະເພາະເຂດທີ່ມີຢູ່ແລ້ວເທົ່ານັ້ນ ດັ່ງທີ່ ທ່ານສົມສະຫວາດ ໄດ້ໃຫ້ການຢືນຢັນວ່າ:
“ຍ້ອນວ່າກາສິໂນມັນມີເກີດເລື້ອງກັນ ມີການຂ້າກັນແດ່ອີສັງກັນແດ່ແລ້ວ ລັດຖະບານ
ເຫັນວ່າມັນເປັນການ ກະທົບກະເທືອນເຖິງການພົວພັນລາວກັບຈີນ ຈຶ່ງໄປເຈລະຈາກັບຜູ້ພັດທະນາຫັ້ນ ແລະ ໃນທີ່ສຸດເຂົາເຈົ້າກະເຫັນດີວ່າຍົກເລີກບໍ່ໃຫ້ມີກາສິໂນ ສະນັ້ນ ລັດຖະບານຈຶ່ງເວົ້າວ່າຢຸດໄວ້ກ່ອນຈັ່ງຊັ້ນສະ ແຕ່ວ່າອັນທີ່ມີແລ້ວກະຈຳເປັນຕ້ອງປະຕິບັດຕາມສັນຍາເມື່ອໝົດສັນຍາແລ້ວໆເຊົາ ວ່າແນວນັ້ນແຫລະ ບໍ່ຂະຫຍາຍໃໝ່.”
ທັງນີ້ໂດຍທາງການລາວ ໄດ້ວາງເປົ້າໝາຍທີ່ຈະສ້າງຕັ້ງເຂດເສດຖະກິດ ໃຫ້ໄດ້ບໍ່ນ້ອຍກວ່າ 20 ແຫ່ງພາຍໃນປີ 2015 ໂດຍເຂດທຳອິດກໍແມ່ນເຂດເສດຖະກິດພິເສດສະຫວັນ ເຊໂນ ໃນແຂວງສະຫວັນນະເຂດ ທີ່ສ້າງຕັ້ງຂຶ້ນໃນປີ 2003 ຕິດຕາມດ້ວຍເຂດເສດຖະກິດສະເພາະບໍ່ເຕັນແດນງາມ ຢູ່ແຂວງຫລວງນ້ຳທາ ທີ່ສ້າງຕັ້ງຂຶ້ນໃນປີດຽວກັນ ແຕ່ທີ່ຖືວ່າໄດ້ມີການພັດທະນາຢ່າງໄວວາທີ່ສຸດ ແມ່ນເຂດເສດຖະກິດພິເສດສາມຫລຽ່ມຄຳທີ່ເມືອງຕົ້ນເຜິ້ງ ໃນແຂວງບໍ່ແກ້ວດັ່ງກ່າວ.
ສ່ວນນະຄອນຫລວງວຽງຈັນ ກໍມີຢູ່ເຖິງ 5 ເຂດຄືນິຄົມອຸດສາຫະກຳ ແລະ ການຄ້າວຽງຈັນ ໂນນທອງ ເຂດເສດຖະກິດສະເພາະດົງໂພສີ ເຂດເສດຖະກິດສະເພາະລ່ອງແຖ່ງ ວຽງຈັນ ແລະ ເຂດພັດທະນາກວມລວມໄຊເສດຖາ ສ່ວນເຂດທີ 5 ນັ້ນ ເປັນເຂດທີ່ສ້າງຕັ້ງຂຶ້ນໃໝ່ ກໍຄືເຂດເສດຖະກິດສະເພາະບຶງທາດຫລວງ ທີ່ເປັນການລົງທຶນ ຂອງກຸ່ມບໍລິສັດຈາກຈີນອີກເຂດໜຶ່ງ.