ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ເຖິງຈະມີ ຄວາມກ້າວໜ້າ ໃນການຕໍ່ສູ້ ມາເລເຣຍ ແຕ່ ຕ້ອງໄດ້ ທຳງານ ຫຼາຍຂຶ້ນຕື່ມ


Despite Gains Against Malaria, More Needs to Be Done
please wait

No media source currently available

0:00 0:02:26 0:00

ເຊີນຊົມ ວີດີໂອ ລາຍງານນີ້

ໂລກ​ເຮົາ​ໄດ້​ມີ​ຄວາມ​ກ້າວໜ້າ ​ໃນ​ການ​ຕໍ່ຕ້ານໄຂ້ຍຸງ ຫຼືມາ​ເລ​ເຣຍ
ຢ່າງ​ບໍ່​ໜ້າ​ເຊື່ອ ​ແຕ່ໃນຂະນະທີ່ ຜູ້ສື່ຂ່າວ ວີໂອເອ ລາຍງານ ກ່ຽວ
ກັບເລື້ອງນີ້ຢູ່ ບັນ​ດາ​ນັກ​ຊ່ຽວຊານ ກໍກ່າວ​ວ່າ ຍັງ​ຕ້ອງໄດ້​ທຳ​ງານ
ຫຼາຍຂຶ້ນອີກ ​ໂດຍ​ສະ​ເພາະ ​ຢູ່​ໃນ​ເຂດໃຕ້​ທະ​ເລ​ຊາຍ ຊາຮາຣາ
​ໃນ​ທະວີບອາ​ຟຣິກາ ບ່ອນ​ໂຣກດັ່ງກ່າວ ທີ່ເກີດຈາກ​ຍຸງ​ນັ້ນ ​ແມ່ນ
​ແຜ່​ລະບາດ ​ແລະມີປະຊາຊົນເປັນ​ໄ​ຂ້ຍຸງ ທຸກໆ​ປີ. ໄຊຈະເລີນສຸກ
ຈະນຳເອົາເລື້ອງນີ້ ມາສະເໜີທ່ານໃນອັນດັບຕໍ່ໄປ.

ເກືອບຮອດ 80 ເປີເຊັນ ຂອງກໍລະນີຜູ້ຕິດເຊື້ອໄຂ້ຍຸງ ແມ່ນຢູ່ໃນເຂດໃຕ້ທະເລຊາຍ
ຊາຮາຣາ ​ຂອງທະວີບອາຟຣິກາ ແລະ ພວກຄົນປ່ວຍເຫຼົ່ານັ້ນ ສ່ວນ​ໃຫຍ່ກໍແມ່ນຈະເສຍ
ຊີວິດ ອີງຕາມ ອົງການອະນາໄມໂລກ ຫຼື WHO.

ດຣ. Tom Frieden ຜູ້ອໍານວຍການ ສູນຄວບຄຸມ ແລະປ້ອງກັນ ​ເຊື້ອໂຣກຂອງ ສະຫະລັດ
ຫຼື CDC ໄດ້ເຫັນສິ່ງດັ່ງກ່າວ ດ້ວຍຕົວຂອງທ່ານເອງ ເວລາ ທ່ານຢ້ຽມຢາມເຂດອາຟຣິກາ
ຕາເວັນຕົກ.

ດຣ. Frieden ເວົ້າວ່າ “ໃນຂະນະທີ່ຂ້າພະເຈົ້າ ຍ່າງເຂົ້າໄປ ໃນໂຮງໝໍ ຂ້າພະເຈົ້າ
ຍ່າງໄປກັບ ຜູ້ເປັນພໍ່ຄົນນຶ່ງ ທີ່ອູ້ມລູກຊາຍໄວ 4 ປີຂອງ​ລາວ ຜູ້ທີ່ກຳລັງຈະເສຍ
ຊີວິດ ຍ້ອນໄຂ້ຍຸງ. ສະນັ້ນ ມັນຍັງເປັນບັນຫາ ທີ່ຮ້າຍ​ແຮງເຖິງແກ່ຊີວິດ ໃນທະວີບ
ອາຟຣິກາ. ພວກເຮົາຕ້ອງບາກບັ່ນຕໍ່​ໄປ ໃນກິດຈະກຳຕ່າງໆ ຂອງພວກເຮົາ
ຂະຫຍາຍພວກມັນອອກ ແລະຫາວິທີທາງໃໝ່ໆ ເພື່ອຢຸດຢັ້ງໂຣກ ທີ່ເປັນ
ອັນຕະລາຍນີ້.”

ດຣ. Frieden ກ່າວອີກວ່າ ພວກເດັກນ້ອຍ ຄວນນອນໃນຕຽງ ທີ່ມີມຸ້ງຫຼາຍຂຶ້ນ ແລະທັງພວກ
ເດັກນ້ອຍ ແລະພວກຜູ້ໃຫຍ່ ຕ້ອງໄດ້ຮັບ ການປິ່ນປົວທາງດ້ານການແພດທີ່​ດີຂຶ້ນ. ນອກ
ຈາກ​ນັ້ນ​ ກໍຍັງ​ຈະຕ້ອງພັດທະນາ ການ​ປິ່ນ​ປົວ​ແບບ​ໃໝ່ໆ ຕື່ມອີກ.

ດຣ. Frieden ເວົ້າອີກວ່າ “ພວກ​ເຮົາ ​ເຫັນ​ບັນຫາ​ອັນ​ແທ້​ຈິງຕ່າງໆ ກັບ​ການ​ດື້​ຢາ.
ການ​ໃຊ້ພວກ​ຢາ​ເມັດ ​ທີ່​ປະສົມ​ປະສານກັນ​ ທີ່​ເອີ້ນ​ຫຍໍ້ວ່າ A-C-T ຫຼື artemisinin combination treatments ທີ່​ມີ​ຢູ່​ແລ້ວນັ້ນ ຄວນ​ຈະຫລຸດຜ່ອນ ການດື້ຢາລົງ. ​ແຕ່​ພວກ​ເຮົາ​ກໍເຫັນວ່າ​ ມີການ​ດື້​ຢາຂ້າ​ແມງ​ໄມ້ ​ບາງ​ຊະ​ນິດ ທີ່​ໃຊ້​ອົບ​ໄວ້ຢູ່​ໃນມຸ້ງ​ເຊັ່ນ​ກັນ.”

ໃນ​ເຂດ​ອາ​ຟຣິກາ​ຕາ​ເວັນ​ຕົກ ເມື່ອບໍ່​ດົນ​ມາ​ນີ້ ​ແຫ​ລ່ງການ​ແພດ​ສ່ວນ​ໃຫຍ່ ​ໄດ້ເຂົ້າ​ໄປ​ຕໍ່ສູ້​
ກັບ​ພະຍາດອີ​ໂບລາ ​ແລະ ພວກ​ຄົນ​ທີ່ເປັນ​ໄຂ້ຍຸງ ຈຶ່ງບໍ່ໄດ້​ຮັບ​ການ​ຮັກສາ​ປິ່ນປົວ​ເລີຍ.

ທ່ານ Mateusz Plucinski ນັກຄົ້ນຄວ້າ ຈາກ ສູນຄວບຄຸມ ແລະປ້ອງກັນ ເຊື້ອໂຣກ ຂອງ ສະຫະລັດ ​ກ່າວຜ່ານ​ທາງ Skype ວ່າ “ຕາບ​ໃດ ທີ່​ມີ​ກໍລະນີ ​ໄຂ້ຍຸງຫຼາຍ ທີ່​ບໍ່​ໄດ້​ຮັບ​
ການ​ຮັກສາ​ປິ່ນປົວ​ແລ້ວ ກ່ອນ​ອື່ນ​ໝົດ ຜົນ​ທີ່​ນຶ່ງ ກໍ​ແມ່ນ​ວ່າ ​ຈະ​ມີການ​ເສຍຊີວິດ
ຍ້ອນ​ໄຂ້ຍຸງຫຼາຍຂຶ້ນ.”

CDC ​ໄດ້​ພົບ​ເຫັນ​ວ່າ ການ​ຂາດ​ການ​ປິ່ນປົວ​ໄຂ້ຍຸງ ​ເພີ້​ມສູງ​ຂຶ້ນ ຢູ່​ໃນ​ປະ​ເທດ​ກີ​ນີ ​ໃນ​ລະຫວ່າງ ທີ່​ມີການ​ແຜ່​ລະບາດ​ຂອງ​ອີ​ໂບລາ​ໃນ​ຂັ້ນສູງ​ສຸດ ​ແລະ ໄດ້ເຮັດ​ໃຫ້ ມີ​ການ​ເສຍ​ຊີວິດ ຫຼາຍ​ເກີນ​ກວ່າ ​ເຊື້ອ​ໄວຣັສອີ​ໂບລາ. ທ່ານ Plucinski ກ່າວ​ວ່າ ການຄົ້ນພົບນັ້ນ ມັກ​ຖືເປັນຄວາມ ຈິງ ສຳ​ຫລັບ ປະ​ເທດຊີ​ແອຣາ ​ເລ​ອອນ ​ແລະ ​ໄລ​ບີ​ເຣຍ ​ເຊັ່ນ​ກັນ.

​ເຖິງ​ແມ່ນ​ວ່າ ທຶນ​ສະໜັບສະໜູນຈະເພີ້​ມຂຶ້ນ ທີ່​ໄດ້​ນຳໄປ​ສູ່ ຄວາມ​ພະຍາຍາມ ​ໃນການຮັກສາ
ປິ່ນປົວ ​ແລະການປ້ອງກັນ ທີ່​ບໍ່​ເຄີຍມີ​ມາ​ກ່ອນ ຢູ່​ໃນເຂດ​ໃຕ້​ທະ​ເລ​ຊາຍ ຊາ​ຮາຣາ ຂອງ​
ທະວີບ​ອາ​ຟຣິກາ ກໍ​ຕາມ ​ແຕ່ມັນ​ກໍ​ຍັງຕ້ອງ​ໄດ້​ເຮັດວຽກຫຼາຍຂຶ້ນອີກ.

ດຣ. Frieden ​ເວົ້າຢ້ຳວ່າ “ພວກ​ເຮົາ​ຕ້ອງ​ສືບ​ຕໍ່ ຊອກຫາ​ຄວາມ​ກ້າວໜ້າ​ຕື່ມ​ອີກ ກ່ຽວ​
ກັບ​ມາ​ເລ​ເຣຍ. ພວກ​ເຮົາ​ຕ້ອງຊອກຫາ ຢາ​ວັກ​ຊີ​ນອັນ​ນຶ່ງ ຫຼື ຫາ​ທາງ​ເພື່ອ​ຄວບ​ຄຸມ
ພວກ​ຍຸງ ທີ່​ມີ​ປະສິດທິພາບ ຫຼາຍຂຶ້ນ ​ເພາະວ່າ ມາ​ເລ​ເຣຍ ຍັງ​ຄົງ​ເປັນການ​ທ້າ​ທາຍ
ທີ່​ເປັນຕາຢ້ານ​ຢູ່.”

ບັນດາ​ນັກ​ຊ່ຽວຊານ ກ່າວ​ວ່າ ມາ​ເລ​ເຣຍ ສາມາດ​ປ້ອງ​ກັນ​ໄດ້​ແຕ່​ການ​ທ້າ​ທາຍ​ແມ່ນ​ວ່າ ​
ເຮົາຈະເຮັດ​ແນວ​ໃດ.

The world has made incredible gains against malaria, but, as VOA's Carol Pearson reports, experts say much more work is needed, especially in sub-Saharan Africa, where the mosquito-borne disease is endemic, and people get malaria year-round.

Close to 80 percent of malaria cases are in sub-Saharan Africa and most of those patients die, according to the World Health Organization.

Dr. Tom Frieden, director of the U.S. Centers for Disease Control and Prevention, saw that for himself when he visited West Africa.

((DR. TOM FRIEDEN, DIRECTOR, CDC))
"As I walked into the hospital, I walked with a father who was carrying his four year old son who was dying from malaria. So it's still a deadly problem in Africa. We need to persist in our activities, expand them and also figure out new ways to stop this terrible disease."

Frieden says more children should sleep under bed nets, and both children and adults need to receive better medical treatment. In addition, new treatments have to be developed.

((DR. TOM FRIEDEN, DIRECTOR, CDC))
"We're seeing real problems with drug resistance. Use of the pills that have combinations of what are called A-C-T's or artemisinin combination treatments in place should reduce the likelihood that the drugs that people take cause resistance in the malaria parasite, but we're seeing pesticide resistance to some of the pesticides in the bed nets."

In West Africa, until very recently, most medical resources went to fight Ebola, and malaria patients went untreated.

((MATEUSZ PLUCINSKI, CDC RESEARCHER))
"Whenever you have more malaria cases going untreated, first of all, one result is that you have more malaria deaths."

Mateusz Plucinski, a CDC researcher, spoke by Skype. The CDC found that untreated malaria surged in Guinea during the height of the Ebola epidemic and caused far more deaths than the Ebola virus. Plucinski said the findings likely hold true for Sierra Leone and Liberia as well.

Although funding increases have led to unprecedented treatment and prevention efforts in sub-Saharan Africa, more needs to be done.

((DR. TOM FRIEDEN, DIRECTOR, CDC))
"We have to continue to find breakthroughs on malaria. We have to look for a vaccine or for a way to control mosquitoes more effectively because malaria remains a horrible challenge."

Experts say malaria can be prevented. The challenge is to do it.

XS
SM
MD
LG