ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອົບພະຍົບ ຫລາຍພັນຄົນ ຫາ​ທາງລັກລອບ ເຂົ້າອັງກິດ ຜ່ານທາງ ອຸໂມງຢູໂຣບ


ລົດຮັກສາຄວາມປອດໄພ ອຸໂມງລອດພື້ນທະເລ ຕິດຕາມ ອົບພະຍົບກຸ່ມນື່ງ ທີ່ເຂດ Calais ໃນພາກເໜືອຂອງປະເທດຝຣັ່ງ.
ລົດຮັກສາຄວາມປອດໄພ ອຸໂມງລອດພື້ນທະເລ ຕິດຕາມ ອົບພະຍົບກຸ່ມນື່ງ ທີ່ເຂດ Calais ໃນພາກເໜືອຂອງປະເທດຝຣັ່ງ.

ອຸໂມງ​ຢູ​ໂຣບ ຊຶ່ງ​ເປັນ​ບໍລິສັດ​ບໍລິຫານ​ງານອຸ​ໂມງ​ລອດ​ພື້ນ​ທະ​ເລ
ລະຫວ່າງຝຣັ່ງ ​ແລະ​ອັງກິດ ກ່າວ​ວ່າ ຕົນ​ໄດ້​ສະກັດ​ກັ້ນ ​ອົບ​ພະ​
ຍົບຫລາຍກວ່າ 37,000 ຄົນ​ທີ່​ພະຍາຍາມລັກລອບ​ຂ້າມແຕ່ທະ
ວີ​ບຢູ​ໂຣບ​ໄປ​ຫາ​ອັງກິດ​ ຢ່າງ​ຜິດ​ກົດໝາຍ ນັບ​ແຕ່​ຕົ້ນ​ປີ​ກາຍ​ນີ້ມາ.

ອຸໂມງ​ຢູ​ໂຣບ ​ໄດ້​ປະກາດແຈ້ງ​ຈຳນວນ​ທັງ​ໝົດ​ ໃນ​ວັນ​ພຸດ​ມື້​ນີ້ວ່າ
ໂດຍກ່າວວ່າ ຝຣັ່ງ ​ແລະ​ອັງກິດ ຕ້ອງ​ໄດ້ດຳເນີນງານຫລາຍ​ຂື້ນ
​ເພື່ອ​ຊ່ວຍ​ອຸ​ໂມງ​ຢູ​ໂຣບ ຮັບມືກັບ​ການ​ເພີ້​ມຂຶ້ນຂອງ​ຊາວ​ອົບ​ພະ
ຍົບ ​ທີ່​ຫລັ່ງ​ໄຫລ​ໄປສູ່​ຂົງ​ເຂດ.

ການ​ປະກາດ​ໄດ້​ມີ​ຂຶ້ນ​ສອງ​ຄືນ ຫລັງ​ຈາກອົບ​ພະຍົບຫລາຍເປັນ
ປະຫວັດການ ໄດ້ພະຍາຍ​າມ​ເຂົ້າໄປໃນ​ອຸໂມງດັ່ງກ່າວ.

ບັນດາ​ເຈົ້າ​ໜ້າ​ທີ່ ທີ່ເມືອງທ່າ Calais ໃນພາກເໜືອຂອງ​ປະ​ເທດ​ຝຣັ່ງ ກ່າວ​ໃນ​ວັນ​ພຸດ​ມື້​ນີ້
​ວ່າ ​ໃນ​ຕອນ​ກາງຄືນ​ເຂົາ​ເຈົ້າ​ສາມາດ​ນັບ​ມີອົບພະຍົບອີກຈຸນຶ່ງ 1,500 ຄົນ ​ທີ່ໄດ້​ພະຍາ
ຍາມລັກເຂົ້າ​ໄປອຸໂມງ​ຢູ​ໂຣບ​ ໃນ​ຄວາມ​ຫວັງ​ເພື່ອຈະໄປ​ເຖິງ​ອັງກິດ ​ໂດຍໄດ້​ພົບ​ເຫັນ​ຢ່າງ
ໜ້ອຍນຶ່ງສົບ ​ທີ່ໄດ້ພະຍາຍາມແຕ່ບໍ່ສຳເລັດ. ການລັກ ລອບດັ່ງກ່າວ ມີຂຶ້ນຫລັງຈາກອົບ
ພະຍົບຫຼາຍເປັນປະຫວັດການ ໄດ້ພະຍາຍາມ ໃນ​ຄືນ​ວັນ​ຈັນ​ແລ້ວ ​ເວລາ​ຕຳຫລວດ​ໄດ້
ຂັບໄລ່​ອົບ​ພະ​ຍົບຫຼາຍ​ກວ່າ 2000 ​ຄົນ.

ຜູ້​ທີ່ເສຍ​ຊີວິດ ​ເຈົ້າ​ໜ້າ​ທີ່ຕຳຫລວດ​ຝຣັ່ງລາຍ​ງານ​ຈາກ ຢູ່​ໜ້າ​ແວັບ​ໄຊ​ທ໌ ວ່າ​ເປັນ​ຜູ້​ຊາຍ
ຊາວ​ຊູ​ດານອາຍຸ​ລະຫວ່າງ 25 ຫາ 30 ປີທີ່​ອາດ​ຖືກ​ລົດ​ບັນທຸກ​ຕຳຕາ​ຍ.

ນາຍົກລັດຖະມົນຕີ ອັງ​ກິດ ທ່ານ David Cameron ຊຶ່ງໃນປັດຈຸບັນກຳລັງ ຢ້ຽມຢາມສິງ
ກະ​ໂປ ກ່າວ​ໃນ​ວັນ​ພຸດ​ມື້​ນີ້​ວ່າ ອັງກິດກຳລັງ​ປະຕິບັດ​ທຸກ​ວິ​ທາງ​ທີ່​ສາມາດ​ເຮັດ​ໄດ້ໂດຍຮ່ວມ
ມື​ກັບ​ຝຣັ່ງ​ເພື່ອ​ປ້ອງ​ກັນ​ບໍ່ໃຫ້ເກີດເຫດການວຸ້ນວາຍ ຢູ່ອຸໂມງ​ຢູ​ໂຣບ ບ່ອນ​ທີ່​ອົບ​ພະ​ຍົບ​ໄດ້
​ເຕົ້າໂຮມ​ກັນ​ເປັນ​ເວລາ​ຫົກ​ອາທິດ​ທີ່​ຜ່ານ​ມາ ​ເພື່ອ​ພະຍາຍາມ​ລັກລອບຂ້າມແຕ່​ຝຣັ່ງ​ເຂົ້າ​
ໄປສູ່​ອັງກິດ. ອົບ​ພະຍົບ​ແປດ​ຄົນ ​ມີລາຍ​ງານວ່າ ​ເສຍຊີວິດຢູ່​ທີ່ອຸໂມງ​ຢູ​ໂຣບ ນັບ​ແຕ່​ກາງ​
ເດືອນ​ມິຖຸນາ.

Eurotunnel Migrants
please wait
Embed

No media source currently available

0:00 0:02:36 0:00

XS
SM
MD
LG