ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ເກີດຄວາມຮຸນແຮງເພີ້ມຂື້ນ ໃນຂະນະ ນາຍົກ ອິສຣາແອລ ຕ້ອນຮັບ ຮອງ ປ. ສະຫະລັດ


ຮອງປະທານາທິບໍດີສະຫະລັດ ທ່ານ Joe Biden ເດີນທາງໄປ ເຖິງເດິ່ນບິນນາໆຊາດ Gurion ໃກ້ກັບນະຄອນ Tel Aviv,
ຮອງປະທານາທິບໍດີສະຫະລັດ ທ່ານ Joe Biden ເດີນທາງໄປ ເຖິງເດິ່ນບິນນາໆຊາດ Gurion ໃກ້ກັບນະຄອນ Tel Aviv,

ຕຳຫລວດ​ອິສຣາ​ແອ​ລ ​ໄດ້​ສັງຫານມື​ປືນ​ຄົນ​ນຶ່ງ​ໜຶ່ງ​ໃນ​ຈຳນວນ​
ສອງ​ຄົນທີ່​ໄດ້​ຍິງໂຈມຕີ​ໃນ​ວັນ​ພຸດ​ມື້​ນີ້ ທີ່​ນະຄອນ Jerusalem
ບ່່ອນ​ທີ່​ນາຍົກລັດຖະມົນຕີ Benjamin Netanyahu ​ໄດ້​ເປັນ​
ເຈົ້າພາບໃນ​ການ​ເຈລະຈາ​ຫາລືກັບຮອງ​ປະທາ​ນາ​ທິບໍດີສະຫະ
ລັດ ທ່ານ Joe Biden.

ທ່ານ Biden ​ແລະທ່ານ Netanyahu ເປັນ​ທີ່​ຄາດກັນ​ວ່າ​ ຈະ
​ສົນທະນາ​ຫາລື ກ່ຽວກັບການ​ໃຫ້​ຄວາມ​ຊ່ວຍ​ເຫລືອດ້ານ​ປ້ອງ
​ກັນ​ປະ​ເທດ​ເປັນ​ເວ​ລາ 10 ປີ ​ແກ່ ອິສຣາ​ແອ​ລ ​ແລະ​ການສູ້​ລົບ
​ຕ້ານກຸ່ມລັດ​ອິສລາມ ທີ່​ຍັງ​ດຳ​ເນີນ​ຢູ່​ຕໍ່​ມາ. ທ່ານ Biden ຍັງ​ມີ
ກຳນົດ​ທີ່​ຈະ​ພົບ​ປະ​ ກັບປະທານາທິບໍດີປາ​ແລ​ສໄຕ​ນ໌ ທ່ານ
Mahmoud Abbas ​ໃນ​ວັນ​ພຸດມື້​ນີ້​ ທີ່ເຂດ​ແຄມ​ຝັ່ງ​ຕາ​ເວັນຕົກ ຂອງ​ແມ່​ນໍ້າຈໍ​ແດນ​.

ການ​ຍິງ​ກັນ​ໃນ​ວັນ​ພຸດມື້ນີ້ ​ເຮັດ​ໃຫ້​ຜູ້​ຊາຍ​ຄົນ​ໜຶ່ງ​ໄດ້ຮັບ​ບາດ​ເຈັບ​ສາຫັດ. ການ ​ໂຈມ​ຕີນີ້
​ມີ​ຂຶ້ນລຸນ​ຫລັງ ​ການ​ໂຈມ​ຕີ​ໃນ​ວັນ​ອັງຄາ​ນ ທີ່ຊາວປາແລ​ສໄຕ​ນ໌ຄົນ​ໜຶ່ງ ​ໄດ້​ແທງ​ນັກ​ທ່ອງ​
ທ່ຽວ​ອາ​ເມຣິກັນຄົນ​ໜຶ່ງ​ເຖິງ​ແກ່​ຊີວິດ ແລະຊາວ​ອິສຣາ​ແອ​ລໄດ້​ຮັບ​ບາດ​ເຈັບ​ອີ​ກ 12 ຄົນ.

ກະຊວງ​ຕ່າງປະ​ເທດ​ສະຫະລັດ ໄດ້​ລະບຸ​ວ່າ ຊາວ​ອາ​ເມຣິກັນທີ່ເສຍ​ຊີວິດນັ້ນ​ແມ່ນ​ທ້າວ
Taylor Allen Force ​ແລະ​ຮ້ອງ​ການ​ໂຈມ​ຕີ ​ທີ່​ໄດ້​ສັງຫານ​ລາວ​ວ່າ “​ໄຮ້​ຄວາມ​ຄິດ.” ມີ​
ການ​ກ່າວ​ກັນ​ວ່າ ຜູ້​ໂຈມ​ຕີແມ່ນ​ຈາກເຂດ​ຍຶດຄອງແຄມ​ຝັ່ງ​ຕາ​ເວັນຕົກຂອງ​ແມ່​ນໍ້າຈໍແດນ​.

ຜູ້ຊາຍຄົນໜຶ່ງທີ່ໄດ້ຮັບບາດເຈັບຈາກການແທງ ໄດ້ຖືກນຳສົ່ງໄປໂຮງໝໍ.
ຜູ້ຊາຍຄົນໜຶ່ງທີ່ໄດ້ຮັບບາດເຈັບຈາກການແທງ ໄດ້ຖືກນຳສົ່ງໄປໂຮງໝໍ.

​ໃນ​ເວລາ​ເກີດ​ການ​ແທງ​ກັນ​ນັ້ນ ທ່ານ Biden ກຳລັງ​ພົບ​ປະ​ກັບອະດີດ​ປະທາ ນາທິບໍດີອິສຣາ​ແອ​ລ ທ່ານ Shimon Peres ​ຢູ່​ຫ່າງ​ຈາກ​ທີ່​ນັ້ນ​ບໍ່ເທົ່າ​ໃດ​ກິ​ໂລ​ແມັດ ​ແລະ​ທ່ານ Peres ໄດ້​ປະນາມຄວາມ​ຮຸນ​ແຮງໃນ​ວັນ​ອັງຄານ ​ແລະ​ກ່າວ​ວ່າ ການເຈລະຈາ​ສັນຕິ​ພາບ​ທີ່ເປັນ​ຜົນສຳ​ເລັດ ​ແມ່ນເປັນ​ພຽງຄຳ​ຕອບອັນ​ດຽວ ​ເທົ່າ​ນັ້ນ​.

ທ່ານ Peres ກ່າວ​ວ່າ “ການ​ກໍ່​ການ​ຮ້າຍຈະ​ບໍ່​ນຳ​ພາໄປແຫ່ງ​ຫົນໃດ ບໍ່​ວ່າ​ແຕ່​ຫາອາຣັບຫລື​ພວກ​ເຮົາ ຄົນ​ສ່ວນ​ໃຫຍ່​ຮູ້​ດີ​ວ່າ ບໍ່​ມີ​ທາງ​ເລືອກ​ໃດນອກຈາກ​ການ​ ຕັ້ງສອງ​ລັດ​ຄຽງ​ຄູ່​ກັນ ​ແລະ​ພວກ​ເຮົາ​ຄວນປະຕິບັດຕາມ ​ດ້ວຍ​ກຳລັງ​ເຫື່ອ​ແຮງ​ຂອງ​ພວກ​ເຮົາ ​ແລະເຮັດ​ໃຫ້​ເລື້ອງນີ້ກາຍ​ເປັນຄວາມ​ເປັນ​ຈິງຂຶ້ນມາ.”​

Biden Meast
please wait
Embed

No media source currently available

0:00 0:01:56 0:00

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ກະຈາຍສຽງຂອງວີໂອເອລາວ ວັນທີ 28 ມີນາ 2024

XS
SM
MD
LG