ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ມີຜູ້ເສຍຊີວິດ 5 ຄົນແລ້ວ ໃນເຫດລົດໄຟຕົກລາງ ຢູ່ການາດາ (ສໄລດ໌/ວີດິໂອ)


ລົດໄຟຕົກລາງ ທີ່ເມືອງ Lac Megantic ແຂວງ Quebec ປະເທດ ການາດາ
ລົດໄຟຕົກລາງ ທີ່ເມືອງ Lac Megantic ແຂວງ Quebec ປະເທດ ການາດາ
ຕໍາຫລວດ​ກາ​ນາ​ດາ ກ່າວ​ວ່າ​ ຈໍ​ານວນ​ຜູ້​ເສຍຊີວິດ ​ໄດ້​ເພີ້​ມຂື້ນ​
ມາ​ເປັນ 5 ຄົນ ຫລັງ​ຈາກ​ລົດໄຟຂະບວນນຶ່ງ ທີ່ບັນທຸກນໍ້າມັນ
ດິບໄດ້ຕົກອອກຈາກລາງ​ໃນ​ວັນ​ເສົາ​ທີ່​ຜ່ານ​ມາ ຢູ່​ພາກ​ຕາ​ເວັນ
​ອອກ​ຂອງ​ແຂວງ Quebec.

ອຸປະຕິເຫດດັ່ງກ່າວ ໄດ້ເຮັດໃຫ້ ສີ່ຕູ້ລົດໄຟ ​ໃນ​ຈໍາ​ນວ​ນ 70
ກວ່າຕູ້ ຂອງ​ລົດ​ໄຟ​ຄັນນັ້ນ ລະເບີດຂຶ້ນຢູ່ໃຈກາງເມືອງ Lac
Megantic ​ເຮັດ​ໃຫ້​ເກີດໄຟ​ໄໝ້ ທີ່ທໍາລາຍຕຶກອາຄານຫລາຍ
ສິບຫລັງ ຮວມທັງຮ້ານຂາຍເຄື່ອງຫລາຍຮ້ານ ແລະຢ່າງໜ້ອຍ
ບາບັນ​ເທິງແຫ່ງນຶ່ງ​.

ໂຄສົກຕໍາ​ຫລວດຄົນ​ນຶ່ງ ກ່າວ​ວ່າ 40 ຄົນ​ໄດ້​ຖືກ​ລາຍ​ງານ​ວ່າ
ຫາຍ​ສາບ​ສູນ ​ແລະ​ທ່ານຄາດ​ວ່າ ຈໍານວນຜູ້ເສຍ​ຊີວິດທີ່​ໄດ້​ຮັບ
​ການຢັ້ງ​ຢືນ ນັ້ນ ຈະ​ສູງ​ຂື້ນ.

​ອຸປະຕິເຫດດັ່ງກ່າວ ໄດ້ບັງຄັບໃຫ້​ເກືອບ 2.000 ຄົນ ຕ້ອງໄດ້
ຍົກຍ້າຍອອກຈາກບ້ານເຮືອນ​ເຂົາ​ເຈົ້າ ຊຶ່ງ​ເທົ່າ​ກັບ ແມ່ນນຶ່ງ​
ສ່ວນ​ສາມ​ຂອງ ປະຊາກອນ ​6.000 ຄົນ ຂອງເມືອງ Lac Megantic.


ສາ​ເຫດ​ຂອງ​ລົດ​ໄຟ​ຕົກ​ລາງ​ຍັງບໍ່​ຮູ້​ເທື່ອ. ອົງການວ່າດ້ວຍຄວາມປອດ ໄພດ້ານການ
ຂົນສົ່ງຂອງ​ກາ​ນາ​ດາ ກໍາລັງສືບສວນເບິ່ງເຫດການດັ່ງ ກ່າວ.

ນາຍົກລັດຖະມົນຕີ ​ການາ​ດາ ທ່ານ Stephen Harper ​ໄດ້​ຮ້ອງ​ອຸປະຕິ​ເຫດນີ້ ​ວ່າ
“​ພາໃຫ້ຕົກ​ໃຈທີ່​ສຸດ​ ​ແລະ​ເປັນຄວາມຫາຍະນະ​ທີ່​ຮ້າຍ​ແຮງ.” ທ່ານ​ກ່າວ​ວ່າ ລັດຖະບານ​
ພ້ອມ​ແລ້ວ​ທີ່​ຈະ​ໃຫ້ການ​ຊ່ວຍ​ເຫລືອ.

ອຸປະຕິເຫດ ລົດໄຟຕົກລາງ ຢູ່ການາດາ
please wait

No media source currently available

0:00 0:00:42 0:00


XS
SM
MD
LG