ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ມີການເປີດເຜີຍ ເອກກະສານ ເພີ້ມຕື່ມ ໃນສະໄໝ ອະດີດ ປ. Bill Clinton (ວີດີໂອ)


ອະດີດ ປະທານາທິບໍດີ ສະຫະລັດ ທ່ານ Bill Clinton
ອະດີດ ປະທານາທິບໍດີ ສະຫະລັດ ທ່ານ Bill Clinton
ຫ້ອງການ​ເກັບ​ຮັກສາ​ເອກ​ກະສາ​ນ​ແຫ່ງ​ຊາດຂອງສະຫະລັດ
​ໄດ້ເປີດ​ເຜີ​ຍ ເອກກະສານ 2,000 ໜ້າ​ ໃນສະໄໝອະດີດປະ
ທານາທິບໍດີສະຫະລັດ ທ່ານ Bill Clinton ເວລາ​ທີ່​ທ່ານ​ດຳ
ລົງຕຳແໜ່ງ ຢູ່ທີ່ທຳນຽບຂາວ ຮວມ​ທັງບັນທຶກ ໜັງສືນ້ອຍ
ເຕືອນຄວາມຈຳ ​ແລະ​ຄຳ​ຖະແຫຼງຕ່າງໆ ທີ່​ໄດ້​ເກັບ​ກຳເອົາ​
ໄວ້ ບໍ່​ໃຫ້ສາ​ທາລະນະຊົນຮູ້.

ເອກກະສານເຫຼົ່ານີ້ ແມ່ນກວມເອົາຫົວຂໍ້ຕ່າງໆໃນຂອບເຂດ
ທີ່ກວ້າງຂວາງ ​ຮວມ​ທັງ ປີ​ສຸດ​ທ້າຍ​ ໃນການດຳລົງຕຳ​ແໜ່​ງ
ການສະ​ເໜີ​ແຕ່ງຕັ້ງຜູ້​ພິພາກສາສາ​ນສູງ​ສຸດແລະ​ການ​ສົນທະ
ນາຫາລື​ກ່ຽວ​ກັບນະ​ໂຍບາຍ​ການ​ຕ່າງປະ​ເທດ.

​ເອກ​ກະສາ​ນ​ເຫຼົ່າ​ນີ້ ສະ​ແດງ​ໃຫ້​ເຫັນເຖິງ​ຄວາມ​ເປັນ​ຫ່ວງ​ຂອງທຳນຽບຂາວກ່ຽວ ​ກັບ
ເລື່ອງ Rwanda ​ແລະ​ຈະລະບຸ​ວ່າ ​ເປັນ​ການ​ຂ້າລ້າງ​ເຊື້ອຊາດ ຢູ່​ທີ່​ນັ້ນຫລື ບໍ່ ​ໃນ​ປີ
1994. ບັນດາ​ຜູ້​ແນະນຳ​ດ້ານ​ກົດໝາຍ​ໄດ້ໂຕ້​ຖຽງວ່າ ການພິຈາລະນາ ​ດັ່ງກ່າວ ອາດ
​ຈະ​ເພີ້​ມຄວາມກົດ​ດັນທາງ​ດ້ານ​ການ​ເມືອງ​ໃຫ້​ແກ່ສະຫະລັດ ​ເພື່ອ​ເຂົ້າ​ແຊກ​ແຊງ ໃນ
ການຍຸດຕິຄວາມ​ຮຸນ​ແຮງດັ່ງກ່າວ.

ນອກຈາກ​ນັ້ນ​ແລ້ວ​ເອກກະສານ​ອື່ນໆ ແມ່ນພົວພັນ​ກັບ​ຮອງປະທານາທິບໍດີ Al Gore
​ໃນ​ເວລາ​ນັ້ນ ຊຶ່ງ​ລົງ​ສະມັກ ​ເປັນປະທານາທິບໍດີ ​ໃນ​ປີ 2000 ​ແລະ ​ເສຍໄຊ ໃນ​ການ​ນັບ
ຄະ​ແນນ​ສຽງ​ຄືນໃໝ່ ຢູ່ໃນ​ລັດ Florida ​ໃຫ້​ແກ່ ທ່ານ George W. Bush. ບັນ​ດາ​ທີ່ປຶກ
ສາຂອງທ່ານ Clinton ​ໄດ້​ຮຽກຮ້ອງ​ໃຫ້​ທ່ານ ເອົາ​ໃຈໃສ່ໃນ​ປີ​ສຸດ​ທ້າ​ຍຂອງການດຳລົງ
​ຕຳ​ແໜ່​ງຂອງທ່ານເພື່ອ​ຊ່ວຍທ່ານ Gore ​ໃຫ້ໄດ້ຮັບໄຊຊະນະ​ໃນການ​ເລືອກ​ຕັ້ງ.

​ເອກ​ກະສາ​ນຫລາຍ​ສະບັບ ​ໄດ້​ໃຫ້​ລາຍ​ລະອຽດ​ກ່ຽວກັບການດຳເນີນຄວາມພະຍາຍາມ
ແຕ່ບໍ່ປະສົບຜົນສຳເລັດ ຂອງລັດຖະບານທ່ານ Clinton ​ທີ່ຈະປະຕິຮູບລະບົບ​ປະກັນ​ໄພ​
ສຸຂະພາບ ຊຶ່ງ​ເປັນ​ການ​ລິ​ເລີ້ມ​ ໂດຍພັນ​ລະ​ຍາ​ຂອງ​ທ່ານ Clinton ຄືອະດີດລັດຖະມົນ
ຕີກະຊວງ​ການ​ຕ່າງປະ​ເທດ ທ່ານ​ນາງ Hillary Clinton​.

ປື້​ມ​ໃໝ່ຂອງ ທ່ານ​ນາງ Hillary Clinton ກ່ຽວ​ກັບ​ເວລາ​ທີ່ທ່ານ​ນາງເຮັດວຽກ ຢູ່​ກະ​ຊວງ
ການ​ຕ່າງປະ​ເທດ ​ໄດ້​ນຳອອກ​ເຜີ​ຍແຜ່​ໃນ​ວັນ​ອັງຄານ​ທີ່​ຜ່ານ​ມາ. ມີ​ຊື່ວ່າ Hard Choices.

​ເອກ​ກະສາ​ນຫລາຍ​ພັນ​ໜ້າ ​ໃນ​ສະ​ໄໝທີ່ທ່ານ Clinton ຢູ່ທີ່​ທຳນຽບຂາວ​ໄດ້​ຖືກ​ນຳ
ອອກເຜີຍ​ແຜ່ໄປແລ້ວ​ໃນ​ປີ​ນີ້.

​ເພື່ອ​ເບິ່ງ​ເອກ​ກະສາ​ນ​ເຫຼົ່າ​ນີ້ຈົ່ງ​ເຂົ້າ​ໄປ​ທີ່ເວັບໄຊທ໌ www.clintonlibrary.gov.

ເບິ່ງວີດີໂອກ່ຽວຂ້ອງ:
Hillary Clinton Issues Foreign Policy Memoir: 'Hard Choices'
please wait

No media source currently available

0:00 0:03:46 0:00
XS
SM
MD
LG