ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຈີນ ອອກຄຳເຕືອນ ຂີດແດງ ກ່ຽວກັບ ມົນລະພິດ ຕື່ມອີກ ຫຼາຍເມືອງ


ແມ່ຍິງຄົນໜຶ່ງແປງໜ້າກາກຂອງລາວ ໃນມື້ທີ່ມີມົນລະພິດສູງໃນນະຄອນຫຼວງ ປັກກິ່ງ. 22 ທັນວາ, 2015.
ແມ່ຍິງຄົນໜຶ່ງແປງໜ້າກາກຂອງລາວ ໃນມື້ທີ່ມີມົນລະພິດສູງໃນນະຄອນຫຼວງ ປັກກິ່ງ. 22 ທັນວາ, 2015.

10 ຕົວເມືອງຂອງ ຈີນ ໄດ້ອອກ​ຄຳ​ເຕືອນ​ຂີດ​ແດງ ກ່ຽວ​ກັບ ​ມົນລະ ພິດທາງອາກາດໃນວັນພະຫັດມື້ນີ້, ໃນຂະນະທີ່ ຈີນ ສືບຕໍ່ປະ​ເຊີນ​ກັບຄື້ນຟອງຂອງຄຸນນະພາບອາກາດທີ່ຮ້າຍແຮງທີ່ສຸດເຊິ່ງໄດ້ກະ ຕຸ້ນໃຫ້ນະຄອນຫຼວງ ປັກກິ່ງ ຕ້ອງສັ່ງໃຫ້ບັນດາໂຮງຈັກໂຮງງານ ຫຼຸດຜ່ອນການຜະລິດ, ປິດໂຮງຮຽນ, ແລະ ສັ່ງໃຫ້ຫຼຸດຜ່ອນການສັນ ຈອນຕາມທ້ອງຖະໜົນ ໃນຕົ້ນສັບປະດານີ້.

ປັກກິ່ງ ໄດ້ອອກ​ຄຳ​ເຕືອນ​ຂີດ​ແດງ​ກ່ຽວ​ກັບມົນລະພິດເປັນຄັ້ງທຳ ອິດໃນວັນທີ 7 ທັນວາທີ່ຜ່ານມາ, ແລະ ຄັ້ງທີ 2 ໃນວັນຈັນ​ແລ້ວນີ້. ໃນຂະນະທີ່ຄຳ​ເຕືອນດັ່ງກ່າວແມ່ນມີກຳນົດທີ່ຈະຖືກຍົກເລີກໃນ ບາງເມືອງໃນວັນພະຫັດມື້ນີ້, ແຕ່ສະພາບມົນລະພິດແມ່ນຍັງມີຢູ່ ຄືເກົ່າ.

ອົງການຂ່າວ​ເອພີ ລາຍງານໃນວັນພະຫັດມື້ນີ້ວ່າ ແຂວງ Shandong ໃນພາກຕາເວັນອອກ ຂອງ ຈີນ ກໍໄດ້​ອອກ​ຄຳ​ເຕືອນ​ໃນ 4​ ເມືອງ ຫຼັງຈາກໄດ້ເຕືອນພວກເຂົາເຈົ້າວ່າ ມົນລະພິດທີ່ ຮ້າຍແຮງອາດຈະສູງກາຍລະດັບຄວາມປອດໄພດົນກວ່າ 24 ຊົ່ວໂມງ. ສຳນັກງານປົກປ້ອງສິ່ງ ແວດລ້ອມເມືອງ Shandong ໄດ້ສັ່ງ​ໃຫ້ປິດໂຮງຮຽນ ແລະ ຢຸດການເດີນທາງ ແລະ ການກໍ່ ສ້າງຕຶກອາຄານຕ່າງໆ.

ແຕ່ວ່າການອອກ​ຄຳ​ເຕືອນ​ຂີດ​ແດງ​ນີ້ ບໍ່ໄດ້ໝາຍຄວາມ​ວ່າອາກາດຂອງ ປັກກິ່ງ ແມ່ນເປື້ອນ ຫຼາຍກວ່າໃນເມື່ອກ່ອນ.

ທ່ານ Yanzhong Huang ສະມາຊິກອາວຸໂສ ເພື່ອສຸຂະພາບໂລກ ທີ່ສະພາການພົວພັນ ສາກົນ ໄດ້ກ່າວຕໍ່ວີໂອເອໃນຕົ້ນຂອງສັບປະດານີ້ວ່າ ການທີ່ ຈີນ ໄດ້ອອກ​ຄຳ​ເຕືອນ​ຂີດ​ແດງ ສ່ວນນຶ່ງ ແມ່ນເພື່ອສະ ແດງ​ໃຫ້​ເຫັນມາດຕະການ​ໃນ​ການຕໍ່ສູ້ກັບມົນລະພິດທີ່ຮ້າຍແຮງ, ເຊັ່ນ ວ່າຈຳກັດການສັນຈອນຕາມທ້ອງຖະໜົນ.

ປະຊາຊົນ ຈີນ ທີ່ມີຖານະດີ ໄດ້ພາກກັນຊື້ເຄື່ອງປັບອາກາດທີ່ມີຄຸນນະພາບສູງນຳເຂົ້າຈາກ ຕ່າງປະເທດ ເພື່ອໃຊ້ໃນບ້ານ​ເຮືອນຂອງພວກເຂົາເຈົ້າ ແລະ ຫ້ອງຫານ. ແຕ່ວ່າເຄື່ອງປັບອາ ກາດດັ່ງກ່າວ ແມ່ນມີລາຄາແພງຫຼາຍສຳລັບປະຊາຊົນ ຈີນ ຫຼາຍຄົນ ຜູ້ທີ່ໄດ້ຕິດຕັ້ງເຄື່ອງມື ຊົ່ວຄາວໂດຍການຕິດເຄື່ອງຕອງເສັ້ນໃຍແກ້ວ ໃສ່ກັບພັດລົມໃນ​ເຮືອນ .

China Pollution
please wait
Embed

No media source currently available

0:00 0:00:25 0:00

XS
SM
MD
LG