ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ອິນໂດເນເຊຍ ເລັ່ງລັດ ການຊອກຫາ ຜູ້ເຄາະຮ້າຍ ໃນເຫດເຮືອບິນ AirAsia ຕົກ


ແມ່ແລະສະມາຊິກຄອບຄົວອື່ນໆ ຂອງຜູ້ໂດຍສານຄົນນຶ່ງ ເທິງເຮືອບິນແອເອເຊຍ ລຳທີ່ຕົກ ພາກັນຮ້ອງໄຫ້ເສຍໃຈ ຂະນະທີ່ຮັບເອົາສົບຂອງຜູ້ກ່ຽວ ຢູ່ໂຮງໝໍ.
ແມ່ແລະສະມາຊິກຄອບຄົວອື່ນໆ ຂອງຜູ້ໂດຍສານຄົນນຶ່ງ ເທິງເຮືອບິນແອເອເຊຍ ລຳທີ່ຕົກ ພາກັນຮ້ອງໄຫ້ເສຍໃຈ ຂະນະທີ່ຮັບເອົາສົບຂອງຜູ້ກ່ຽວ ຢູ່ໂຮງໝໍ.

ບັນດາ​ຜູ້​ຊອກ​ຄົ້ນ​ຫາ ກ່າວ​ວ່າ ​ເຂົາ​ເຈົ້າ​ຈະ​ໃຊ້​ອຸບປະກອນ​
ຊອກ​ຄົ້ນ​ຫາ​ໄຕ້​ພື້ນ​ນໍ້າ ​ ເພື່ອກູ້ເອົາ​ຊາກ​ສົບ ​ແລະ​ຊາກ​ຫັກພັງ
ຂອງເຮືອບິນໂດຍສານ ຂອງສາຍການບິນ ​AirAsia ທີ່ປະ
ສົບອຸບັດຕິເຫດຕົກນັ້ນ ຂຶ້ນມາ ຫຼັງ​ຈາກສະພາບ​ອາກາດ​ດີ
​ຂື້ນ​ມາ​ໜ້ອຍ​ນຶ່ງ ​ໃນ​ວັນ​ສຸກ​ມື້​ນີ້.

ບັນດາ​ເຈົ້າ​ໜ້າ​ທີ່ ອິນ​ໂດ​ເນ​ເຊຍ ກ່າວ​ວ່າ 16 ສົບ​ໄດ້​ຖືກກູ້
ຂຶ້ນມາແລ້ວ ມາເຖິງ ​ປັດຈຸ​ບັນ​ນີ້ ຫລັງ​ຈາກໄດ້​ພົບ​ເຫັນ
ຫລາຍ​ສົບໃນ​ວັນ​ສຸກ​ມື້​ນີ້. ​ເຮືອບິນ​ລຳນີ້ບັນທຸກ​ຜູ້​ໂດຍສານ
ແລະລູກເຮືອ 162 ຄົນ ​ເວລາ​ເຮືອບິນ​ຫາ​ຍສາບ​ສູນ​ໄປ​ຈາກ
​ຈໍເຣດ​າ ​ໃນ​ວັນ​ອາທິດ​ທີ່​ຜ່ານ​ມາ.

ສະພາບດິນຟ້າອາກາດ​ປັ່ນ​ປ່ວນ ​ໄດ້ເປັນອຸບປະສັກ​ຕໍ່ການ​ຊອກຄົ້ນ​ຫາຊາກຫັກ ພັງສ່ວນ
ສຳຄັນຂອງ​ເຮືອບິນ ​Airbus A320 ໂດຍຂັດຂວາງບໍ່ໃຫ້​ພວກ​ມະນຸດ​ກົບມຸດລົງໄປ​ເຖິງ
ພື້ນທະເລໃນລະຫວ່າງ 30 ຫາ 50 ​ແມັດ​ເພື່ອ​ຊອກ​ຫາ​ວັດຖຸ​ສີ​ດຳ ຂະໜາດໃຫຍ່ ທີ່
ໂຊ​ນ້າຈັບໄດ້ນັ້ນ.

ບັນດາ​ນັກ​ພະຍາກອນ​ອາກາດທຳນາຍ​ວ່າ ອາດຈະມີຝົນຕົກ​ໜັກ ​ແລະ​ລົມ​ແຮງ​ ໄປຈົນ
ເຖິງ​ວັນ​ອາທິດຈະ​ມານີ້.

​ເຈົ້າ​ໜ້າ​ທີ່ອິນ​ໂດ​ເນ​ເຊ​ຍຄົນ​ນຶ່ງ​ໄດ້​ເຕືອນ​ວ່າ ມັນ​ອາດ​ຈະ​ໃຊ້​ເວລາ​ເຖິງ​ນຶ່ງອາທິດກ່ອນ​ທີ່
ເຮືອບິນ ​ແລະ​ເຄື່ອງບັນທຶກ​ສຽງ​ທີ່​ສຳຄັນຈາກ​ຫ້ອງ​ຄົນຂັບ​ແລະເຄື່ອງ​ບັນ ທຶກ​ຂໍ້​ມູນການ
ບິນ ຈະພົບເຫັນ ​ຢູ່​ໃນທະ​ເລ Java ​ໃກ້​ກັບ​ເກາະ Borneo.

ກອງທັບເຮືອທີ 7 ຂອງ​ສະຫະລັດ ​ໄດ້​ປະກາດ​ໃນ​ວັນ​ສຸກ​ມື້​ນີ້​ວ່າ ​ຕົນໄດ້​ສົ່ງ​ກຳ​ປັ່ນລຳ​ທີ​ສອງ ​ໄປຍັງຂົງ​ເຂດທີ່ມີການຊອກຄົ້ນຫາ ບ່ອນ​ທີ່​ກຳ​ປັ່ນ​ລົບ USS Sampson ພວມປະ
ຕິບັດງານໃຫ້ການ​ຊ່ວຍ​ເຫລືອ​ຢູ່ນັ້ນ. ​ເຖິງ​ແມ່ນ​ວ່າ ກຳ​ປັ່ນ​ລົບ USS Fort Worth ຍັງ​ບໍ່​
ທັນ​ມີໜ້າ​ທີ່​ເຂົ້າຮ່ວມ​ໃນ​ຄວາມ​ພະ​ຍາ​ຍາມ​ຊອກ​ຫາ ​ແຕ່ຈະ​ຢູ່​ລໍຖ້າ​ໃນ​ກໍລະນີ​ທີ່​ມີຄວາມ
​ຕ້ອງການຈາກ ​ລັດຖບານ​ອິນ​ໂດ​ເນ​ເຊຍ. ​ກຳ​ປັ່ນ​ລົບ USS Sampson ​ໄດ້​ພົບ​ເຫັນ​ສອງ
​ສົບ​ ໃນ​ວັນ​ພະຫັດ​ວານ​ນີ້.

ASIA PLANE MISSING VO
please wait
Embed

No media source currently available

0:00 0:00:50 0:00

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ກະຈາຍສຽງຂອງວີໂອເອລາວ ວັນທີ 28 ມີນາ 2024

XS
SM
MD
LG