ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຜູ້ຕ້ອງສົງໄສ 2 ຄົນທີ່ພົວພັນກັບການໂຈມຕີ ນະຄອນຫລວງ Paris ແລະ Brussels ຖືກຈັບ


ຮູບພາບເຜີຍແຜ່ໂດຍຕຳຫລວດລັດຖະບານກາງ Belgium ສະແດງໃຫ້ເຫັນຮູບທ້າວ Mohamed Abrini ແລະທ້າວ Salah Abdeslam ຜູ້ທີ່ຕ້ອງການໂຕຈາກຕຳຫລວດ.
ຮູບພາບເຜີຍແຜ່ໂດຍຕຳຫລວດລັດຖະບານກາງ Belgium ສະແດງໃຫ້ເຫັນຮູບທ້າວ Mohamed Abrini ແລະທ້າວ Salah Abdeslam ຜູ້ທີ່ຕ້ອງການໂຕຈາກຕຳຫລວດ.

​ບັນດາ​ເຈົ້າ​ໜ້າ​ທີ່ Belgium ​ໄດ້​ຈັບ​ຜູ້​ຕ້ອງ​ສົງ​ໄສ​ລົບ​ໜີ​ຄົນ​ນຶ່ງ ທີ່​ຕ້ອງການໂຕ​ໃນ​ການ​ ພົວພັນໂຈມຕີ ນະຄອນຫລວງ Paris ​ໃນ​ເດືອນ​ພະຈິກ​ທີ່​ຜ່ານ​ມາ ຊຶ່ງຜູ້ກ່ຽວ​ຍັງ​ພົວພັນ​ ກັບ​ການວາງ​ລະ​ເບີ​ດທີ່​ຮ້າຍ​ແຮງ​ເຖິງຕາຍໃນ​ ນະຄອນຫລວງ Brussels ​ໃນ​ເດືອນ​ແລ້ວ ​ນີ້ນໍາ.

ທ້າວ Mohamed Abrini ອາຍຸ 31 ປີ ​ເກີດ​ຢູ່ Belgium ເຊື້ອສາຍ​ ມາຣົກ ​ໄດ້​ຖືກ​ຈັບ​ໃນ​ ວັນ​ສຸກ​ວານ​ນີ້ ຊຶ່ງ​ເຊື່ອກັນ​ວ່າ​ເປັນ​ຜູ້​ຊາຍ​ລຶກລັບ “ໃສ່​ໝວກ" ທີ່​ໄດ້​ລົບ​ໜີ​ຈາກ​ການວາງ ​ລະ​ເບີດຢູ່​ເດີ່ນ​ບິນ Brussels Zaventem.

ຖ້າ​ຫາກ​ເປັນຄວາມ​ຈິງ ກໍໝາ​ຍຄ​ວາມວ່າ ທ້າວ Abrini ​ໄດ້​ມີ​ບົດບາດ​ອັນ​ສຳຄັນ​ໃນ​ການ ​ໂຈມ​ຕີ​ສອງ​ເທື່ອ ທີ່ປະຕິບັດ​ໂດ​ຍລັດ​ອິສລາມ ທີ່​ໄດ້​ລີ້​ຊ່ອນຢູ່ ​ເຮັດ​ໃຫ້ 162 ຄົນ​ເສຍ​ຊີວິດ 130 ຄົນ​ຢູ່​ໃນ​ນະຄອນຫລວງ Paris ​ແລະ​ອີກ 32 ຄົນ ​ໃນ​ນະຄອນຫລວງ Brussels ​ແລະຫລາຍໆ​ຄົນ​ໄດ້​ຮັບ​ບາດ​ເຈັບ.

ທ້່າວ Abrini ​ໄດ້ຖືກ​ພົບເຫັນຢູ່ໃນພາບ​ຖ່າຍ​ຢູ່​ສະຖານີ​ລົດ ເວລາ​ເດີນທາງ​ໄປ​ນະຄອນ ຫລວງ Paris ກ່ອນ​ໜ້າ​ການ​ໂຈມ​ຕີ​ນ້ອຍ​ນຶ່ງ​ໃນ​ວັນ​ທີ 13 ​ເດືອນ​ພະຈິກ ​ພ້ອມດ້ວຍ​ຜູ້​ຕ້ອງ​ ສົງ​ໄສ​ອີກຄົນ​ນຶ່ງ ທ້າວ Salah Abdeslam ຜູ້​ທີ່​ກຳລັງຖືກຂັງ​ຢູ່ໃນຄຸ​ກ ໃນນະຄອນ ຫລວງ Brussels ເວລານີ້.

ລາວ​ເປັນຜູ້ສຸດທ້າຍ ທີ່ຖືກ​ລະບຸວ່າເປັນ​ຜູ້​ຕ້ອງ​ສົງ​ໄສ ນັບແຕ່ການໂຈມຕີ​ນະຄອນຫລວງ Paris ວັນ​ທີ 13 ເດືອນພະຈິກ ເປັນຕົ້ນມາ​.

ຕຳຫລວດ Belgium ​ໄດ້​ຈັບ​ຄົນທີສອງທີ່​ອາດພົວພັນ​ກັບ​ການວາງລ​ະ​ເບີດຮ້າຍ​ແຮງ ເຖິງຕາຍຢູ່ ສະຖານີ​ລົດໄຟ​ໃຕ້​ດິນ Brussels Maelbeek ລະຫວ່າງ​ຊົ່ວໂມງຄັບຄັ່ງ​ເຂົ້າ ​ການຕອນ​ເຊົ້າ ວັນທີ 22 ​ເດືອນ​ມີນາ​ຜ່ານ​ມາ.

​ຫ້ອງການໄອ​ຍະ​ການ​ລັດຖະບານ​ກາງ Belgium ​ໄດ້​ຢືນຢັນ​ວ່າ “ຫລາຍ​ຄົນ​ໄດ້​ຖືກ​ຈັບ” ​ ໃນ​ວັນ​ສຸກ​ວານ​ນີ້ ​ແຕ່​ບໍ່​ໄດ້​ໃຫ້​ລາຍ​ລະອຽດຫຽັງ​ເພີ້​ມ​ເຕີມ.

Paris Brussels Attack
please wait
Embed

No media source currently available

0:00 0:00:34 0:00

XS
SM
MD
LG