ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ມີຄວາມເປັນຫ່ວງ ເພີ້ມຂຶ້ນ ຕໍ່ການສ້າງເຂື່ອນ ໃສ່ນ້ຳຂອງ ແຫ່ງຕໍ່ໄປ ຢູ່ລາວ


ການຫາປາ ຢູ່ແມ່ນໍ້າຂອງ ໃຕ້ນ້ຳຕົກຄອນພະເພັງ ໃກ້ກັບ ຊາຍແດນລາວ-ກຳປູເຈຍ.
ການຫາປາ ຢູ່ແມ່ນໍ້າຂອງ ໃຕ້ນ້ຳຕົກຄອນພະເພັງ ໃກ້ກັບ ຊາຍແດນລາວ-ກຳປູເຈຍ.

ລັດຖະບານ ສປປ ລາວ​ຍັງ​ດຳ​ເນີນ​ການ​ຕໍ່​ໄປ​ກ່ຽວ​ກັບ​ການ​ສ້າງ​ເຂື່ອນ​ໃໝ່​ຢູ່​ໃນ​ເຂດ​ລຸ່ມ​ແມ່​ນໍ້າຂອງ ທີ່​ພາ​ໃຫ້ພວກນັກ​ວິທະ​ຍະ​ສາດ​ ແລະ​ນັກ​ເຄື່ອນ​ໄຫວ​ອອກ​ມາເຕືອ​ນ​ເຖິງໄພຂົ່ມຂູ່ ທີ່​ເພີ້ມທະວີ​ຂຶ້ນ ​ຕໍ່ຄວາ​ມປອດ​ໄພ​ທາງດ້ານອາຫານຢູ່​ໃນ​ຂົງ​ເຂດ.

ສປປ ລາວ ​ໄດ້ແຈ້ງ​ໃຫ້ຄະນະ​ກຳມາທິການ​ແມ່​ນໍ້າຂອງສາກົນ ​ຫຼື MRC ຊຶ່ງ​ເປັນ​ອົງການ ຈັດຕັ້ງ ຂອງສີ່​ລັດຖະບານ ​ໃນ​ຕົ້ນ​ເດືອນ​ນີ້​ວ່າ ການ​ກະກຽມ​ເພື່ອ​ສ້າງ​ເຂື່ອນປາກ​ແບ​ງທີ່​ມີ ຄວາມ​ແຮງ​ 912 ​ເມກາ​ວັດຢູ່​ແຂວງ​ອຸດົມ​ໄຊທາງ​ພາກ​ເໜືອ​ຂອງ ສປປ ລາວ ​ນັ້ນໄດ້​ເລີ້ມ ລົງມື​ແລ້ວ.

​ເຂື່ອນປາກ​ແບ​ງ ຈະ​ເປັນ​ເຂື່ອນ​ທີສາມ ໃນ​ເຂດ​ລຸ່ມ​ແມ່​ນໍ້າຂອງທີ່ສ້າງ​ໃສ່​ກະ​ໂຕລຳ​ແມ່​ນ້ຳ ຂອງ ທີ່​ຢູ່ໃນ​ຄວາມ​ຄວບ​ຄຸມ​ຂອງ​ລາວ. ​ເຂື່ອນໄຊ​ຍະ​ບູຣີທີ່ມີ​ມູນ​ຄ່າ 3 ພັນ 5 ຮ້ອຍ​ລ້ານ​ໂດ​ລາແລະ​ເຂື່ອນ​ດອນ​ສະໂຮງ ທີ່ຕັ້ງ​ຢູ່​ໃກ້​ຊາຍ​ແດນ​ກຳປູ​ເຈຍ​ເປັນ​ສ່ວນ​ນຶ່ງ ຂອງ 11 ​ເຂື່ອນ ​ທີ່​ໄດ້​ວາງ​ແຜນ​ໄວ້ ຈະ​ສ້າງ​ໃສ່​ລຳ​ແມ່​ນໍ້າຂອງ.

ສປປ ລາວ ​ກ່າວ​ວ່າ ການ​ສ້າງ​ເຂື່ອນ​ເປັນ​ກະ​ແຈໃນ​ການພັດທະນາ​ເສດຖະກິດໄລຍະ ຍາວ​ ເພື່ອສົ່ງ​ເສີມ​ໃຫ້​ປະ​ເທດ​ ກາຍ​ເປັນ “​ເປັນ​ໝໍ້​ໄຟ” ຂອງ​ເອ​ເຊຍ ​ເຖິງ​ແມ່ນ​ວ່າ ການ​ຂາຍໄຟຟ້າຢູ່ໃນ​ຂົງ​ເຂດສ່ວນ​ໃຫຍ່ແລ້ວ​ແມ່ນສົ່ງ​ໄປປະ​ເທດ​ໄທທີ່​ເປັນ​ເພື່ອນ​ບ້ານ.

ແມ່ນໍ້າຂອງທີ່ໄຫລຜ່ານ ນະຄອນຫລວງວຽງຈັນ.
ແມ່ນໍ້າຂອງທີ່ໄຫລຜ່ານ ນະຄອນຫລວງວຽງຈັນ.

ທ່ານ​ນາງ Maureen Harris ຜູ້ອຳນວຍການ​ ອົງການ​ແມ່​ນໍ້າ​ສາກົນ ຊຶ່ງ​ເປັນ ອົງການ​ຈັດຕັ້ງທີ່​ບໍ່​ຂຶ້ນກັບ​ລັດຖະບານ​ໃນ​ເຂດ​ເອ​ເຊຍ​ຕາ​ເວັນ​ອອກສຽງ​ໃຕ້ ກ່າວ ຕໍ່​ວີ​ໂອ​ເອ​ວ່າ “ການ​ກໍ່ສ້າງເຂື່ອນ​ປາກ​ແບ​ງ​ ​ແມ່ນ​ພາ​ໃຫ້​ມີ​ຄວາມ​ສ່ຽງ​ເພີ້ມຂຶ້ນຕໍ່ ການສ້າງ​ຄວາມ​ເສຍ​ຫາຍ​ຮ້າຍ​ແຮງຕໍ່​ລະບົບ​ນິ​ເວດທີ່​ສຳຄັນຂອງ​ແມ່​ນໍ້າຂອງທີ່​ລ້ຽງ​ດູ 60 ລ້ານ​ຄົນ​ຢູ່​ໃນ​ຂົງ​ເຂດ.

​ທ່ານ​ນາງ​ກ່າວ​ວ່າ “ເຂື່ອນ​ນີ້ຈະ​ມີ​ຜົນ​ກະທົບ​ທີ່​ສຳຄັນ​ຕໍ່​ຕອນ​ລຸ່ມ​ຂອງ​ແມ່​ນ້ຳຂອງ​ໃນ​ຖາ ນະ​ທີ່ເປັນໂຄງການ​ຢູ່ເໜືອ​ສຸດຂອງຫຼາຍໆ​ເຂື່ອນ. ​ໂດຍ​ສະ​ເພາະ​ຢ່າງ​ຍິ່ງ​ມັນ​ຈະ​ເປັນ​ຜົນ ​ຕໍ່​ການ​ໄຫລ​ຂອງດິນ​ຝຸ່ນ ​ແຕ່​ຍັງ​ຈະ​ເປັນ​ຜົນ​ກະ​ທົບຕໍ່​ການຫາ​ປາ. ​ແລະ​ຄວາມ​ເປັນ​ຫ່ວງ​ຂອງ​ພວກ​ເຮົາ​ຍັງ​ກ່ຽວ​ກັບ​ໂຄ​ງການ​ຫ້ອມ​ລ້ອມຕ່າງໆທີ່ກຳລັງ​ຈະ​ດຳ​ເນີນ​ການໄປ​ໜ້າ.”

ຜູ້ຊາຍຄົນນຶ່ງກຳລັງຂ່ວງແຫ ຢູ່ແມ່ນໍ້າຂອງທີ່ ນະຄອນພະນົມເປັນ ປະເທດກຳປູເຈຍ.
ຜູ້ຊາຍຄົນນຶ່ງກຳລັງຂ່ວງແຫ ຢູ່ແມ່ນໍ້າຂອງທີ່ ນະຄອນພະນົມເປັນ ປະເທດກຳປູເຈຍ.

ກອງ​ທືນອະນຸ​ລັກ​ສັດປ່າ​ຂອງ​ໂລກ ຫຼື WWF ກ່າວວ່າ ​ພຽງ​ແຕ່​ການ​ຫາ​ປາ​ເທົ່າ​ນັ້ນແມ່ນ ຄາດ​ຄະ​ເນວ່າ​ ຈະ​ມີ​ມູນ​ຄ່າ​ ປະມານ 17 ພັນ​ລ້ານ​ໂດ​ລາ​ ຕໍ່​ປີ. ລາຍ​ງານ​ຂອງອົງການ WWF ຫວ່າງ​ມໍ່​ໆ​ມາ​ນີ້ກ່າວ​ວ່າ “ກິດຈະການເສດຖະກິດທັງໝົດ ຢູ່​ໃນ​ຂົງ​ເຂດ​ແມ່ນພົວ ພັນໂດຍກົງຫລືບໍ່ກໍ​ໂດຍ​ທາງ​ອ້ອມ​ ກັບແມ່ນໍ້າດັ່ງກ່າວແລະເພາະສະນັ້ນຈຶ່ງເປັນອັນຕະ ລາຍ ຕໍ່ ການປ່ຽນແປງຂອງແມ່ນໍ້ານີ້.”

ຢູ່​ໃນ​ເຂດ​ຕອນ​ເທິງຂຶ້ນໄປຂອງ​ແມ່​ນ້ຳຂອງ​ທີ່ 4,300 ກິໂລແມັດນັ້ນຈີນໄດ້ສ້າງຫົກເຂື່ອນ ທີ່​ພາ​ໃຫ້​ມີຄວາມເປັນຫ່ວງ​ເພີ້ມຂຶ້ນ ກ່ຽວກັບຜົນກະທົບທີ່ເປັນອັນຕະລາຍຕໍ່ການ​ໄຫຼ​ຂອງ​ດິນຝຸ່ນ ລົງມາຕາມ ລຳແມ່ນໍ້າຂອງ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG