ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ຂະ​ບວນລົດນຳສົ່ງ ​ເຂົ້າປາ​ອາຫານ ແລະ​ຢຸກຢາ ໄປຍັງເມືອງ ທີ່ຖືກປິດລ້ອມ ໃນຊີເຣຍ


ຂະ​ບວນລົດ​ຊ່ອຍ​​ເຫຼືອ​ຂອງອົງການ​ສະພາກາ​ແດງ​ ຮ່ວມ​ກັບ​ອົງການ​ສະຫະ​ປະ​ຊາຊາດ ​ແລະສະພາກາ​ແດງ​​ຊີ​ເຣຍ ​ ຮວມຕົວກັນ ກ່ອນມຸ້ງໜ້າເດີນທາງໄປຍັງ ເມືອງ Madaya ຈາກນະຄອນ Damascus, ເມືອງ Foua ແລະເມືອງ Kefraya ໃນແຂວງ Idlib ຊີເຣຍ, 11 ມັງກອນ, 2016.
ຂະ​ບວນລົດ​ຊ່ອຍ​​ເຫຼືອ​ຂອງອົງການ​ສະພາກາ​ແດງ​ ຮ່ວມ​ກັບ​ອົງການ​ສະຫະ​ປະ​ຊາຊາດ ​ແລະສະພາກາ​ແດງ​​ຊີ​ເຣຍ ​ ຮວມຕົວກັນ ກ່ອນມຸ້ງໜ້າເດີນທາງໄປຍັງ ເມືອງ Madaya ຈາກນະຄອນ Damascus, ເມືອງ Foua ແລະເມືອງ Kefraya ໃນແຂວງ Idlib ຊີເຣຍ, 11 ມັງກອນ, 2016.

ຂະ​ບວນລົດ​ຊ່ອຍເຫຼືອ​ອີກ​ຮອບ​ນຶ່ງ ​ໄດ້​ລຳລຽງ​ເຄື່ອງໄປ​ຍັງ​ 3 ເມືອງ
ຂອງ​ຊີ​ເຣຍ ທີ່​ຖືກປິດ​ລ້ອມ ໃນ​ວັນ​ພະຫັດ​ມື້ນີ້ ຫຼັງຈາກ​ໄດ້​ມີີ​ການ
ຈັດ​ສົ່ງເຂົ້າປາ​ອາຫານ ​ແລະ​ຢຸກຢາ​ທີ່ມີ​ຄວາມ​ຈຳ​ເປັນ​ ຮອບ​ທຳ​ອິດ
​ໄປ​ໃຫ້ ​ໃນ​ຕົ້ນ​ສັບປະດາ​ນີ້.

ອົງການ​ສະພາກາ​ແດງ​ນາໆ​ຊາດ ຮ່ວມ​ກັນ​ກັບ​ອົງການ​ສະຫະ​
ປະ​ຊາຊາດ ​ແລະສະພາກາ​ແດງ​ແຫ່ງ​ຊີ​ເຣຍ ​ໄດ້​ກ່າວ​ວ່າ ພວກລົດ
ບັນທຸກທັງຫຼາຍ​ ແມ່ນ​ລຳລຽງ​ສຳພາລະໄປ​ຍັງ​ເມືອງ Madaya,
Foua
​ແລະ Kefraya. ຂະ​ບວນລົດຊ່ອຍເຫຼືອ​ ໄດ້​ໄປ​ຮອດເມືອງ
ທັງ 3 ດັ່ງກ່າວ​ ໃນ​ແລງ​ວັນ​ຈັນ​ຜ່ານ​ມາ​ນີ້.

ພວກຕໍ່ຕ້ານ​ປະທານາທິບໍດີ​ຊີ​ເຣຍ ທ່ານ Bashar al-Assad ຄວບ​ຄຸມເມືອງ Madaya ຊຶ່ງມີປະຊາກອນ​ປະມານ 42 ພັນ​ຄົນ ທີ່​ຕັ້ງ​ຢູ່​ໃກ້ໆ​ກັບ​ເຂດ​ຊາຍ​ແດນ Lebanone ຊຶ່ງ​ກອງ​ກຳລັງ​ລັດ​ຖະ​ບານ​ໄດ້​ປິດ​ລ້ອມ​ມາ​ເປັນ​ເວລາ​ຫຼາຍ​ເດືອນ​ແລ້ວ​ນັ້ນ. ຂະນະ​ດຽວ​ກັນ​ພວກ​ຕໍ່ຕ້ານ​ລັດຖະບານ ກຳລັງ​ປິດລ້ອມ​ເມືອງ Foua ​ແລະ Kefraya.

ອົງການ​ສະຫະ​ປະ​ຊາຊາດ ​ແລ​ະອົງການອື່ນໆ ກ່າວ​ວ່າ ພວກ​ຜູ້​ຄົນ​ໃນ​ເມືອງ Madaya
​ໄດ້​ລົ້ມ​ຕາຍ​ຍ້ອນ​ຄວາມ​ອຶດ​ຫີ​ວ ຊຶ່ງ​ທາງ​ເອກ​ອັກຄະ​ລັດຖະທູດ​ຊີ​ເຣຍປະ​ຈຳອົງການ​ສະຫະ​ປະ​ຊາຊາດ​ໄດ້​ປະຕິ​ເສດ. ຫົວໜ້າ​ອົງການ​ມະນຸດສະທຳ​ສະຫະ​ປະ​ຊາຊາດທ່ານ Stephen
O’Brien
​ໄດ້​ກ່າວໃນ​ວັນ​ຈັນ​ຜ່ານ​ມາ​ນີ້​ວ່າ ມີ​ປະມານ 400 ຄົນ ກຳລັງ​ປະ​ເຊີນ​ກັບ​ການ​ລົ້ມ​ຕາຍ ນອກ​ເສຍ​ຈາກ​ວ່າ ​ພວກ​ເຂົາ​ເຈົ້າ​ໄດ້ຖືກຍົກ​ຍ້າຍ​ອອກ​ໄປ​ເພື່ອ​ຮັບ​ການ​ປິ່ນປົວ ຮັກສາ​ພະຍາບານ ​ແລະ​ໂຄສົກ​ຂອງ​ອົງການ​ສະພາກາ​ແດງ​ນາໆ​ຊາດ ​ໄດ້​ເອີ້ນ​ສະຖານະ​ການ​ນີ້​ວ່າ ​ເປັນ​ທີ່ “​ເສົ້າ​ສະຫ​ລົດໃຈ.”

ອົງການ​ສະຫະ​ປະ​ຊາຊາດ ກ່າວ​ວ່າ ຊາວ​ຊີ​ເຣຍຈຳນວນ 13 ລ້ານ 5 ​ແສນ​ຄົນ ຕ້ອງການ
ຄວາມຊ່ອຍ​ເຫຼືອ​ທາງ​ດ້ານ​ມະນຸດສະທຳ ​ແລະ​ຕົນກຳລັງ​ຊອກ​ຫາເງິນ​ຈຳນວນ 7 ພັນ 730 ລ້ານ​ໂດ​ລ່າ ​ໃນ​ງົບປະມານ​ໃໝ່​ປີ 2016 ​ເພື່ອທີ່​ຈະ​ຊ່ອຍ​ເຫຼືອ​ພວກ​ອົບ​ພະຍົບທີ່​ພາກັນ​ຫລົບ​ໜີ​ອອກ​ຈາກ​ຊິ​ເຣຍນັ້ນ ມີ​ຈຳນວນ​ຫຼວງ​ຫຼາ​ຍພາກັນ​ຫລົບ​ໜີ​ໄປ​ຍັງ​ບັນດາ​ປະ​ເທດ​ເພື່ອນ​ບ້ານ ​ແລະ​ກໍຍັງ​ມີພວກ​ອົບ​ພະຍົບຫລົບ​ໄພ​ພາຍໃນ​ປະ​ເທດ​ນຳ.

SYRIA AID
please wait
Embed

No media source currently available

0:00 0:02:19 0:00

XS
SM
MD
LG