ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ໜ່ວຍຮັກສາສັນຕິພາບ UN ໄປເຖິງ ຈໍແດນ ຢ່າງປອດໄພແລ້ວ (ວີ​ດິ​ໂອ)


ໜ່ວຍຮັກສາສັນຕິພາບ UN ຊາວຟິລິບປິນ ຂະນະຂັບລົດຂ້າມ ເຂົ້າໄປຍັງ Jordan.
ໜ່ວຍຮັກສາສັນຕິພາບ UN ຊາວຟິລິບປິນ ຂະນະຂັບລົດຂ້າມ ເຂົ້າໄປຍັງ Jordan.
ທາງ​ການ​ສະຫະ​ປະຊາ​ຊາດ​ເວົ້າ​ວ່າ ກໍາລັງ​ຮັກສາ​ສັນຕິພາບ
ຢູ​ເ​ເອັນທັງ​ໝົດ 21 ຄົນ ທີ່​ຖືກ​ຄຸມ​ຕົວ​ໃນ​ເຂດ Golan Heights ​
ໂດຍ​ກຸ່ມ​ກະບົດ​ຊີ​ເຣຍນັ້ນ ​ໄດ້​ຖືກ​ປ່ອຍ​ຕົວ​ແລ້ວ​ເມື່ອ​ວັນ​ເສົາ
​ວານ​ນີ້ ​ແລະ​ໄດ້​ສົ່ງ​ມອບ​ໃຫ້​ທາງ​ການປະ​ເທດ​ຈໍ​ແດນ.

ທ່ານ Mokhtar Lamani ຜູ້ຕາງໜ້າປະ​ຈໍາ​ດາ​ມັສກັສຂອງ​ທູດ
ສັນຕິພາບພິ​ເສດ​ສໍາລັບ ຊີ​ເຣຍ ຄືທ່ານ Lakhdar Brahimi ທີ່​
ລຖືກ​ແຕ່ງ​ຕັ້ງ​ ໂດຍສະຫະ​ປະຊາ​ຊາດ ​ແລະ​ສັນນິບາດ​ອາຣັບ
ຢືນຢັນ​ວ່າ ໜ່ວຍ​ຮັກສາ​ສັນຕິ​ພາບ​ຢູ​ເ​ເອັນ ຊຶ່ງ​ທັງໝົດ​ເປັນ​ຊາວ​
ຟິລິບ​ປິນນັ້ນ ​ໄດ້​ຂ້າມ​ຊາຍ​ແດນ​ເຂົ້າໄປ​ຍັງ​ປະ​ເທດ​ຈໍ​ແດນ​ແລ້ວ. ​
ພວກ​ເຂົາ​ເຈົ້າ​ໄດ້​ຖືກ​ກັກ​ຕົວ​ໄວ້​ເມື່ອ​ວັນ​ພຸດ​ຜ່ານ​ມານີ້.

ທ່ານ ພັນ​ຄີ​ມູນ ​ເລຂາທິການ​ຢູເເອັນ ​ສະ​ແດງ​ຄວາມ​ຍິນ​ດີ​ນໍາ​ຂ່າວ
ການ​ປ່ອຍຕົວ​ພວກ​ກໍາລັງ​ຮັກສາ​ສັນຕິ​ພາບ ​ແລະ​ໄດ້​ຮຽກຮ້ອງ​ໃຫ້​ໝົດ​ທຸກ​ພັກ​ຝ່າຍ ຈົ່ງ​ເຄົາລົບ​ຕໍ່​ຄວາມ​ປອດ ໄພ​ຂອງ​ເຂົາ​ເຈົ້າ​ແລະ​ເສລີພາບໃນການເດີນທາງ​ໄປມາ.


ການ​ເຈລະຈາ​ກັນ​ກ່ຽວ​ກັບ​ການ​ປ່ອຍ​ຕົວ​ພວກ​ເຂົາ​ເຈົ້າ ໄດ້​ສໍາ​ເລັດ​ລົງ​ເມື່ອ​ວັນ​ສຸກ​ຜ່ານ​ມາ​ນີ້ ​ແຕ່​ກ່ວາຂະ​ບວນລົດ​ຂອງຢູເເອັນ​ຈະ​ໄປ​ເຖິງໜ່ວຍ​ຮັກສາ​ສັນຕິພາບ​ ທີ່ ບ້ານ Jamla ​ໃນ​ເຂດ Golan Heights ນັ້ນ ກໍ​ເປັນ​ເວລາ​ກາງຄືນ​ແລ້ວ ຈຶ່ງ​ບໍ່​ສາມາດ​ນໍາ​ສົ່ງ ພວກ​ເຂົາ​ເຈົ້າ​ໃຫ້​ເຖິງ​
ຈຸດ​ປອດ​ໄພ ​ໃນ​ຈໍ​ແດນ​ໄດ້.

ທີ​ມຮັກສາ​ສັນຕິພາບ​ຟິລິບ​ປິນດັ່ງກ່າ​ວນີ້ ​ເປັນ​ພາກສ່ວນນຶ່ງ​ຂອງ​ໜ່ວຍຮັກສາ​ສັນຕິ ພາບ​ ​ໄລຍະ​ຍາວ ຂອງຢູ​ເ​ເອັນ​ ​ຈໍານວນ 1000 ຄົນ ທີ່​ລາດຕະ​ເວນ​ຢູ່​ຂົງ​ເຂດ Golan Heights ລ​ະຫວ່າງທະຫານອີສຣາ​ແອ​ລ ​ແລະຊີ​ເຣຍ. ກຸ່ມ​ກະບົດ​ຊີ​ເຣຍ ທີ່​ບອກ​ຊື່ຕົນ​ເອງ​ວ່າ​ ເປັນ ກຸ່ມ Martyrs Yarmouk ເປັນ​ຜູ້​ກັກ​ຕົວ​ໜ່ວຍຮັກສາ​ສັນຕິພາບ​ດັ່ງກ່າວ​ໄວ້.

ທັງ​ຢູເເອັນ ​ແລະ​ຟິລິບ​ປິນ ປະນາມ​ການ​ຈັບ​ກຸມ​ນີ້​ ຢ່າງ​ແຂງ​ຂັນ.
XS
SM
MD
LG