ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຊາວມົງ​ໂກ​ເລຍ ປ່ອນບັດ ເລືອກຕັ້ງເອົາ ປະທານາທິບໍດີຄົນໃໝ່ (ວີດີໂອ)


ຊາວ​ມົງ​ໂກ​ເລຍພາກັນໄປ​ປ່ອນ​ບັດ​ ໃນວັນ​ພຸດ​ມື້ນີ້ ​ເພື່ອເລືອກ​ຕັ້ງ​ເອົາປະທານາທິບໍດີ​ ຄົນ​ໃໝ່ ​ໃນ​ຈໍານວນ​ຜູ້​ສະມັກ​ເລືອກ​ຕັ້ງ 3 ຄົນ ທີ່​ຕ່າງ​ກໍ​ໃຫ້​ຄໍາ​ໝັ້ນ​ສັນຍາ​ວ່າ ຈະ​ນໍາ​ໃຊ້​ຄວາມອຸດົມຮັ່ງມີ​ດ້ານ​ແຮ່​ທາດຂອງ​ປະ​ເທດ​ນັ້ນ ​ຊ່ອຍ​ເຫຼືອ​ປະຊາຊົນ​ທີ່​ຍັງ​ທຸກ​ຍາກ​ລໍາ​ບາກ​
ຢູ່​ນັ້ນ.

​ເປັນ​ທີ່​ຄາດກັນ​ວ່າ ປະທານາທິບໍດີ Elbegdorj Tsakhia ຜູ້​ນໍາ​ຂອງ​ພັກ​ປະຊາທິປັດ​ທີ່​ຄຸມ​ອໍານາດໃນ​ປະຈຸ​ບັນນີ້ ຈະ​ຊະນະ​ການ​ເລືອກ​ຕັ້ງ ​ເປັນ​ສະ​ໄໝ​ທີ 2 ຊຶ່ງ​ມີ​ກໍານົດ 4 ປີ. ຜູ້​ນໍາ​ທີ່​ໄດ້ຮັບ​ການ​ສຶກສາຈາກ​ມະຫະວິທະຍາ​ໄລ Harvard ຂອງ​ສະຫະລັດ ​ໄດ້​ໂຄສະນາ​ຫາ​ສຽງ ບົນ​ຄໍາ​ໝັ້ນ​ສັນຍາ​ວ່າ ຕໍ່ສູ້​ກັບ​ການ​ສໍ້​ລາດ
​ບັງ​ຫຼວງ ​ແລະຈະ​ໃຊ້​ເງິ​ນຂອງ​ລັດຖະບານ​ ຊຸກຍູ້ການ​ພັດທະນາປະ​ເທດ.

ຄູ່​ແຂ່ງ​ຄົນສໍາຄັນຂອງປະທານາທິບໍດີ Elbegdorj ແມ່ນນັກ​ມວຍ​ປໍ້າ ທ່ານ Baterdene Badmaanyambuu ຊຶ່ງ​ເປັນ​ຜູ້​ແທນ​ສະພາ​ແຫ່ງ​ຊາດ​ຈາກພັກ​ຝ່າຍ​ຄ້ານ ຄືພັກ​ປະຊາຊົນ
​ມົງ​ໂກລ. ທ່ານ​ໄດ້​ໃຫ້​ຄໍາ​ໝັ້ນ​ສັນຍາ​ວ່າ ຈະ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ ​ແລະ​ຍົກສູງ​ຄວາມ​ສາມັກຄີຊາດ.

ຜູ້​ສະມັກ​ຄົນ​ທີ 3 ທ່ານນາງ Natsag Udval ລັດຖະມົນຕີສາທາລະນະ​ສຸກ ແມ່ນເປັນ
ແມ່ຍິງຜູ້​ທໍາ​ອິດ ​ທີ່​ລົງ​ເລືອກ​ເອົາຕໍາແໜ່​ງສູງສຸດ​ຂອງ​ປະ​ເທດ.​ ທ່ານນາງສັງກັດ​ຢູ່​ພັກ​ ປະຕິວັດປະຊາຊົນ​ມົງ​ໂກລ ​ແລະສະໜັບສະໜູນ​ອະດີດປະທານາທິບໍດີ​ Enkhbayar
Nambar ຊຶ່ງ​ຖືກຈໍາ​ຄຸກ​ ໃນຄະດີ​ສໍ້​ລາດ​ບັງ​ຫຼວງ.
MONGOLIA ELECTIONS VO
please wait
Embed

No media source currently available

0:00 0:01:25 0:00
XS
SM
MD
LG