ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ທ່ານ Elbegdorj ຊະນະ ການເລືອກຕັ້ງ ປ. ມົງໂກເລຍ ເປັນສະໄໝ ທີ 2


ທ່ານ Elbegdorj Tsakhia ​ໄດ້​​ຮັບໄຊຊະນະ​ເພື່ອ​ເຂົ້າຮັບ​ຕຳ​ແໜ່​ງ​ປະທານາທິບໍດີ ມົງໂກເລຍ ເປັນ​ສະ​ໄໝທີ​ສອງ
ທ່ານ Elbegdorj Tsakhia ​ໄດ້​​ຮັບໄຊຊະນະ​ເພື່ອ​ເຂົ້າຮັບ​ຕຳ​ແໜ່​ງ​ປະທານາທິບໍດີ ມົງໂກເລຍ ເປັນ​ສະ​ໄໝທີ​ສອງ
ປະທານາທິບໍດີມົງ​ໂກ​ເລຍ ທ່ານ Elbegdorj Tsakhia ​ໄດ້ຮັບ
ໄຊຊະນະ​ເພື່ອ​ເຂົ້າຮັບ​ຕຳ​ແໜ່​ງ​ເປັນ​ສະ​ໄໝທີ​ສອງ ​ໃນ​ການ
​ເລືອກ​ຕັ້ງ ທີ່​ຄອບ​ງຳ​ດ້ວຍ​ການ​ໂຕ້​ວາ​ທີ​ກັນ ກ່ຽວ​ກັບ​ຄວາມ​ອຸດົມ
​ຮັ່ງມີ​ທາງ​ດ້ານ​ບໍ່​ແຮ່​ຂອງປະ​ເທດ ທີ່​ມີຢ່າງ​ຫລວງ ຫລາຍນັ້ນ.

ຜົນ​ການ​ເລືອກ​ຕັ້ງ​ຂັ້ນ​ຕົ້ນ​ໃນ​ວັ​ນພະຫັດ​ມື້​ນີ້ ສະ​ແດງ​ໃຫ້​ເຫັນ​ວ່າ
ປະທານາທິບໍດີ Elbegdorj ​ໄດ້ຮັບ​ຄະ​ແນນ​ສຽງ 50.2 ​ເປີ​ເຊັນ
ໃນການ​ປ່ອນ​ບັດ​ໃນ​ມື້ວານ​ນີ້ຊຶ່ງ ​ກາຍ 50 ​ເປີ​ເຊັນ​ໜ້ອຍ​ນຶ່ງ ທີ່
​ຈຳ​ເປັນ ເພື່ອ​ຫລີກ​ລ້ຽງ​ການ​ເລືອກ​ຕັ້ງຮອບສອງ.

ຄູ່​ແຂ່ງ​ທີ່ສໍາຄັນ​ຂອງ​ທ່ານ ຄື​ສະມາຊິກສະພາ​ຝ່າຍ​ຄ້ານ ​ແລະ
ອະດີ​ດນັກ​ມວຍ​ປໍ້າ ທ່ານ Baterdene Badmaanyambuu
​ໄດ້ຮັບ​ຄະ​ແນນເກືອບ 42 ເປີ​ເຊັນ. ​ຜູ້​ສະໝັກປະທານາທິບໍດີ​
ແມ່ຍິງຄົນ​ທໍາ​ອິດຂອງ​ປະ​ເທດລັດຖະມົນຕີສາທາລະນະ​ສຸກ
ທ່ານນາງ Natsag Udval ​ໄດ້ຮັບ​ຄະ​ແນນຫ່າງ​ໆ​ລົງມາ
​ເປັນ​ທີ​ສາມ.

ທ່ານ Elbegdorj ​ອະດີດ​ນັກ​ຂ່າວ​ທີ່​ໄດ້​ຮັບ​ການ​ສຶກສາ​ຈາກມະຫາວິທະຍາ​ໄລ Harvard
​ຊຶ່ງໄດ້​ໂຄສະນາ​ຫາ​ສຽງ​ໂດຍ​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ ຈະ​ປາບ​ປາມ​ການ​ສໍ້​ລາດ​ບັງ​ຫລວງ
​ແລະ​ສືບ​ຕໍ່ນະ​ໂຍບາຍ​ຂອງ​ທ່ານ ​ໃນ​ການ​ນໍາ​ໃຊ້​ເງິນ​ຂອງ​ຕ່າງ ປະ​ເທດ ​ເພື່ອ​ເປັນ​ພະລັງ
ຂັບ​ດັນ​ໃຫ້ເສດຖະກິດມົງ​ໂກ​ເລຍເຕີບ​ໂຕ​ຢ່າງ​ວ່ອງໄວ.

ທ່ານ Elbegdorj ອາ​ຍຸ 50 ປີ ​ທີ່ເຄີຍ​ຮັບ​ໜ້າ​ທີ່​ເປັນນາ​ຍົກ​ລັດ​ຖ​ະມົນຕີມາ​ສອງສະ​ໄໝ​
ນັ້ນ ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່ບັນດາ​ຜູ້​ສະໜັບສະໜຸນ​ທ່ານ​ໃນ​ວັນ​ພະຫັດ​ມື້​ນີ້ຢູ່ບ່ອນ
ຮມ​ຊຸມນຸມ​ແຫ່ງ​ນຶ່ງໃນ​ນະຄອນ​ຫລວງ Ulan Bator ​ໂດຍ​ກ່າວ ມີ​ໃຈຄວາມ​ວ່າ “ຂ້າ​ພະ​
ເຈົ້າ ຈະ​ປະຕິບັດ​ຢ່າງ​ສຸດ​ຂີດ ​ເພື່ອ​ຮັກສາ​ຊື່​ສຽງ​ຂອງປະ​ເທດ​ຊາດ​ບ້ານ​ເມືອງ​ໃນ​ລະດັບ​
ນາໆ​ຊາດ. ຂ້າ​ພະ​ເຈົ້າ​ຍັງ​ຈະ​ປະຕິບັດຢ່າງ​ສຸດ​ຂີດ ທີ່​ຈະຮັບຟັງ​ຂໍ້​ສະ​ເໜີ​ຕ່າງໆແລະ
ຄຳ​ຂໍ​ຮ້ອງ​ຈາກປະຊາ​ຊົນເພື່ອ​ອະນາຄົດ​ອັນ​ແຈ່ມ ​ໃສ ​ແລະ​ເພື່ອ​ໃຫ້​ບັນລຸ​ຄວາມ​ຫວັງ
​ ແລະ​ຄວາມ​ໄຝ່​ຝັນຂອງ​ພວກ​ເຂົາ​ເຈົ້າ.”
XS
SM
MD
LG