ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຊາວມົງ​ໂກ​ເລຍ​ ປ່ອນບັດ ເລືອກເອົາ ສະພາຊຸດໃໝ່


ຊາວມົງ​ໂກ​ເລຍ​ ປ່ອນບັດເລືອກຕັ້ງ
ຊາວມົງ​ໂກ​ເລຍ​ ປ່ອນບັດເລືອກຕັ້ງ

ປະຊາຊົນ​ມົງ​ໂກ​ເລຍ​ພາກັນ​ໄປປ່ອນ​ບັດ​ລົງ​ຄະ​ແນນ​ສຽງໃນ​ວັນ​ພະຫັດມື້​ນີ້ ​ເພື່ອ​ເລືອກ​ຕັ້ງ
​ເອົາ​ສະມາຊິກ​ສະພາ​ແຫ່ງ​ຊາດ​ຊຸດ​ໃໝ່ ທີ່​ຈະ​ມີພາ ລະກິດໃນການ​ກຳນົດ​ກ່ຽວ​ກັບວ່າ ຈະມີ​ການນຳ​ໃຊ້​ແບບ​ໃດ​ຈຶ່ງ​ຈະດີ​ທີ່​ສຸດ​ຄວາມ​ອຸດົມ​ຮັ່ງມີ​ໃນ​ດ້ານ​ບໍ່​ແຮ່ຂອງ​ປະ​ເທດ​ເພື່ອ​ຊ່ອຍ​ເຫຼືອ​ພວກ​ປະ ຊາຊົນ​ທີ່​ຍັງ​ທຸກ​ຈົນ​ຢູ່​ນັ້ນ.

ມົງ​ໂກ​ເລຍ​ທີ່​ຮັ່ງອຸດົມມີ​ໃນ​ດ້ານ​ຊັບພະຍາກອນ​ທໍາ​ມະ​ຊາດ​ອວດ​ອ້າງ​ວ່າ​ຕົນມີ​ເສດຖະກິດ​ທີ່​ເຕີບ​ໂຕຂຶ້ນ​ໄວ​ທີ່​ສຸດ​ຂອງ​ໂລກ ​ເນື່ອງ​ຈາກ​ມີ​ລາຍ​ຮັບ ກະ​ໂດດ​ຂຶ້ນ​ຢ່າງ​ຫຼວງ​ຫຼາຍ​ຈາກ​ຊັບພະຍາກອນ​ແຮ່​ຄໍາ ທອງ​ແດງແລະ ​ເຫຼັກ​ທີ່​ສ່ວນໃຫຍ່ຍັງ​ບໍ່​ທັນ​ໄດ້​ຂຸດ​ຄົ້ນ​ອອກ​ມາ​ໃຊ້​ເທື່ອ​ນັ້ນ.

ເຖິງ​ແມ່ນເສດຖະກິດ​ຂອງ​ມົງ​ໂກ​ເລຍ​ເຕີບ​ໂຕ​ຂຶ້ນ 17 ​ເປີ​ເຊັນ​ໃນ​ປີ​ແລ້ວ​ນີ້ກໍ​ຕາມ ​ແຕ່​ຄວາມ​ອຸດົມ​ຮັ່ງ​ມີ​ທີ່​ພົບ​ໃໝ່​ນີ້ ມາ​ຮອດ​ປັດຈຸບັນ​ ໄດ້​ນໍາ​ຜົນ​ປະ​ໂຫຍ​ດພຽງ​ເລັກ​ນ້ອຍ ​ມາ​ຊ່ອຍ​ປະຊາຊົນ​ຈໍານວນ 2 ລ້ານ 8 ​ແສນ​ຄົນຂອງ​ປະ​ເທດ ຊຶ່ງ 1 ສ່ວນ 3 ຂອງ​ຈໍານວນ​ປະຊາກອນ ​ແມ່ນດໍາ ລົງ​ຊີວິດ​ການ​ເປັນ​ຢູ່​ ​ຕໍ່າ​ກວ່າ​ລະດັບ​ທຸກ​ຈົນ.

ການ​ສໍາ​ຫຼວດຫາງ​ສຽງ​ປະຊາຊົນ​ສະ​ແດງ​ໃຫ້​ເຫັນ​ວ່າ ພັກ​ປະຊາທິປັດ​ຊຶ່ງ​ເປັນ​ພັກຝ່າຍ​ຄ້ານທີ່​ໃຫຍ່​ທີ່​ສຸດ​ມີ​ສຽງ​ນໍາ​ໜ້າ​ພັກ​ປະຊາຊົນ​ມົງ​ໂກເລຍ ຫຼື MPP ທີ່​ປົກຄອງປະ​ເທດ​ໃນ​ປັດຈຸບັນ ​ໃນ​ການ​ເລືອກ​ຕັ້ງ​ໃນ​ວັນ​ພະ ຫັດ​ມື້​ນີ້. ທັງ​ສອງ​ພັກ​ຕ່າງ​ກໍ​ໃຫ້​ຄໍາ​ໝັ້ນ​ສັນຍາ​ທີ່​ຈະ​ຈັດ​ຕັ້ງ​ກອງ​ທຶນ​ຂຶ້ນ ​ເພື່ອ​ຈະ​ແບ່ງປັນຜົນ​ກໍາ​ໄລ​ທີ່​ໄດ້​ຮັບ​ຈາກ​ແຫຼ່ງຊັບພະຍາກອນ​ບໍ່​ແຮ່​ໃຫ້​ສະ​ເໜີ​ພາບ​ຫຼາຍຂຶ້ນ​ໃນ​ທົ່ວ​ສັງຄົມ​ນັ້ນ.

ການ​ເລືອກ​ຕັ້ງ​ ໄດ້​ເຕັມ​ໄປ​ດ້ວຍ​ການ​ກ່າວ​ຫາ ກ່ຽວ​ກັບ​ການ​ສໍ້​ລາດ​ບັງ​ຫຼວງ ຊຶ່ງ​ເວລາ​ນີ້​ການ​ຕໍ່ສູ້​ກັນ​ທາງ​ດ້ານ​ກົດໝາຍ​ພວມ​ດໍາ​ເນີນ​ໄປຢູ່ລະ ຫວ່າງປະທານາທິບໍດີ Elbegdorj Tsakhia ​ແລະ​ທ່ານ Enkhbayar Nambar ປະທານາທິບໍດີຄົນ​ກ່ອນຂອງ​ມົງ​ໂກ​ເລຍ.

XS
SM
MD
LG