ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພາຍຸຫິມະ ຂົ່ມຂູ່ ຕໍ່ສ່ວນໃຫຍ່ ຂອງ ສະຫະລັດ


ຫິມະຕົກ ໃນເຂດນະຄອນຫຼວງ ຂອງສະຫະລັດ
ຫິມະຕົກ ໃນເຂດນະຄອນຫຼວງ ຂອງສະຫະລັດ

ສ່ວນໃຫຍ່ຂອງສະຫະລັດ ໄດ້ປະເຊີນກັບສະພາບອາ​ກາດ​
ໜາວ​ຈັດຕ່ຳກວ່າຂີດ ນ້ຳກ້ອນໃນ​ວັນ​ຈັນ​ວານ​ນີ້ ​ໃນ​ຂະນະ​
ທີ່ເຂດ New England ທາງພາກ​ຕາ​ເວັນ​ອອກ​ສຽງເໜືອ
ຂອງສະຫະລັດ​ເລີ້​ມພາກັນ​ຂຸດ​ຫິມະຈາກລົມພາຍຸ​ລະດູ​ໜາວ​
ຫົວ​ທີ​ສີ່​ ພາຍໃນເວລາ​ນຶ່ງເດືອນ ​ໃນ​ຂະນະ​ທີ່​ເຂດພາກກາງ
ແຄມຝັ່ງມະຫາສະມຸດ Atlantic ​ແລະ​ຫລາຍໆເຂດໃນພາກ​
ໃຕ້ປະເທດ ​ໄດ້​ຖືກ​ຖະຫຼົ່ມດ້ວຍລົມພາຍຸຫິມະ​ແລະ​ນຳ້ກ້ອນ.

ຫິມະທີ່​ພັດ​ປີວໄປ​ທາງ​ຂ້າງ​ຢູ່​ໃນ ລັດ Kentucky ​ແລະເມືອງ
​Frankfort ຊຶ່ງ ເປັນເມືອງ​ຫລວງ​ຂອງ​ລັດ ​ໄດ້​ກາຍມາແຂງ
​ເປັນນ້ຳກ້ອນໃນ​ວັນ​ຈັນ​ວານ​ນີ້. ຜູ້​ປົກຄອງ​ລັດ Kentucky
ທ່ານ Steve Beshear ​ໄດ້​ຮຽກຮ້ອງ​ໃຫ້​ປະຊາຊົນ ຖ້າ​ເປັນໄປໄດ້​ຈົ່ງ​ພາກັນ​ຢູ່ແຕ່ໃນ​ບ້ານ
ເຮືອນ. ລັດ​ດັ່ງກ່າວ​ຄາດ​ວ່າຈະມີຫິມະຕົກ ແຕ່ 15 ຫາ 38 ຊັງ​ຕີ​ແມັດ ​ໃນ​ຕອນ​ແລງ​ວັນ
​ຈັນວານນີ້.

ຝົນຕົກ​ເ​ປັນ​ນຳ້ກ້ອນ ​ໄດ້​ມີການທຳນາຍສຳຫລັບພາກ​ເໜືອ​ຂອງລັດ Mississipi ​ພ້ອມທັງ
ຄວາມເປັນໄປໄດ້ທີ່ຈະມີ​ຫິມະ​ ​ແລະ​ນຳ້ກ້ອນ​ຕົກ ຢູ່​ພາກ​ເໜືອ​ຂອງ​ລັດ Georgia.

ສ່ວນເຂດນະຄອນຫລວງວໍ​ຊິງ​ຕັນ ກໍມີການ​ກະກຽມ​ຮັບມືກັບຫິມະ​ຕົກ​ເຖິງ 30 ຊັງ​ຕີ​ແມັດ
ຢູ່​ທີ່​ນະຄອນ Boston ມີຫິມະຫລາຍ​ກວ່າ 2.4 ​ແມັດຕົກລົງ​ມາ​ໃນປີ​ນີ້ ​ແລະ​ອີກ 20 ຊັງ​ຕີ​
ແມັດ ​ຄາດ​ວ່າ​ ຈະ​ຕົກພາຍ​ໃນ​ວັນ​ພະຫັດ​ຈະ​ມາ​ເຖິງ​ນີ້.

ພ້ອມໆ​ກັບ​ຫິມະຕົກນັ້ນ ພາກຕາ​ເວັນ​ອອກ​ຂອງ ສະຫະລັດ ກໍກຳລັງ​ປະສົບ​ກັບສະພາບ
ອາກາດໜາວຈັດເປັນປະຫວັດການ ​ສຳຫລັບ​ກາງ​ເດືອນ​ກຸມພາ. ຈຸດ​ໜາວ​ສຸດ​ຂອງ​ວັນ​ຈັນ
​ວານ​ນີ້​ແມ່ນ​ຢູ່ເມືອງ Watertown ລັດ New York ​ທີ່ບາຫຼອດ ​ແທກ​ອຸນຫະພູມໄດ້ ລົບ
36-6 ອົງສາ ​Celsius ​ແລະ​ຢູ່​ທີ່ Mont Washington ລັດ New Hampshire ແມ່ນແທກ ໄດ້ລົບ 37 ອົງສາ Celsius.

Punishing Weather Expands Grip in US
please wait

No media source currently available

0:00 0:01:37 0:00

XS
SM
MD
LG