ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ລາຍງານ: ສະຫະລັດສ້າງອະນຸສາວະລີ MLK ໃຫ້ກຽດແກ່ ມື້ລາງຜູ້ນໍາ ດ້ານສິດທິພົນລະເມືອງ (ເບິ່ງວີດີໂອ)


ຜູ້ຄົນພາກັນລຸຫລັ່ງໄປຊົມອະນຸສາວະລີ ທ່ານມາຕິນ ລູເທີ ຄິງ ທີ່ນະຄອນຫລວງວໍຊິງຕັນ ດີຊີ.
ຜູ້ຄົນພາກັນລຸຫລັ່ງໄປຊົມອະນຸສາວະລີ ທ່ານມາຕິນ ລູເທີ ຄິງ ທີ່ນະຄອນຫລວງວໍຊິງຕັນ ດີຊີ.

ປະທານາທິບໍດີ ບາຣັກ ໂອບາມາ ໄດ້ມີໝາຍກໍານົດການນໍາພາປະເທດຊາດ ໃນການໃຫ້ ກຽດແກ່ມື້ລາງດອກເຕີ້ ມາຕິນ ລູເທີ ຄິງ, ຈູເນຍ, ຜູ້ນໍາພາການຕໍ່ສູ້ເພື່ອສິດທິພົນລະເມືອງ ໃນພິທີອຸທິດອະນຸສາວະລີແຫ່ງຊາດອັນໃໝ່ໃຫ້ແກ່ທ່ານຄິງ ທີ່ນະຄອນຫລວງວໍຊິງຕັນ ໃນວັນ ອາທິດທີ 28 ສິງຫາ ຜ່ານມານີ້ ແຕ່ເນື່ອງຈາກພາຍຸເຮີຣີເຄນໄອຣີນໄດ້ພັດມາປະທະເຂດນີ້ ຢ່າງແຮງ ຈຶ່ງໄດ້ມີການເລື່ອນພິທີອອກໄປ. ທ່ານຄິງແມ່ນເປັນປາກສຽງຂັ້ນແນວໜ້າຂອງ ຂະບວນການສິດທິມະນຸດຂອງປະເທດໃນຍຸກສະໄໝໄໝ່ນີ້ ແລະນີ້ກໍເປັນອະນຸສາວະລີທີ່ສໍາ ຄັນອັນທໍາອິດ ທີ່ສ້າງຂຶ້ນຢູ່ບໍລິເວນສະໜາມຫລວງແຫ່ງຊາດ ຫລື National Mall ໃນນະ ຄອນຫລວງວໍຊິງຕັນດີຊີ ເພື່ອໃຫ້ກຽດແກ່ຄົນອາເມຣິກັນຜິວດໍາຄົນນຶ່ງ. ດາຣາມີເລື່ອງລາວ ກ່ຽວກັບຜູ້ລິເລີ່ມການຕໍ່ສູ້ເພື່ອສິດທິພົນລະເມືອງຂອງສະຫະລັດທ່ານນີ້ ມາສະເໜີທ່ານ.

ດອກ​ເຕີ້ ມາ​ຕິນ ລູ​ເທີ ຄິງ, ຈູ​ເນຍ, ​ໂຜ່​ໂຕ​ຂຶ້ນ​ມາ​ມີ​ຊື່​ສຽງ​ໃນ​ຊຸມ​ປີ 1950 ​ແລະ 1960
​ໃນ​ຖານ​ະ​ເປັນ​ຜູ້​ນໍາ​ໜຸ່ມ​ຂອງ​ຂະ​ບວນການ​ປະ​ທ້ວງ​ ທີ່​ບໍ່​ໃຊ້​ຄວາມ​ຮຸນ​ແຮງ ​ເພື່ອ​ຮຽກຮ້ອງ
​ເອົາ​ຄວາມ​ສະ​ເໝີ​ພາບໃຫ້​ແກ່​ຊາວ​ອາ​ເມຣິກັນຜິວ​ດໍາ ຊຶ່ງ​ທ່ານ​ໄດ້​ກ່າວ​ວ່າ­­:

“ຄວາມ​ຍິ່ງ​ໃຫຍ່​ຂອງ​ປະ​ເທດ​ອາ​ເມຣິກາ ກໍ​ຄື​ສິດທິ​ໃນ​ການ​ປະ​ທ້ວງເອົາ​ສິດທິ.”

ທ່ານ Martin Luther King, Jr. ແລະພວກເຄື່ອນ ໄຫວເພື່ອສິດທິພົນລະເມືອງຄົນອື່ນໆ ພາກັນຍ່າງ 80 ຫລັກ ໂດຍໃຊ້ເວລາ 5 ມື້ ໄປຍັງ ມອນກາວເມີຣີ ເມືອງຫລວງຂອງລັດອາລາບາມາ ເພື່ອປະທ້ວງກົດ ໝາຍເລືອກຕັ້ງທີ່ບໍ່ລວມເອົາຊາວຜິວດໍາ
ທ່ານ Martin Luther King, Jr. ແລະພວກເຄື່ອນ ໄຫວເພື່ອສິດທິພົນລະເມືອງຄົນອື່ນໆ ພາກັນຍ່າງ 80 ຫລັກ ໂດຍໃຊ້ເວລາ 5 ມື້ ໄປຍັງ ມອນກາວເມີຣີ ເມືອງຫລວງຂອງລັດອາລາບາມາ ເພື່ອປະທ້ວງກົດ ໝາຍເລືອກຕັ້ງທີ່ບໍ່ລວມເອົາຊາວຜິວດໍາ

ທ່ານ​ຄິງ ຊຶ່ງ​ເປັນ​ຄຸນ​ພໍ່ ຈາກ​ນະຄອນ​ແອັຕ
​ແລນ​ຕາ ລັດ​ຈໍ​ເຈ​ຍ ​ໄດ້ນໍາພາ​ຊາວ​ອາ​ເມຣິ
ກັນ​ຜິວ​ດໍາ​ຫລາຍ​ແສນ​ຄົນໃນ​ການ​ຕໍ່ສູ້​ເພື່ອ
​ຍຸດຕິການ​ແບ່ງ​ແຍກ​ຜິວ​ທີ່​ໄດ້​ຖື​ກ​ເຮັດ​ໃຫ້
​ເປັນກົດໝາຍ ຢູ່ໃນ​ພາກ​ໃຕ້​ຂອງ​ສະຫະ
ລັດ​ນັ້ນ​. ການ​ປະ​ທ້ວງ​ຂອງ​ທ່ານ​ໄດ້​ກໍ່​ໃຫ້​
ເກີດຄວາມ​ຮຸນ​ແຮງ​ໃນ​ບາງ​ຄັ້ງ​ບາງ​ຄາວ
​ເວລາພວກ​ຊາວ​ຜິວ​ຂາວ​ທີ່​ຢາກຈໍາ​ແນ​ກ
ຜິວ​ພັນ​ນັ້ນ ພະຍາຍາມ​ບັງຄັບ​ໃຫ້​ມີ​ການ
​ປະຕິບັດ​ກົດໝາຍ​ແບ່ງ​ແຍກ​ຜິວ​ພັນຢູ່​ໃນ
​ສະຖານ​ທີ່​ສາທາລະນະ​ຕ່າງໆ ​ເຊ່ນ ​ໃນ
​ຮ້ານ​ກິນດື່ມ ​ໂຮງ​ແຮມ ​ໂຮງສາຍ​ຮູບ​ເງົາ
ລົດ​ໄຟ ລົດ​ເມ ​ແລະ​ໂຮງຮຽນ ເປັນຕົ້ນ.

ທ່ານ​ຄິງ​ເລີ້ມ​ຕົ້ນກ້າວ​ຂື້ນ​ມາ​ມີ​ຊື່​ສຽງ ​ໃນ
​ເດືອນ​ທັນວາປີ 1955 ​ໂດຍໄດ້ລິ​ເລີ່​ມການ
​ຕໍ່ສູ້​ເພື່ອ​ໃຫ້​ຊາວ​ຜິວ​ດໍາ​ ໄດ້​ຂີ່​ລົດ​ເມສາ​ທາ​ລະນະຄັນ​ດຽວ​ກັນ​ກັບ​ຊາວ​ຜິວ​ຂາວ​ໄດ້​ໃນ​ເມືອງ
ມອນ​ກາວ​ເມີຣີ ລັດອາ​ລາ​ບາ​ມາ ທາງ​ພາກ​ໃຕ້​ຂອງ​ສະຫະລັດ. ທ່ານ​ຄິງກ່າວ​ໃນ​ພາຍຫລັງ​ວ່າ:

“ນັ້ນ​ແມ່ນ​ມື້​ທີ່​ພວກ​ເຮົາ​ໄດ້​ຕັດສິນ​ໃຈ​ວ່າ ພວກ​ເຮົາ​ຊາວ​ອ​າເມ​ຣິກັນ​ເຊື້ອສາຍ​ອາ​ຟຣິກາ
ຈະ​ບໍ່​ຂີ່​ແຕ່​ລົດເມ​ທີ່​ແບ່ງ​ແຍກ​ຜິວ​ ຕໍ່​ໄປ​ອີກ​ແລ້ວ.”

ນຶ່ງ​ປີ​ຕໍ່​ມາ ສານ​ສູງ​ສຸດ​ຂອງ​ສະຫະລັດ​ຕັດສິນ​ວ່າ ກົດໝາຍ​ແບ່ງ​ແຍກ​ລົດ​ເມ ຕາມ​ສີ​ຜິວ​ນັ້ນ ​ແມ່ນ​ຂັດ​ກັນ​ກັບ​ກົດໝາຍ​ລັດຖະທໍາ​ມະນູນ. ຄໍາ​ຕັດສິນ​ດັ່ງກ່າວ​ແມ່ນ​ເປັນ​ໄຊຊະນະ​ດ້ານ​ສິດທິ​ພົນລະ​ເມືອງທີ່​ສໍາຄັນ​ອັນ ທໍາ​ອິດ​ສໍາລັບ​ທ່ານ​ຄິງ​ແລະ​ຂະ​ບວນການ​ຂອງ​ທ່ານ.

Dr. Martin Luther King Jr., ໃນກອງປະຊຸມຖະແຫລງຂ່າວ ທີ່ເມືອງເບີມິງແຮມ, ລັດອາລາບາມາ, ວັນທີ 9 ພຶດສະພາ 1963. (AP Photo/files)
Dr. Martin Luther King Jr., ໃນກອງປະຊຸມຖະແຫລງຂ່າວ ທີ່ເມືອງເບີມິງແຮມ, ລັດອາລາບາມາ, ວັນທີ 9 ພຶດສະພາ 1963. (AP Photo/files)

ໃນ​ການ​ລະ​ລຶກ​ເຖິງ​ເຫດການ
​ດັ່ງກ່າວ​ນັ້ນ ຄຸນ​ພໍ່ ຄາ​ລວິນ
ວູດສ໌ ກ່າວ​ວ່າ ດອກ​ເຕີ້​ຄິງ​
ເປັນ​ບຸລຸດ​ທີ່​ຍິ່ງ​ໃຫຍ່​ຜູ້​ນຶ່ງ.
ຄຸນ​ພໍ່​ວູດສ໌ ​ເຄີຍ​ໄດ້​ເຮັດ​ວຽກ
​ກັບ​ຄຸນ​ພໍ່​ຄິງຢ່າງ​ໃກ້ຊິດ ​ໃນ
​ລະຫວ່າງ​ການ​ປະ​ທ້ວງ​ຕິດ​ຕໍ່
​ກັນ​ຫລາຍບັ້ນ​ໃນ​ເມືອງ​ເບີ​ມິ​ງ
​ແຮມ ລັດ​ອາ​ລາ​ບາ​ມາ. ທ່ານ
​ກ່າວ​ເຖິງ​ຄຸນ​ພໍ່​ຄິງວ່າ:

“​ເພິ່ນເປັນ​ຄົນ​ຖ່ອມ​ໂຕ ທີ່​ສາ
ມາດ​ໂອ້​ລົມ​ໄດ້​ກັບ​ທຸກໆ​ຄົນ.
​ເພິ່ນ​ຈະ​ໃຊ້​ເວລາ​ຮັບ​ຟັງທຸກໆ​
ຄົນ ​ແລ້ວ​ກໍ​ຈະ​ພະຍາຍາມ​ອອກມາ​ຈາ​ກການ​ສົນທະນາ​ກັນ ດ້ວຍ​ຄວາມ​ເຂົ້າ​ໃຈ​ຄວາມ​ເຫັນ​ຂອງ​ອີກ​ຝ່າຍ​ນຶ່ງ​ຢ່າງ​ແທ້​ຈິງ.”

ໃນວັນ​ທີ 28 ສິງຫາ ປີ 1963 ດອກ​ເຕີ້​ຄິງໄດ້​ກ່າວ​ວ່າ:

“ຂ້າພະ​ເຈົ້າ​ດີ​ໃຈ​ທີ່​ໄດ້​ມາ​ຮ່ວມ​ກັບ​ທ່ານ​ໃນ​ມື້​ນີ້ ​ໃນ​ອັນ​ທີ່​ຈະ​ຖືກ​ຈາ​ລຶກລົງ​ໃນ​ປະວັດ​ສາດວ່າ
​ເປັນ​ການ​ເດີນ​ຂະ​ບວນປະ​ທ້ວງເພື່ອ​ເສ​ລີ​ພາບຄັ້ງ​ຍິ່ງ​ໃຫຍ່​ທີ່​ສຸດ​ໃນ​ປະວັດ​ສາດ​ຂອງ​ປະ​ເທດ ​ເຮົາ.”

ທ່ານ Martin Luther King Jr. ກ່າວຄໍາປາໃສ "I Have a Dream-ຂ້ອຍມີຄວາມຝັນ" ທີ່ມີຊື່ສຽງ ຂອງທ່ານ ຢູ່ອະນຸສາວະລີລິງຄອນ ໃນປີ 1963.
ທ່ານ Martin Luther King Jr. ກ່າວຄໍາປາໃສ "I Have a Dream-ຂ້ອຍມີຄວາມຝັນ" ທີ່ມີຊື່ສຽງ ຂອງທ່ານ ຢູ່ອະນຸສາວະລີລິງຄອນ ໃນປີ 1963.

ໃນ​ມື້​ນັ້ນ ປະຊາຊົນ​ຫລາຍ​ກ່ວາ​ສອງ​ແສນຫ້າ
​ໝື່ນ​ຄົນໄດ້​ພາກັນ​ລຸ​ຫລັ່ງ​ມາ​ຍັງເມືອງ​ຫລວງ
​ຂອງ​ປະ​ເທດ ​ເພື່ອ​ປະ​ກອບ​ສ່ວນ​ໃນ​ອັນ​ທີ່
ກາຍ​ມາ​ເປັນ​ທີ່​ເອີ້ນວ່າ “the March on
Washington” ຫລື​ກາ​ນຍ່າງ​ລົງ​ສູ່​ວໍ​ຊິງ​ຕັນ.
ທ່ານ​ຄິງ​ໄດ້​ຂຶ້ນ​ໄປ​ຢືນ​ຢູ່​ຂັ້ນໄດ​ຂອງ​ອະນຸສາ
ວະລີ​ລິງ​ຄອລ ​ແລະ​ກ່າວ​ຄໍາ​ປາ​ໃສ​ “I have
a dream…” ທີ່​ມີ​ຊື່​ສຽງ​ຂອງ​ທ່ານ ຊຶ່ງ​ເປັນ
​ຈຸດ​ເດ່​ນຂອງ​ການ​ປະ​ທ້ວງ​ຄັ້ງ​ປະວັດ​ສາດ
​ເພື່ອ​ວຽກ​ງານ​ແລະ​ເສລີພາບ​ໃນ​ຄັ້ງ​ນັ້ນ ຊຶ່ງ
ທ່ານຄິງໄດ້ກ່າວວ່າ:

“I have a dream that my four...
ຂ້າພະ​ເຈົ້າ​ມີ​ຄວາມຝັນ​ວ່າ ມື້​ໃດ​ມື້​ນຶ່ງ ລູກ​ຂອງ​ຂ້າພະ​ເຈົ້າ​ສີ່​ຄົນ ຈະ​ໄດ້​ດໍາລົງ​ຊີວິດ​ຢູ່​ໃນ​ປະ​ເທດ​ນຶ່ງ ຊຶ່ງ​ວ່າ​ພວກ​ເຂົາ​ເຈົ້າ​ຈະ​ບໍ່​ຖືກ​ຕັດສິນ ​ຍ້ອນ​ສີ​ຜິວ​ຂອງ​ເຂົາ​ເຈົ້າ ​ແຕ່ຍ້ອນ​ເນື້ອ​ໃນແກ່ນ​ແທ້ຂອງ​ບຸກຄະ​ລິກຂອງ​ເຂົາ​ເຈົ້າ.”

ນັກ​ເຄື່ອນ​ໄຫວ​ເພື່ອ​ສິດທິ​ພົນລະ​ເມືອງ ບາ​ບາຣາ ອອນ​ວາຍ​ນ໌ ກ່າວ​ວ່າ “ຄໍາປາ​ໃສ​ຂອງ​ທ່ານ​ຄິງ​ໄດ້​ໃຫ້​ຄວາມ​ຫວັງ​ແກ່​ຜູ້​ຄົນ​ເປັນຈໍານວນ​ຫລວງ​ຫລາຍ ຄື​ທ່ານ​ໄດ້​ເວົ້າຕໍ່​ປະ​ເທດ​ຊາດ​ວ່າ ຍື້​ໃຫ້​ສູງໆ ຈົ່ງ​ມີ​ຄວາມ​ໄຝ່ຝັນ​ໃນ​ທຸກໆ​ດ້ານ​ທີ່​ກ່ຽວ​ກັບຄວາມ​ສະ​ເໝີ​ພາບ​ທາງ​ຜິ​ວພັນ ​ເພາະວ່າ​ພວກ​ເຮົາ​ຈະ​ເປັນ​ປະ​ເທດ​ທີ່​ເຂ້​ມ​ແຂງ​ໄດ້ ກໍ​ຕໍ່ເມື່ອ​ພວກ​ເຮົາ​ເປັນ​ເຮືອນ​ຫລັງ​ນຶ່ງ​ທີ່​ປຸ້ມລຸມ​ສາມັກ ຄີ ມີ​ເອກະ​ພາບ​ກັນ​ເທົ່າ​ນັ້ນ.”

ເບິ່ງວີດີໂອພາສາອັງກິດ ກ່ຽວກັບລາຍງານ:

ຄວາມ​ຝັນ​ຂອງ​ທ່ານ​ຄິງສໍາລັບ​ປະ​ເທດ​ອາ​ເມຣິກາທີ່​ດີ​ຂຶ້ນ ​ໄດ້​ເລີ່​ມກໍ່ໂຕຂຶ້ນປີ​ນຶ່ງ​ຕໍ່​ມາ ຄື​ໃນ
​ປີ 1964 ຊຶ່ງທ່ານ​ໄດ້​ເປັນ​ຜູ້​ທີ່​ໄດ້​ຮັບ​ລາ​ງວັນ​ໂນ​ແບລຂະ​ແໜງ​ສັນຕິພາບ ທີ່ອາຍຸ​ນ້ອຍ​ທີ່​ສຸດ
ຄື 35 ປີ ​ແລະ​ໃນ​ເວລາດຽວ​ກັນ​ນັ້ນ ຂະ​ບວນການ​ສິດທິ​ພົນລະ​ເມືອງ​ຂອງ​ທ່ານ​ກໍ​ໄດ້​ປະສົບ
​ຄວາມ​ສໍາ​ເລັດ​ໃນ​ການ​ກົດ​ດັນ​ໃຫ້​ພວກ​ຜູ້​ແທນ​ລັດຖະສະພາ ​ແລະປະທານາທິບໍດີ ລິນ​ດອນ
ຈອນສັນ ຮັບ​ຜ່ານ​ກົດໝາ​ຍສະບັບ​ສໍາຄັນ​ຄັ້ງ​ປະວັດ​ສາດ​ສອງ​ສະບັບ ຄື​ກົດໝາຍ​ວ່າ​ດ້ວຍ
​ສິດທິ​ພົນລະ​ເມືອງສະບັບ ປີ 1964 ​ແລະ​ກົດໝາຍ​ວ່າ​ດ້ວຍ​ສິດທິ​ໃນ​ກາ​ນປ່ອນ​ບັດ​ເລືອກ​ຕັ້ງ
ສະບັບ​ປີ 1965 ທີ່​ຫ້າມ​ການ​ແບ່ງ​ແຍກ​ຜິວ​ພັນ​ໃນ​ທີ່​ສາທາ​ລະນະຕ່າງໆ ​ແລະ​ຫ້າມ​ການ​ປະ
ຕິບັດ​ທີ່​ເປັນ​ການ​ຈໍາ​ແນ​ກກີດ​ກັນ ບໍ່​ໃຫ້​ຊາວ​ຜິວ​ດໍາ​ມີ​ສິດ​ປ່ອນ​ບັດ​ເລືອກ​ຕັ້ງ​ນັ້ນ. ທ່ານ​ຄິງ​ເຄີຍ
​ໄດ້​ກ່າວ​ໄວ້​ວ່າ:

“ຂ້າພະ​ເຈົ້າຢາກ​ຈະ​ບອກ​ປະຊາຊົ​ນຂອງ​ອາ​ເມຣິກາ ​ແລະ​ປະຊາ​ຊາດ​ທັງຫລາຍ​ຂອງ
ໂລກ​ວ່າ ພວກ​ເຮົາຊາວ​ອາ​ເມຣິກັນ​ເຊື້ອ​ສາຍ​ອາ​ຟຣິກາ ​ແມ່ນ​ກໍາລັງ​ກ້າວ​ເດີນ​ໄປ ​ແລະ
​ຄື້ນຟອງ​ຂອງ​ການ​ແບ່ງ​ແຍກ​ຜິວ​ພັນ​ອັນ​ໃດ ກໍ​ຈະ​ບໍ່​ສາມາດ​ມາ​ຢຸດ​ພວ​ກ​ເຮົາ​ໄດ້.”

ແ​ຕ່ວ່າ ບໍ່​ດົນ​ຫລັງ​ຈາກ​ຜົນ​ສໍາ​ເລັດ​ຕ່າງໆ​ເຫລົ່າ​ນີ້ ທ່ານ​ຄິງກໍ​ໄດ້​ຖືກ​ລອບ​ສັງກາ​ນ​ໃນ​ເມືອງ​
ແມັມຟິສ ລັດ​ເທັນ​ແນ​ສຊີ ​ໃນ​ເດືອນ​ເມສາ ປີ 1968.

ສີ່​ສິບ​ປີ​ປາຍ ຫລັງ​ຈາກ​ທີ່​ທ່ານ​ໄດ້​ຖືກ​ລອບ​ສັງຫານ ປະ​ເທດ​ຊາດ​ກໍ​ພາກັນໃຫ້​ກຽດ​ແກ່​ທ່ານ
ມາ​ຕິນ ລູ​ເທີ ຄິງ ​ແລະ​ວິ​ໄສ​ທັດ​ຂອງ​ທ່ານ ​ໃນ​ການ​ມີ​ຄວາມ​ເທົ່າ​ທຽມ​ກັນ​ໃນ​ດ້ານ​ຜິວ​ພັນ
​ໂດຍ​ການ​ກໍ່ສ້າງອະນຸສາວະລີແຫ່​ງຊາດ​ໃຫ້​ທ່ານ ທີ່​ນະຄອນຫລວງ​ວໍ​ຊິງ​ຕັນ​. ພາກສ່ວນ​ທີ່​
ສໍາຄັນ​ຂອງ​ອະນຸສາວະລີ​ນີ້ ​ແມ່ນ​ອັນ​ທີ່​ເອີ້ນ​ວ່າ “Stone of Hope” ຫລື “​ໂງ່ນຫີນ​ແຫ່ງ
​ຄວາມ​ຫວັງ” ຊຶ່ງ​ເປັນ​ຫີນ​ອ່ອນທີ່​ແກະ​ສະ​ລັກ​ເປັນ​ຮູບ​ປັ້ນ​ຂອງ​ທ່ານ​ຄິງ ຢືນ​ຕະງ່າ​ນກອດ​ເອິກ
ສູງ 9 ​ແມັດ ​ມອງ​ເບິ່ງ​ໄປ​ຍັງ​ທິດ​ທາງຂອງ​ອະນຸສາວະລີ​ຂອງປະທານາທິບໍດີ​ເຈັຟ​ເຟີ​ສັນ ທີ່
​ຕັ້ງ​ຢູ່​ອີກ​ຟາກ​ນຶ່ງ​ຂອງໜອງ Tidal Basin ນັ້ນ.

ເບິ່ງວີດີໂອກ່ຽວກັບອະນຸສາວະລີ:

ທ່ານ ​ແຮຣີ ຈອນ​ສັນ​ ​ປະທານ​ມູນ​ນິທິ ທີ່​ທໍາ​ງານ​ເພື່ອ​ກໍ່ສ້າງ​ອະນຸສາວະລີ​ທ່ານ​ຄິງ ມູນ​ຄ່າ 120 ລ້ານ​ດອລລ່າ​ນີ້ ກ່າວ​ວ່າ

“​ເວລາ​ພວກ​ທ່ານ​ຜ່ານ​ມາ​ທາງ​ນີ້ ພວກ​ເຮົາ​ຢາກ​ໃຫ້​ມັນ​ເບິ່ງຄື​ກັນ​ກັບ​ເປັນ​ຂອງ​ຈິງ​ຫລາຍ ຈົນ​ພາ​ໃຫ້​ພວກ​ທ່ານ​ຄິດເຫັນໂຕ​ທ່ານ​ຄິງ​ໄດ້ ​ແລະ​ກໍ​ຄິດ​ຄໍານຶງ ​ແລະ​ຄິດ​ວ່າ​ທ່ານ​ດອກເຕີ້​ຄິງຈະ​ເຮັດ​ແນວ​ໃດອີກ ຖ້າ​ຫາກ​ທ່ານ​ຍັງ​ມີ​ຊີວິດ​ຢູ່ ​ແຕ່​ທີ່​ສໍາຄັນ​ກ່ວາ​ນັ້ນ ກໍ​ແມ່ນ​ຄິດພິຈາ ລະນາ​ວ່າ​ ​ເວລາ​ນີ້ ດອກ​ເຕີ້​ຄິງມີ​ຄວາມ​ໝາຍ​ແນວ​ໃດ ຕໍ່​ພວກ​ເຮົາ​ໝົດ​ທຸກ​ຄົນ ທີ່ບໍ່​ເຄີຍ​ເຫັນ​ທ່ານ​ຈັກ​ເທື່ອ ​ແລະໃນ​ອະນາຄົດ​ນໍາ.”

ນາຍ ​ເວີນ​ອນ ​ໂຣ​ເບີ​ຕສ໌ ຈາກ​ລັດ​ນິວ​ເຈີ​ຊີ ກ່າວ​ວ່າ​ອະນຸສາວະລີ​ທ່ານຄິງ​ແມ່ນ​ພິ​ເສດບໍ່​ມີ​ອັນ​ໃດ​ເໝືອນ ຊຶ່ງ​ລາວ​ກ່າວ​ວ່າ:

“ມັນ​ພາ​ໃຫ້​ພວກ​ເຮົາ​ຊາວ​ອາ​ເມຣິກັນ​ເຊື້ອສາຍ​ອາ​ຟຣິກາ ມີແນວ​ຄິດ​ທີ່​ແຕກ​ຕ່າງ​ໄປ​ຈາກເວລາ​ທີ່​ພວກ​ເຮົາ​ມອງເບິ່ງອະນຸ ສາວະລີ​ຂອງ​ປະທານາທິບໍດີ​ຕ່າງໆ ຢູ່​ໃນ​ວໍ​ຊິ​ງຕັນດີ​ຊີ​ນີ້. ມັນ​ເອື້ອ​ອໍາ ນວຍ​ໃຫ້​ພວກ​ເຮົາ​ມີ​ໂອກາດ​ໄດ້​ສຶກສາ ​ໄດ້​ຮູ້ ​ແລະ​ແທ້ໆ​ແລ້ວ ກໍ​ແມ່ນ​ໄດ້​ເຕີບ​ໃຫຍ່​ມີ​ແນວ​ຄິດ​ກ້ວາງ​ໄກຂຶ້ນ ​ແລະ​ມັນ​ກໍ​ເປັນ​ສິ່ງ​ທີ່​ໃຫ້​ກໍາລັງ​ໃຈ​ແກ່​ພວກ​ເຮົາ ​ໃນຮູບ​ແບບ​ນຶ່ງ.”

ບັນດາ​ຜູ້​ທີ່​ມີ​ສ່ວນ​ຊ່ວຍ​ໃນ​ການ​ກໍ່ສ້າງ​ອະນຸສາວະລີ​ ມາ​ຕິນ ລູ​ເທີ​ ຄິງ ​ແຫ່ງ​ຊາດ​ນີ້ ກ່າວ​ວ່າ ມັນ​ເປັນ​ສິ່ງ​ສະດຸ​ດີ​ໃຫ້​ກຽດ​ຕະຫລອດ​ການ​ແກ່ ບຸລຸດ​ແຫ່ງ​ສັນຕິພາບ ຊຶ່ງ​ການເຄື່ອນ​ໄຫວຂອງ​ທ່ານ​ໄດ້​ຕໍ່ສູ້ຢ່າງ​ໜັກ ເພື່ອ​ປະຊາທິປະ​ໄຕ ຄວາມ​ຍຸດຕິ​ທໍາ ​ແລະ​ເພື່ອ​ປັບປຸງ​ຊີວິດ​ໃຫ້​ດີ​ຂຶ້ນ ສໍາລັບ​ຊາວ​ອາ​ເມຣິກັນ​ເຊື້ອສາຍ​ອາ​ຟຣິກາ ຫລາຍ​ລ້ານ​ຄົນ.

XS
SM
MD
LG