ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຄະນະຕຸລາການ ຕັດສິນບໍ່ໄດ້ ໃນຄະດີ ຕຳຫຼວດຜິວຂາວ ຍິງ​ຊາຍຜິວດຳ ທີ່​ບໍ່​ມີ​ອາວຸດຕາຍ


ພວກເຈົ້່າໜ້າທີ່ ກຳລັງພາ ສະມາຊິກຄອບຄົວ ເຈົ້າໜ້າທີ່ ຕຳຫລວດ Randall Kerrick ອອກຈາກຫ້ອງສານ.
ພວກເຈົ້່າໜ້າທີ່ ກຳລັງພາ ສະມາຊິກຄອບຄົວ ເຈົ້າໜ້າທີ່ ຕຳຫລວດ Randall Kerrick ອອກຈາກຫ້ອງສານ.

ຜູ້​ພິພາກສາຄົນ​ໜຶ່ງ ທີ່​ລັດ North Carolina ​ໄດ້ປະກາດ ກ່ຽວ
ກັບການດຳ ເນີນຄະດີທີ່ບໍ່ສາມາດສະຫລຸບໄດ້ໃນ​ວັນ​ສຸກ​ວານ
​ນີ້ ຫຼັງ​ຈາກຄະນະ​ຕຸ​ລາ​ການ ຕົກລົງກັນບໍ່ໄດ້ ​ໃນ​ຄະດີ​ທີ່​ກ່າວ​ຫາ
​ເຈົ້າ​ໜ້າທີ່​ຕຳຫລວດຜິວຂາວຍິງ​ຜູ້​ຊາຍຜິວດຳທີ່​ບໍ່​ມີ​ອາວຸດຕາຍ.

ຄະນະ​ຕຸລາການ ​ໄດ້ທຳການພິຈາລະນາດົນກວ່າສາມມື້ ກ່ອນ
​ບອກ​ຜູ້​ພິພາກສາ​ວ່າ ​ເຂົາເຈົ້າຕົກລົງກັນບໍ່ໄດ້ດ້ວຍສຽງ 8-4
ແລະກໍມອງບໍ່ເຫັນຊ່ອງທາງ ທີ່ຈະ​ບັນລຸ​ການ​ຕັດສິນໄດ້. ຜູ້​ພິ
ພາກສາ ບໍ່​ໄດ້​ເປີດ​ເຜີຍວ່າ ຄະນະ​ຕຸລາການ ​ໄດ້​ອຽງ​ໄປ​ທາງ​
ໃດ ​ໃນຄະດີ​ຕໍ່​ຕຳຫລວດ Randall Kerrick.

ທ່ານ Kerrick ​ປະ​ເຊີນ​ໜ້າກັບຂໍ້ຫາ ຂ້າ​ຄົນ​ໂດຍບໍ່ເຈດຕະນາ ​ໃນ​ປີ 2013 ໃນການ​ຕາຍ​ຂອງທ້າວ Jonathan Ferrell ​ອະດີດ​ນັກ​ຫລີ້ນ football ​ໃຫ້ແກ່ ມະຫາວິທະຍາ​ໄລ
Florida A&M.

ຕຳ​ຫລວດກ່າວ​ວ່າ ທ້າວ Terell ຂີ່​ລົດ​ຕຳ​ໃນຖະໜົນ​ທີ​ມືດ​ມົວສາຍນຶ່ງ ຢູ່​ນອກ​ເ​ມື​ອງ
Charlotte ​ແລະ​ໄດ້​ຢ່າງໄປ​ຫາ​ເຮືອນ​ທີ່ຢູ່ໃກ້​ນັ້ນ ​ຫຼັງຈາກນັ້ນກໍໄດ້​ເຄາະ​ປະ​ຕູ​ເພື່ອ​ຂໍການ​
ຊ່ວຍ​ເຫລືອ​. ​ເຈົ້າ​ຂອງເຮືອນ​ຄິດ​ວ່າ ທ້າວ Ferrell ​ໄດ້​ພະຍາ ຍາມ​ທີ່ຈະ​ມ້າງເຮືອນເຂົ້າ​ໄປ
​ແລະ​ໄດ້ໂທລະ​ສັບ​ຫາຕຳຫລວດ.

ບັນດາ​ຜູ້​ສືບສວນ ກ່າວ​ວ່າ ​ເວລາ​ຕຳຫລວດໄປເຖິງບ່ອນ​ເກີດ​ເຫ​ດ ການ​ປະ​ເຊີນ​ໜ້າ​ກັນ
​ກໍເລີ້ມ​ຂື້ນ ​ແລະ​ທ່ານ Kerrick ​ໄດ້​ຍິງປືນ 12 ນັດ ​ໃສ່​ທ້າວ Farrell ແລະ 10 ລູກ​ໄດ້​ຖືກ
​ຜູ້ກ່ຽວ.

ບັນດາ​ໄອ​ຍະ​ການ ກ່າວ​ວ່າ ທ່ານ Kerrick ຄວນ​ຈະໃຊ້ກຳລັງ ທີ່​ບໍ່​ຮ້າຍ​ແຮງ ​ເພື່ອຈັບ​ກຸມ
ທ້າວ Ferrell ​ໃນ​ຂະນະ​ທີ່ທະນາຍຄວາມ​ປ້ອງ​ກັນລາວໂຕ້​ຖຽງ​ວ່າ ການ​ປະຕິບັດ​ງານ​ຂອງ
​ລາວ ​ແມ່ນສອດຄ່ອງ ກັບ​ການ​ເຝິກແອບ​ຂອງກົມ​ຕຳຫລວດ.

ຄອບຄົວຂອງທ້າວ Ferrell ​ໄດ້​ຕົກລົງ​ກັນແລ້ວກ່ຽວກັບການ​ຟ້ອງ​ຮ້ອງນີ້ກັບເມືອງ Char-
lotte ​ແລະ​ໄດ້​ຮັບ​ເງິນ 2 ລ້ານ 2 ແສນ 5 ໝື່ນໂດ​ລາ.

US Police Shooting
please wait
Embed

No media source currently available

0:00 0:00:45 0:00

XS
SM
MD
LG