ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຕຳຫລວດລັດ Missouri ໃຊ້ລະເບີດຄວັນ ແລະ ລະເບີດນ້ຳຕາ ຕໍ່ ພວກປະທ້ວງ (ສະໄລດ໌/ວີດີໂອ)


ເຈົ້າໜ້າ​ທີ່​ກ່າວ​ວ່າ ​ໄດ້ມີ​ຄົນ​ນຶ່ງ​ຖືກ​ຍິງ ​ແລະ​ໄດ້​ຮັບບາດ​ເຈັບ​
ສາຫັດ ​ແລະອີກ​ 7 ຄົນ​ຖືກ​ຈັບ ໃນ​ຕອນ​ຂ້ອນ​ແຈ້ງຂອງ​ວັນ​
ອາທິດ​ມື້​ນີ້ ຂະນະ​ທີ່ຕຳຫລວດແກວ່ງ​ລະ​ເບີດ​ຄວັນ ແລະ
ລະ​ເບີດນ້ຳຕາ ​ເພື່ອ​ປະຕິບັດການ ​ຫ້າມ​ສັນຈອນ​ຍາມ​ກາງຄືນ
ຢູ່​ໃນ​ເມືອງ Ferguson ລັດ Missouri ​ໃນສະຫະລັດ.

​ເມື່ອ​ງດັ່ງກ່າວ​ ຊຶ່ງ​ຕັ້ງ​ຢູ່​ໃກ້​ກັບນະຄອນ St. Louis ທາງ​ພາກ
​ກາງຂອງ​ປະ​ເທດ ​ແມ່ນ​ເປັນ​ບ່ອນ​ທີ່ ຊາຍ​ໜຸ່ມຄົນ​ຜິວ​ດຳ​ບໍ່​ມີ
​ອາວຸດຄົນ​ນຶ່ງ ​ໄດ້ຖືກຕຳຫລວດ​ຄົນ​ຜິວ​ຂາວຄົນ​ນຶ່ງ ຍິງ​ຕາຍ
ເມື່ອວັນ​ທີ 9 ສິງຫາ​ນີ້.

​ຜູ້​ປົກຄອງ​ລັດ Missouri ທ່ານ Jay Nixon ​ໄດ້​ປະກາດພາວະສຸກ​ເສີນ ​ແລະຫ້າມອອກ
​ນອກ​ບ້ານ​ໃນ​ຍາມ​ກາງຄືນ ຫຼັງຈາກ​ມີການ​ປະ​ທະ​ກັນ​ເປັນ​ເວລາຫຼາຍໆຄືນ ທີ່​ສືບ​ເນື່ອງ​
ມາການ​ຍິງ​ກັນຕາຍດັ່ງກ່າວ​ນັ້ນ​.

7063EV USA MISSOURI SHOOTING CURFEW PROTEST
please wait

No media source currently available

0:00 0:02:54 0:00

ທ່ານ Nixon ກ່າວ​ໃນ​ວັນ​ເສົາ​ວານ​ນີ້​ວ່າ ການ​ປະກາດສະພາວະ​ສຸກ​ເສີນ ບໍ່​ແມ່ນເພື່ອ
​ປິດ​ປາກ​ປິດ​ສຽງ​ຂອງ​ປະຊາຊົນ ​ແຕ່​ເພື່ອ​ຍັບ​ຍັ້ງພວກ​ລັກຂະ​ໂມ​ຍ​ເຄື່ອງ​ຂອງ ທີ່ເຮັດ​ໃຫ້​
ຊຸມ​ຊົນຕົກ​ຢູ່​ໃນຄວາມອັນຕະລາຍ. ທ່ານ​ຍັງໄດ້ຂອບອົກ​ຂອບ​ໃຈ​ ພົນລະ​ເມືອງທັງຫຼາຍ
ທີ່​ພະຍາຍາມ​ຢຸດ​ ພວກ​ລັກ​ເຄື່ອງ​ຂອງ​ ຈາກ​ຫ້າງ​ຮ້ານ​ຕ່າງໆ ​ເມື່ອ​ວັນ​ສຸກ​ຜ່ານ​ມາ.

2018411 US Ferguson 4
please wait
Embed

No media source currently available

0:00 0:02:56 0:00

ຄວາມ​ຮຸນ​ແຮງຫຼ້າສຸດ ​ເກີດ​ຂຶ້ນ​ຫຼັງຈາກ ຕຳຫລວດ​ເມືອງ Ferguson ​ໄດ້​ເປີດ​ເຜີຍລາຍ
ງານຫຼາຍສະບັບ ລວມທັງ ວີ​ດີ​ໂອ ທີ່ຕຳຫລວດ​ກ່າວ​ວ່າ ສະ​ແດງ​ໃຫ້​ເຫັນວ່າ ທ້າວ Michael Brown ມີ​ສ່ວນ​ກ່ຽວຂ້ອງ​ໃນ​ການ​ປຸ້ນ ​ແລະປະ​ເຊີນ​ໜ້າ​ກັບ​ພະນັກງານ​ຂອງ​ຮ້ານສະດວກ​ຊື້ ​ແຫ່ງ​ນຶ່ງ ​ໃນ​ເວລາ​ບໍ່​ດົນ ກ່ອນທ້າວ Brown ​ຖືກ​ຍິງຕາຍ.

US POLICE SHOOTING VO
please wait
Embed

No media source currently available

0:00 0:00:48 0:00

XS
SM
MD
LG