ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

16 ຄົນ ຫາຍສາບສູນ ຫຼັງຈາກ​ ເຮ​ຣີ​ຄອບ​ເຕີ້ຕົກ ໃນ ຣັດເຊຍ


ແຜນທີ່ ຈຸດເກີດ ອຸບັດເຫດ ເຮ​ຣີ​ຄອບ​ເຕີ້ລຳນຶ່ງ ຕົກໃນຣັດເຊຍ.
ແຜນທີ່ ຈຸດເກີດ ອຸບັດເຫດ ເຮ​ຣີ​ຄອບ​ເຕີ້ລຳນຶ່ງ ຕົກໃນຣັດເຊຍ.
ບັນດາເຈົ້າໜ້າ​ທີ່​ກະ​ຊວງຮັບມືກັບເຫດການ​ສຸກ​ເສີນຣັດ​ເຊຍ
ກ່າວ​ວ່າ 16 ຄົນ​ຫາຍ​ສາບ​ສູນ ​ຫຼັງຈາກ​ເຮ​ຣີ​ຄອບ​ເຕີ້ລຳນຶ່ງ
ປະສົບອຸບັດເຫດຕົກ.

ບັນດາເຈົ້າໜ້າ​ທີ່ກ່າວ​ວ່າ 2 ຄົນ​ໄດ້​ຖືກ​ຊ່ອຍ​ເຫຼືອອອກ​ມາ​ໄດ້
ຫຼັງຈາກ ເຮ​ຣີ​ຄອບ​ເຕີ້ຮຸ້ນ Mi-8 ຕົກລົງ​ໃສ່​ທະ​ເລ​ສາບ​ ໃນເຂດ
Murmansk ທາງພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ ຂອງຣັດ​ເຊຍ​
ເມື່ອ​ວັນ​ເສົາ​ວານ​ນີ້.

​ບັນດາ​ເຈົ້າໜ້າ​ທີ່​ກ່າວ​ວ່າ ​ເຮືອບິນລຳ​ດັ່ງກ່າວ​ ໄດ້​ບັນຈຸ​ຄະນະ​ເຈົ້າ​ໜ້າ​ທີ່​ລັດຖະບານ​ທ້ອງ​ຖິ່ນ ​ແລະ ບັນດາ​ນັກທຸລະກິດ.

ອົງການ​ຂ່າວຝຣັ່ງລາຍ​ງານ​ວ່າ ເຮ​ຣີ​ຄອບ​ເຕີ້ລຳ​ດັ່ງກ່າວ​ ແມ່ນ​ເປັນ​ຂອງບໍລິສັດ Apatit ຊຶ່ງ​ເປັນ​ບໍລິສັດ​ທີ່​ຜະລິດ​ອຸປະກອນ​ເຄື່ອ​ງ​ເຮັດ​ປຸຍຕ່າງໆ.

ອຸບັດເຫດເຮືອບິນຕົກ​ຢູ່​ໃນຣັດ​ເຊຍແມ່ນມັກມີຢູ່​ເລື້ອຍໆ ​ໂດຍສ່ວນ​ໃຫຍ່​ແລ້ວແມ່ນ​ຖິ້ມໂທດ​ໃສ່​ເຮືອທີ່​ເກົ່າ​ແກ່ ແລະການ​ສ້ອມ​ແປງ ​ທີ່​ບໍ່ໄດ້ມາດ ຕະຖານ.
XS
SM
MD
LG