ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຊາຍຄົນນຶ່ງ ໃນເຮືອບິນ ເຮລິຄອບເຕີ ກູ້ໄພ ທີ່ຫາຍສາບສູນ ຢູ່ໃນມຽນມາ ຍັງມີຊີວິດຢູ່


ແຜນທີ່ ມຽນມາ
ແຜນທີ່ ມຽນມາ

ຜູ້​ຊາຍ​ຄົນ​ນຶ່ງໄດ້​ຖືກ​ພົບ​ເຫັນຍັງ​ມີ​ຊີວິດ​ ດົນ​ກວ່າ​ນຶ່ງ​ອາທິດ
ຫລັງ​ຈາກ​ເຮືອບິນ​ເຮ​ລິ​ຄອບ​ເຕີ​ກູ້​ໄພລຳ​ນຶ່ງ​ ​ໄດ້ຫາຍ​ສາບ​ສູນ
​ໃນ​ຂະນະ​ທີ່​ທຳ​ການ​ຊອກ​ຫາ ພວກ​ປີນ​ພູ​ທີ່​ຫາຍ​ໄປ​ຢູ່​ພາກ​
ເໜືອ​ຂອງ​ມຽນມາ.

ຜູ້​ຊາຍ​ຄົນ​ນຶ່ງໃນຈຳນວນ​ສາມ​ຄົນ ຈາກ​ເຮືອບິນ​ເຮ​ລິ​ຄອບ​
ເຕີລຳ​ນັ້ນ ​ໄດ້​ໄປ​ເຖິງ ໝູ່​ບ້ານ​ Lan Kha ທາງພາກ​ເໜືອ
ຂອງ​ມຽນມາ ​ໃນ​ວັນ​ອັງຄານ​ວານ​ນີ້ ​ແລະ​ໄດ້​ຮ້ອງ​ຂໍ​ການ​
ການ​ປິ່ນປົວ.

​ເຖິງ​ຢ່າງ​ໃດ​ກໍ​ດີ ສະມາຊິກ​ສະພາທີ່​ເປັນ​ຊາວ​ກະ​ຈິນ ທ່ານ
Ji Phon Sar ກ່່າວ​ວ່າ ຊະຕາ​ກຳ​ຂອງ​ຜູ້​ຊາຍ​ອີກ​ສອງ​ຄົນ ຍັງ​ບໍ່​ເປັນ​ທີ່​ຊາບ​ໄດ້.

ທ່ານ Ji ກ່າວ​ວ່າ :

“ປາກົດ​ວ່າ ​ເຮືອບິນ​ເຮ​ລິ​ຄອບ​ເຕີ​ໄດ້​ຕົກລົງ ເກີດ​ໄຟ​ໄໝ້ແລ້ວ​ລະ​ເບີດ​ຂື້ນ. ນັກ​ບິນ​
ຊາວມຽນມາ​ໄດ້​ລໍຖ້າຢູ່​ທີ່​ນັ້ນ ​ໃກ້​ກັບ​ບ່ອນ​ເຮືອບິນ​ຕົກ. ນັກ​ບິນ​ຄົນໄ​ທ ​ແລະ​ຜູ້​ຊາຍ​
ອີກ​ຄົນ​ນຶ່ງ ​ໄດ້​ພະຍາຍາມ​ຊອກ​ຫາ​ທາງ​ກັບ​ຄືນ​ໂດຍຍ່າງ​ຜ່ານ​ປ່າດົງ ​ແຕ່​ວ່າ​ ໃນ​
ລະຫວ່າງທາງ​ ນັກ​ບິນ​ໄທ​ໄດ້ຕັດສິນ​ໃຈ​ຢູ່​ລໍຖ້າ. ມີ​ພຽງ​ແຕ່​ຄົນ​ດຽວ​ມາ​ເຖິງ​ໝູ່​ບ້ານ
Lan Kha ​ໃນ​ວັນ​ອັງຄານ​ວານ​ນີ້. ທີ​ມຊອກ​ຫາ​ໄດ້​ຖືກ​ສົ່ງ​ໄປ​ໃນ​ຕອນ​ກາງຄືນ
​ເພື່ອຊ່ວຍ​ສອງ​ຄົນ​ທີ່ລໍຖ້າຢູ່​ນຳ​ຫລັງ.”

ມູນ​ນິທິ Htoo ທີ່ເປັນ​ຜູ້ນຳ​ພາ​ໃນ​ຄວາມ​ພະຍາຍາມ​ຊອກ​ຫາ ​ໄດ້ຂຽນ​ລົງໜ້າ Facebook
ຢືນຢັນວ່າ ຕົນໄດ້ສົ່ງ​ທີມ​ກູ້​ໄພ ໄປຊອກ​ຫາ​ພວກ​ຜູ້​ຊາຍ​ທີ່​ຍັງ​ຫາ​ຍ ສາຍ​ສູນ.

​ເຮືອບິນ​ເຮ​ລິ​ຄອບ​ເຕີ​ໄທ ​ໄດ້​ຂາດ​ການ​ຕິດ​ຕໍ່​ກັບ​ ຫໍ​ຄວບ​ຄຸມການບິນຢູ່ທາງພາກ​ພື້ນ​ດິນ
​ໃນ​ວັນ​ທີ 27 ​ເດືອນກັນຍາ ຫລັງ​ຈາກ​ ​ບິນ​ຂື້ນໄດ້​ໜ້ອຍນຶ່ງ ​ຈາກ​ເດີ່ນ​ບິນ Putao ​ໃນ​ລັດ
Kachin ທາງພາກ​ເໜືອ​ຂອງມຽນມາ ​ເພື່ອ​ໄປ​ຊ່ວຍ​ຊອກ​ຫາ ນັກ​ປີ​ນພູຊາວ​ມຽນມາ​ສອງ
​ຄົນ ທີ່ໄດ້​ຂາດ​ການ​ຕິດ​ຕໍ່​ກັບ​ ສະມາຊິກ​ຄົນ​ອື່ນໆ​ໃນທິມປີນ​ພູ​ຂອງ​ເຂົາ​ເຈົ້າ ຫລັງ​ຈາກ​ໄດ້
​ປິນຂື້ນ​ເຖິງ​ຈອມພູ Hkakaborazi ​ໃນ​ທ້າຍ​ເດືອນ​ສິງຫາ. ​ຈົນ​ຮອດ​ດຽວ​ນີ້ ກໍຍັງ​ຊອກ​ຫາ​
ເຂົາ​ເຈົ້າ ບໍ່​ເຫັນ.

XS
SM
MD
LG