ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ນາງງາມ ລັດ Rhode Island ຄ້ວາມົງກຸດ​ Miss USA 2012


ນາງ​ງາມ Olivia Culpo ຈາກລັດ Rhode Island ຄ້ວາມົງກຸດ​ Miss USA 2012
ນາງ​ງາມ Olivia Culpo ຈາກລັດ Rhode Island ຄ້ວາມົງກຸດ​ Miss USA 2012

ຜົນ​ການ​ປະກວດ​ ນາງ​ງາມ​ສະຫະລັດ​ອາ​ເມຣິກາ ປີ​ນີ້ ທີ່​ຈັດ​ຂຶ້ນ​ຢູ່​ລັສ ​ເວ​ກັສ ລັດ​ເນ​ວາດາ
ຄືນ​ວັນ​ອາທິດ​ວານ​ນີ້ ປາກົດ​ວ່າ ນາງ​ງາມລັດ Rhode Island – Olivia Culpo ​ໄວ 20 ປີ
​ເປັນ​ຜູ້​ໂຊກ​ດີ​ ​ໄດ້​ຄອງ​ມົງກຸດ Miss USA 2012 ​ແລະ​ຈະ​ເປັນ​ຜູ້ຕາງ​ໜ້າ​ສະຫະລັດ ໄປ​ເຂົ້າ
​ປະ​ກວດ​ນາງ​ງາມ​ຈັກກະວານ ຫລື Miss Universe ​ໃນ​ເດືອນ​ທັນວາ ທ້າຍ​ປີ​ນີ້.

ນາງ​ງາມລັດ Rhode Island ​ໄດ້​ຊະນະ​ເລີດ ​ຫລັງ​ຈາກ​ຜ່ານ​ການ​ຄັດ​ເລືອກ​ຈາກທັງ​ໝົດ
51 ນາງ​ງາມ ມາ​ເຂົ້າຮອບ 16 ຄົນ ​ແລ້ວ​ກໍ 10 ຄົນ ​ແລະ​ຮອບ 5 ຄົນ​ສຸດ​ທ້າຍ ຊຶ່ງ​ແຂ່ງ​ກັນ
​ໃນ​ພາກຊຸດ​ອາບ​ນໍ້າ ຊຸດງານ​ລາຕີ ​ແລ້ວ​ກໍພາກ​ຕອບ​ຄໍາ​ຖາມ ທີ່​ຜູ້​ຊົມ​ສົ່ງ​ເຂົ້າໄປ​ຖາມຜ່ານ
​ທາງ twitter ​ເປັນ​ເທື່ອ​ທໍາ​ອິດ​ໃນ​ປະວັດສາດ​ການປະ​ກວດ Miss USA​.

ຄໍາ​ຖາມ​ທີ່​ນໍາ​ມົງກຸດ​ມາ​ໃຫ້​ Olivia Culpo ກໍ​ຄື​ຄໍາ​ຖາມ​ທີ່​ວ່າ ນາງ​ຄິດ​ວ່າ​ຈະ​ເປັນ​ການ​ຍຸດຕິ
​ທໍາ​ບໍ່ ຖ້າ​ຜູ້​ຊາຍ​ທີ່​ປ່ຽນ​ເພດ​ເປັນ​ແມ່ຍິງ​ໄດ້​ຄອງ​ມົງກຸດ​ Miss USA ຊຶ່ງ​ນາງ​ຕອບ​ວ່າ ນາງ
​ຄິດ​ວ່າ​ເປັນ​ການ​ຍຸດຕິ​ທໍາ ​ເພາະວ່າປະ​ເທດ​ນີ້​ເປັນ​ປະ​ເທດ​ເສລີ ​ແລະ​ທຸກ​ຄົນ​ກໍ​ມີ​ສິດ​ທີ່​ຈະ​ປ່ຽນ
​ແປງ ​ເພື່ອ​ໃຫ້ຊີວິດ​ຂອງ​ຕົນມີ​ຄວາມສຸກ​ຂຶ້ນ.

ນິດຕະຍາ ປານມາໄລທອງ
ນິດຕະຍາ ປານມາໄລທອງ

ນາງ Olivia ​ເຂົ້າຮ່ວມປະ​ກວດ​ກັບ​
ນາງ​ງາມ​ລັດ​ອື່ນໆ​ອີກ 50 ຄົນ​
ໂຮມ​ທັງນາງ​ງາມ​ລັດ​ມິນ​ນີ​ໂຊ​ຕາ
​ນິດຕະຍາ ປານ​ມາ​ໄລ​ທອງ ລູກ
​ອົບ​ພະຍົບລາວ ທີ່​ໝົດ​ສິດ​ໄປ
​ຫລັງ​ຈາກ​ຮອບ​ສະ​ເໜີໂຕ​ ​ເພາະ
​ບໍ່​ໄດ້​ຜ່ານ​ເຂົ້າໄປ​ຮອດຮອບ 16
ຄົນ ຍ້ອນ​ບໍ່​ໄດ້​ຮັບ​ຄະ​ແນນ​ໂຫວດ
​ຈາກ​ຜູ້​ສະໜັບ​ສະໜຸນພຽງພໍ ​ແຕ່
​ເຖິງ​ຢ່າງ​ໃດ ນິດຕະຍາກໍ​ໄດ້​ສ້າງ​ຊື່
​ສຽງ​ໃຫ້​ຕົນ​ເອງ​ແລະ​ຄົນ​ລາວ​ທັງ​
ໂລກ ​ໃນ​ຖານະ​ທີ່​ເປັນ​ຄົນ​ອາ​ເມຣິ
ກັນ​ເຊື້ອສາຍ​ລາວ ​ແລະ​ເຊື້ອສາຍ​
ເອ​ເຊຍ​ຄົນ​ທໍາ​ອິດ ​ທີ່​ໄດ້​ເຂົ້າປະ
​ກວດ Miss USA.

ສ່ວນ​ຮອງ​ Miss USA ອັນ​ດັບນຶ່ງ​
ໄດ້​ແກ່​ນາງ​ງາມ​ລັດ Maryland
ຕິດຕາມດ້ວຍ​ນາງ​ງາມ​ລັດ​ Ohio,
Nevada ແລະ Georgia.

XS
SM
MD
LG