ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ນາງສາວຈາກ Colombia ຖືກຄັດເລືອກໃຫ້ເປັນ ນາງສາວ ຈັກກະວານ ຄົນໃໝ່


ນາງສາວ Paulina Vega ຈາກ Colombia ຍິ້ມແຍ້ມ ຂະນະທີ່ ໃສ່ມົງກຸດຢູ່ນັ້ນ ກາຍມາເປັນນາງງາມຈັກກະວານ ໃນການປະກວດນາງງາມຈັກກະວານ ໃນຄ່ຳຄືນວັນອາທິດວານນີ້ ຢູ່ນອກ
ນະຄອນ Miami ລັດຟລໍຣິດາ, ວັນທີ 25 ມັງກອນ 2015.
ນາງສາວ Paulina Vega ຈາກ Colombia ຍິ້ມແຍ້ມ ຂະນະທີ່ ໃສ່ມົງກຸດຢູ່ນັ້ນ ກາຍມາເປັນນາງງາມຈັກກະວານ ໃນການປະກວດນາງງາມຈັກກະວານ ໃນຄ່ຳຄືນວັນອາທິດວານນີ້ ຢູ່ນອກ ນະຄອນ Miami ລັດຟລໍຣິດາ, ວັນທີ 25 ມັງກອນ 2015.

ນາງ​ Paulina Vega ນາງງາມແຫ່ງ Columbia ​ໄດ້​ຖື​ກ​ເລືອກເປັນນາງສາວຈັກກະວານຄົນໃໝ່ ໃນການປະກວດ
ນາງງາມຈັກກະວານໃນຄ່ຳຄືນວັນອາທິດວານນີ້ ຢູ່ນອກ
ນະຄອນ Miami ລັດຟລໍຣິດາ ໃນພາກຕາເວັນອອກສຽງໃຕ້
ຂອງສະຫະລັດ.

ນາງ Vega ໄວ 22 ປີ ໄດ້ຊະນະນາງ Nia Sanchez ຈາກ
ສະຫະລັດ ​ເປັນ​ລອງ​ນາງ​ສາວຈັກກະວານ ​ແລະຕໍ່​ມາຜູ້ທີ 3 ​
ແມ່ນໄດ້ແກ່ນາງ Diana Harkusha ຈາກປະ​ເທດຢູເຄຣນ.

ທັງໝົດມີຜູ້ມາເຂົ້າແຂ່ງຂັນ 88 ຄົນ ຊຶ່ງເປີດໂອກາດໃຫ້ພວກ
ແມ່ຍິງ ອາຍຸລະຫວ່າງ 18 ຫາ 27 ປີ ທີ່ບໍ່ເຄີຍແຕ່ງງານ ຫຼື ບໍ່ເຄີຍມີລູກມາກ່ອນ.

ນາງ Vega ທີ່ຮຽນວິຊາດ້ານການປົກຄອງທຸລະກິດ ທີ່ມະຫາວິທະຍາໄລ Bogota ​ແລະ​
ເປັນ​ຜູ້​ແຂ່ງຂັນ​ ຄົນ​ທຳ​ອິດ​ ທີ່ມາ​ຈາກ​ປະ​ເທດ Columbia ທີ່​ໄດ້​ຊະນະ​ການ​ປະ​ກວດ​ນັບ​
ແຕ່​ປີ 1958 ​ເປັນ​ຕົ້ນ​ມາ.

XS
SM
MD
LG