ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ລາວຢືນຢັນ ຈະສ້າງ ເຂື່ອນໄຟຟ້າ ອີກ 8 ໂຄງການ ເທິງລໍາ ແມ່ນໍ້າຂອງ


ສະຖານທີ່ສ້າງເຂື່ອນໄຊຍະບູລີ
ສະຖານທີ່ສ້າງເຂື່ອນໄຊຍະບູລີ
ລັດຖະມົນຕີລາວ ຢືນຢັນວ່າ ຈະສືບຕໍ່ແຜນການກໍ່ສ້າງເຂື່ອນ
ຜະລິດໄຟຟ້າໃນລໍາແມ່ນໍ້າຂອງອີກ 8 ໂຄງການ ໂດຍຈະປ້ອງ
ກັນຜົນກະທົບຕໍ່ສິ່ງແວດລ້ອມຢ່າງໄດ້ມາດຕະຖານສາກົນ.


ທ່ານ ວີລະພົນ ວີລະວົງ ລັດຖະມົນຕີຊ່ວຍວ່າການກະຊວງພະ
ລັງງານ ແລະບໍ່ແຮ່ໃຫ້ການຢືນຢັນກັບວີໂອເອວ່າ ແຜນການກໍ່
ສ້າງ ເຂື່ອນຜະລິດກະແສໄຟຟ້າເທິງແນວແມ່ນໍ້າຂອງອີກ 8 ໂຄງການທີ່ຕໍ່ເນື່ອງກັບໂຄງການເຂື່ອນໄຊຍະບູລີນັ້ນຍັງຈະສືບຕໍ່ໄປຈົນກວ່າຈະບັນ
ລຸເປົ້າໝາຍທີ່ວາງໄວ້ ແລະການກໍ່ສ້າງທຸກໂຄງການກໍຈະມີການສຶກສາ ເພື່ອປ້ອງກັນ
ບັນຫາຜົນກະທົບຕໍ່ສັງຄົມ ແລະ ສິ່ງແວດລ້ອມທໍາມະຊາດຢ່າງໄດ້ມາດຕະຖານ
ສາກົນ ຄືກັບເຂື່ອນໄຊຍະບູລີທີ່ກໍາລັງດໍາເນີນການກໍ່ສ້າງຢູ່ໃນເວລາ ນີ້.

ທັງນີ້ ໂດຍ 8 ໂຄງການກໍ່ສ້າງເຂື່ອນເທິງແນວແມ່ນໍ້າຂອງທີ່ທ່ານວີລະພົນ ໄດ້ໃຫ້ການຢືນ
ຢັນກັບວີໂອເອ ດັ່ງກ່າວນີ້ ກໍປະກອບດ້ວຍ 5 ໂຄງການໃນເຂດພາກເໜືອ ກັບ 3 ໂຄງການ
ໃນເຂດພາກໃຕ້ຊຶ່ງໃນນີ້ກໍມີພຽງໂຄງການເຂື່ອນບ້ານກຸ່ມເທົ່ານັ້ນ ທີ່ມີທີ່ຕັ້ງຢູ່ໃນເຂດ
ຊາຍແດນໃນແນວແມ່ນໍ້າຂອງ ລະຫວ່າງລາວກັບໄທ ສ່ວນນອກນັ້ນກໍມີທີ່ຕັ້ງຢູ່ໃນເຂດ
ອະທິປະໄຕຂອງລາວພຽງຝ່າຍດຽວ ດັ່ງທີ່ທ່ານວີລະພົນໄດ້ໃຫ້ການຊີ້ແຈງວ່າ:
ທ່ານວີລະພົນ ວິລາວົງ (ຊ້າຍ) ລັດຖະມົນຕີ ຊ່ວຍວ່າການ ກະຊວງພະລັງງານ ແລະບໍ່ແຮ່ແລະທ່ານລຽນ ທິແກ້ວ
ທ່ານວີລະພົນ ວິລາວົງ (ຊ້າຍ) ລັດຖະມົນຕີ ຊ່ວຍວ່າການ ກະຊວງພະລັງງານ ແລະບໍ່ແຮ່ແລະທ່ານລຽນ ທິແກ້ວ

ຢູ່ນໍ້າຂອງນີ້ິ ເຊັນໄປແລ້ວ ຢູ່ພາກເໜືອ 5 ໂຄງການ ຢູ່
ບ້ານກຸ່ມ ເປັນຊາຍແດນລາວ-ໄທນີ້ນຶ່ງໂຄງການ ແລ້ວກະ
ມີຢູ່ທາງພາກໃຕ້ ມີພູງອຍ ນຶ່ງໂຄງການ ແລ້ວກໍມີຢູ່ດອນ
ສະຫົງ ກັບທ່າຄໍ້ ແຕ່ວ່າຄັນທ່າຄໍ້ ກັບດອນສະຫົງຫັ້ນເລືອກ
ອັນນຶ່ງແລ້ວກະແລ້ວນີ້ ລວມແລ້ວກະແປດໂຄງການ.”


ສ່ວນກ່ຽວກັບຄວາມຄືບໜ້າຂອງການກໍ່ສ້າງເຂື່ອນໄຊຍະບູລີ
ເທິງແນວແມ່ນໍ້າຂອງໃນແຂວງໄຊຍະບູລີນັ້ນ ທ່ານວີລະພົນ
ກໍຢືນຢັນວ່າເຂື່ອນໄຊຍະບູລີ ເປັນໂຄງການນຶ່ງທີ່ມີຄວາມທັນ
ສະໄໝທີ່ສຸດ ເນື່ອງຈາກໄດ້ມີການນໍາໃຊ້ເທັກ ໂນໂລຈີສະໄໝ
ໃໝ່ ທີ່ມີການນໍາໃຊ້ທັງໃນສະຫະລັດອາເມຣິກາ ແລະບັນດາປະເທດໃນສະຫະພາບ
ຢູໂຣບ.

ຍິ່ງໄປກວ່ານັ້ນ ການທີ່ເທັກໂນໂລຈີສະໄໝໃໝ່ດັ່ງກ່າວນີ້ກໍຍັງເປັນເທັກໂນໂລຈີທີ່ພັດທະ
ນາຂຶ້ນມາ ເພື່ອການຜະລິດພະລັງງານທົດແທນ ແລະເປັນພະລັງງານທີ່ສະອາດອີກດ້ວຍ
ນັ້ນ ຈຶ່ງເຮັດໃຫ້ທາງການລາວມີຄວາມເຊື່ອໝັ້ນວ່າ ເຂື່ອນໄຊຍະບູລີ ຈະເປັນເຂື່ອນທີ່
ເປັນມິດຕໍ່ສະພາບແວດລ້ອມທໍາມະຊາດ ທັງຍັງຈະມີສ່ວນຢ່າງສໍາຄັນ ຕໍ່ການພັດທະນາ
ທາງເສດຖະກິດ ເພື່ອການລົບລ້າງບັນຫາຄວາມຍາກຈົນຂອງປະຊາຊົນລາວອີກດ້ວຍ.

ທາງດ້ານ ທ່ານສົມພິດ ແກ້ວວິຈິດ ຫົວໜ້າຜະແນກພັດທະນາໂຄງການກົມທຸລະກິດພະ
ລັງງານຂອງກະຊວງພະລັງງານ ແລະບໍ່ແຮ່ ກໍຖະແຫຼງຢືນຢັນວ່າ ການກໍ່ສ້າງເຂື່ອນໄຊຍະ
ບູລີເທິງແນວແມ່ນໍ້າຂອງທີ່ໄດ້ເລີ່ມລົງມືກໍ່ສ້າງ ນັບແຕ່ທ້າຍປີ 2012 ເປັນຕົ້ນມາຈົນເຖິງ
ປັດຈຸບັນນີ້ ໄດ້ຄືບໜ້າແລ້ວ ຄິດເປັນສັດສ່ວນ 13% ຂອງແຜນການທີ່ວາງໄວ້ຈົນເຖິງປີ 2019.

ທັງນີ້ໂດຍການກໍ່ສ້າງເຂື່ອນໄຊຍະບູລີໄດ້ແບ່ງອອກເປັນ 2 ລະຍະດ້ວຍກັນ ຄືລະຍະທີ 1
ໃນຊ່ວງປີ 2012-2014 ແລະລະຍະທີ 2 ໃນຊ່ວງປີ 2015- 2019 ໂດຍການດໍາເນີນ
ງານໃນລະຍະທີ່ຜ່ານມາ ກໍໄດ້ສ້າງຄູກັນນໍ້າສໍາເລັດ ແລ້ວ 100% ສ່ວນການກໍ່ສ້າງເກາະ
ກາງນໍ້າ ກໍຄືບໜ້າກວ່າ 20% ການກໍ່ສ້າງທາງເດີນເຮືອຄືບໜ້າ 3%, ທາງລະບາຍນໍ້າລົ້ນ
ຄືບໜ້າກວ່າ 2% ແລະໃນດ້ານອື່ນໆ ເຊັ່ນ ທາງຂຶ້ນ-ລົງຂອງປາ ແລະໂຮງຈັກໄຟຟ້ານັ້ນ ກໍກໍາລັງດໍາເນີນການຢ່າງຕັ້ງໜ້າ ແລະເປັນໄປຕາມແຜນການທີ່ວາງໄວ້ທຸກດ້ານ ຈຶ່ງເຊື່ອ
ໝັ້ນວ່າການກໍ່ສ້າງເຂື່ອນໄຊຍະບູລີຈະສໍາເລັດໂດຍສົມບູນພາຍໃນ ປີ 2019 ຢ່າງແນ່ນອນ.

ໂຄງການເຂື່ອນໄຊຍະບູລີ ມີກໍານົດການກໍ່ສ້າງສໍາເລັດ ແລະເລີ່ມສົ່ງກະແສ ໄຟຟ້າຂາຍ
ໃຫ້ກັບການໄຟຟ້າຝ່າຍຜະລິດແຫ່ງປະເທດໄທ ນັບແຕ່ປີ 2019 ເປັນຕົ້ນໄປ ຊຶ່ງກໍຈະເຮັດ
ໃຫ້ກຸ່ມລົງທຶນມີລາຍຮັບຈາກການຂາຍພະລັງງານໄຟຟ້າສ່ວນໃຫຍ່ ທີ່ຜະລິດໄດ້ເຖິງ 1,285
ເມກາວັດ ນັ້ນ ຄິດເປັນມູນຄ່າ ລວມກວ່າ 13,000 ລ້ານໂດລາ ໃນຕະຫຼອດໄລຍະສໍາປະ
ທານ 29 ປີ ໂດຍລັດຖະບານລາວ ກໍຈະໄດ້ສ່ວນແບ່ງຄິດເປັນມູນຄ່າລວມເຖິງ 3,900 ລ້ານ ໂດລາ ໃນຕະຫຼອດໄລຍະສໍາປະທານດັ່ງກ່າວ.
XS
SM
MD
LG