ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ລັດຖະມົນຕີ ຍອມຮັບວ່າ ລາວ ບໍ່ສາມາດບັນລຸເປົ້າໝາຍ ປອດຢາເສບຕິດ ອາຊຽນ ໃນປີ 2015


ນາຍົກລັດຖະມົນຕີ ທ່ານ ທອງສິງ ທຳມະວົງ ເຂົ້າຮ່ວມໃນພິທີຈູດທຳລາຍຢາເສບຕິດ.
ນາຍົກລັດຖະມົນຕີ ທ່ານ ທອງສິງ ທຳມະວົງ ເຂົ້າຮ່ວມໃນພິທີຈູດທຳລາຍຢາເສບຕິດ.

ລັດຖະມົນຕີ ລາວ ຍອມຮັບວ່າລັດຖະບານ ລາວ ບໍ່ສາມາດຈັດຕັ້ງ ປະຕິບັດເພື່ອເຮັດໃຫ້ ລາວ ເປັນຂອບເຂດທີ່ປອດຈາກບັນຫາ ການຄ້າ ແລະ ການຊົມໃຊ້ຢາເສບຕິດໄດ້ຕາມເປົ້າໝາຍຂອງ ອາຊຽນ ໃນປີ 2015 ທີ່ຜ່ານມາ.

ພົນຈັດຕະວາ ສົມແກ້ວ ສີລາວົງ ລັດຖະມົນຕີວ່າການກະຊວງປ້ອງກັນຄວາມສະຫງົບ ໄດ້ຖະ ແຫຼງຍອມຮັບວ່າ ເປັນການຍາກຢ່າງຍິ່ງທີ່ຈະສາມາດບັນລຸເປົ້າໝາຍໃນການເຮັດໃຫ້ ລາວ ເປັນປະເທດທີ່ປອດຈາກບັນຫາການຄ້າ ແລະ ການຊົມໃຊ້ຢາເສບຕິດໄດ້ໃນປີ 2015 ທີ່ຖືເປັນ ເປົ້າໝາຍຮ່ວມກັນຂອງປະເທດສະມາຊິກໃນກຸ່ມ ອາຊຽນ ທັງ 10 ປະເທດ.

ທັງນີ້ໂດຍເຖິງແມ່ນວ່າທາງການ ລາວ ຈະໄດ້ດຳເນີນມາດຕະການປາບປາມຢ່າງໜັກກໍຕາມ ຫາກແຕ່ວ່າກໍບໍ່ສາມາດຈະທຳລາຍເຄື່ອຂ່າຍຄ້າຢາເສບຕິດໃຫ້ໝົດໄປໄດ້ເລີຍ ເນື່ອງຈາກວ່າ ຜູ້ຕ້ອງຫາໃນຄະດີຢາເສບຕິດທີ່ຈັບກຸມນັ້ນ ຈະບໍ່ຍອມໃຫ້ຂໍ້ມູນທີ່ເຊື່ອມໂຍງໄປເຖິງສະມາຊິກ ຄົນອື່ນໆໃນເຄືອຂ່າຍຂອງ ພວກເຂົາເຈົ້າເລີຍ ດັ່ງທີ່ພົນຈັດຕະວາ ສົມແກ້ວ ໄດ້ໃຫ້ການຢືນ ຢັນວ່າ

"ເລື່ອງຊອກຜູ້ຊັກທອດໜາ ຢາກຮູ້ບ່ອນກົກມັນເອົາມາ ແລະ ບ່ອນປາຍ ມັນສິໄປໄສ ມັນບໍ່ ບອກເດັດຂາດ ມັນເວົ້າແຕ່ເອົາມາແຕ່ທາງເໜືອ ແລະ ຈະເອົາໄປທາງໃຕ້ ມີແຕ່ເທົ່ານັ້ນ ຄຳຕອບຂອງມັນ ສະນັ້ນກໍສະແດງວ່າເຂົາມີຄຳໝັ້ນສັນຍານຳກັນ ຈັບແຕ່ເຈົ້າຈະບໍ່ບອກ ເລື່ອງເຮົາ ຈະບໍ່ຊັກທອດ ມີແນວນັ້ນ ໃນຕົວຈິງກໍເປັນແນວນີ້ ຍາກທີ່ສຸດ."

ນັກຄ້າຢາບ້າໄວໜຸ່ມຖືກຕຳຫຼວດຈັບໄດ້.
ນັກຄ້າຢາບ້າໄວໜຸ່ມຖືກຕຳຫຼວດຈັບໄດ້.

ພົນຈັດຕະວາ ສົມແກ້ວ ສີລາວົງ ໄດ້ຍອມຮັບວ່າມີເຈົ້າໜ້າທີ່ຂັ້ນ ສູງຈຳນວນບໍ່ນ້ອຍ ທັງໃນວົງການທະຫານ, ຕຳຫຼວດ ແລະ ລັດ ຖະບານ ທີ່ໄດ້ເຂົ້າໄປພົວພັນ ແລະ ກ່ຽວຂ້ອງກັບການຄ້າຂາຍຢາ ເສບຕິດ ໂດຍສະເພາະແມ່ນການເຂົ້າໄປມີຜົນປະໂຫຍດໃນການ ຄ້າຢາບ້ານັ້ນ ຍັງຖືເປັນສາເຫດສຳຄັນທີ່ເຮັດໃຫ້ການລັກລອບຂົນ ສົ່ງ ແລະ ການຄ້າຢາບ້າໃນ ລາວ ໄດ້ມີການຈັດຕັ້ງເປັນຂະບວນ ທີ່ມີເຄືອຂ່າຍຢ່າງກວ້າງຂວາງທັງໃນ ລາວ ແລະ ປະເທດເພື່ອນ ບ້ານອີກດ້ວຍ ດັ່ງທີ່ທ່ານໄດ້ຢືນຢັນວ່າ.

"ລັກສະນະຂອງຢາບ້ານີ້ ມີລັກສະນະຂ້າມຊາດ ມີຄົນພາຍໃນ ແລະ ຕ່າງປະເທດສົມຮູ້ ຮ່ວມຄິດກັນ ເຮັດລັກສະນະຊອກຫາບ່ອນອີງທີ່ໜາແໜ້ນ ເປັນຄົ້ນແມ່ນຊອກແມ່ນແຊກ ຊຶມເຂົ້າພະນັກງານຜູ້ທີ່ມີສິດມີອຳນາດ ມີບົດບາດ ໃນເມື່ອຖືກເຈົ້າໜ້າທີ່ດຳເນີນຄະດີຈະ ໄດ້ແອບແຝງເພື່ອຂົ່ມຂູ່ ແລະ ອື່ນໆ ອັນນີ້ກໍຄືແນວນັ້ນຫັ້ນແຫຼະ ຈະແຈ້ງ."

ທັງນີ້ໂດຍເຂດທີ່ຂະບວນການຄ້າຢາເສບຕິດ ໄດ້ສວຍໃຊ້ເປັນເສັ້ນທາງລັກລອບສົ່ງຢາເສບ ຕິດຈາກເຂດສາມຫຼ່ຽມຄຳ ໄປຕ່າງປະເທດຫຼາຍຂຶ້ນນັບມື້ຄືຊາຍແດນ ລາວ ກັບ ຫວຽດນາມ ໂດຍເສັ້ນທາງທີ່ແກັງຄ້າຢາເສບຕິດນຳໃຊ້ຫຼາຍທີ່ສຸດໃນ ລາວ ກໍຄືຖະໜົນເລກ 13 ຈາກພາກ ເໜືອ ຕໍ່ມາຍັງຖະໜົນເລກ 9 ໃນແຂວງສະຫວັນນະເຂດ ຕໍ່ໄປຍັງ ຫວຽດນາມ ແລະ ປະເທດທີ 3 ຕາມລຳດັບ.

ຍິ່ງໄປກວ່ານັ້ນ ການທີ່ຂະບວນການຄ້າຢາເສບຕິດຂ້າມຊາດໄດ້ຫັນມາໃຊ້ ລາວ ເປັນເສັ້ນ ທາງລັກລອບຂົນສົ່ງຢາເສບຕິດຫຼາຍຂຶ້ນດັ່ງກ່າວນີ້ກໍຍັງເປັນປັດໄຈ ສຳຄັນທີ່ຊຸກຍູ້ໃຫ້ເຍົາວະ ຊົນ ລາວ ພາກັນຫັນໄປຊົມໃຊ້ຢາເສບຕິດເພີ່ມຂຶ້ນນັບມື້ ອີກດ້ວຍ ໂດຍການສຳຫຼວດຫຼ້າສຸດ ພົບວ່າມີເຍົາວະຊົນ ລາວ ກວ່າ 3 ແສນຄົນທີ່ຢູ່ໃນສິ່ງແວດລ້ອມທີ່ມີຄວາມສ່ຽງສູງທີ່ຈະເຂົ້າ ໄປຫຍຸ້ງກ່ຽວກັບ ຢາເສບຕິດ ໃນປະຈຸບັນນີ້.

ທາງດ້ານທ່ານ ກຸ ຈັນສີນາ ປະທານຄະກຳມະການຄວບຄຸມ ແລະ ກວດກາຢາເສບຕິດແຫ່ງ ຊາດໄດ້ໃຫ້ການຢືນຢັນວ່າທາງການ ລາວ ໄດ້ດຳເນີນມາດຕະການສະກັດກັ້ນ ແລະ ປາບ ປາມເຄືອຂ່າຍການຄ້າຢາເສບຕິດຢ່າງເຂັ້ມງວດ ທັງຍັງໄດ້ຮ່ວມມືກັບປະເທດເພື່ອນບ້ານໃນ ການສ້າງຕັ້ງໜ່ວຍ ພິເສດເພື່ອປະສານງານໃນການປາບປາມຢູ່ຊາຍແດນເປັນການສະເພາະ ດ້ວຍ.

ແຕ່ຢ່າງໃດກໍຕາມ ກໍຍັງປະກົດວ່າມີເຍົາວະຊົນ ລາວ ເຂົ້າໄປຫຍຸ້ງກ່ຽວກັບຢາເສບຕິດຫຼາຍຂຶ້ນ ເພາະການສຳຫຼວດພົບວ່າມີເຍົາວະຊົນ ລາວເພີ່ມຂຶ້ນຈາກ 245,000 ກວ່າຄົນໃນປີ 2013 ເປັນ 3 ແສນກວ່າຄົນທີ່ຢູ່ໃນສິ່ງແວດລ້ອມທີ່ມີຄວາມສ່ຽງສູງທີ່ຈະເຂົ້າໄປຫຍຸ້ງ ກ່ຽວກັບ ຢາ ເສບຕິດໃນປະຈຸບັນນີ້.

XS
SM
MD
LG