ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ພວກ IS ວາງລະ​ເບີດຝັງ​ດິນ​ ໄວ້ທົ່ວ​ເມືອງ ​ມໍລະດົກ​ໂລກ ​Palmyra ຂອງ ຊີ​ເຣຍ


ຮູ​ບນີ້ ທີ່​ໄດ້​ຖືກ​​ນຳ​ອອກ​ເຜີຍແຜ່ ໃນ​ວັນ​ທີ 22 ພຶດສະພາ 2015 ​ໂດຍ ​ເວ​ັບ​ໄຊ​ທ໌ ຂອງ​ພວກ​ລັດ​ອິສລາມ ​ສະ​ແດງ​ໃຫ້​ເຫັນ​ທຸ​ງຂອງ​ກຸ່ມ ​ປິວ​ສະ​ບັດ​ຢູ່​ເທິງຫໍ​ປະສາດ Palmyra ​ໃນ​ເມືອງ Palmyra ທາງ​ພາກ​ໃຕ້​ຂອງ ຊີ​ເຣຍ.
ຮູ​ບນີ້ ທີ່​ໄດ້​ຖືກ​​ນຳ​ອອກ​ເຜີຍແຜ່ ໃນ​ວັນ​ທີ 22 ພຶດສະພາ 2015 ​ໂດຍ ​ເວ​ັບ​ໄຊ​ທ໌ ຂອງ​ພວກ​ລັດ​ອິສລາມ ​ສະ​ແດງ​ໃຫ້​ເຫັນ​ທຸ​ງຂອງ​ກຸ່ມ ​ປິວ​ສະ​ບັດ​ຢູ່​ເທິງຫໍ​ປະສາດ Palmyra ​ໃນ​ເມືອງ Palmyra ທາງ​ພາກ​ໃຕ້​ຂອງ ຊີ​ເຣຍ.

ພວກ​ຫົວ​ຮຸ​ນ​ແຮງ​ລັດ ອິສລາມ ​ໄດ້​ວາງ​ລະ​ເບີດຝັງ​ດິນໃສ່​ທົ່ວພື້ນ​ທີ່ ຂອງ​ເມືອງ Palmyra ​ອັນ​ເປັນສະຖານ​ທີ່​ມໍ​ລະ​ດົກ​ໂລກຂອງ UNESCO​ ​ໃນ​ປະ​ເທດ ຊີ​ເຣຍ ນັ້ນ, ໜຶ່ງ​ເດືອນຫຼັງ​ຈາກ​ທີ່​ພວກ​ເຂົາ​ ​ໄດ້​ເຂົ້າ​ຄວບ​ຄຸມເມືອງດັ່ງກ່າວ. ​ເຈົ້າ​ໜ້າ​ທີ່ດ້ານວັດຖຸ​ເກົ່າ​ແກ່ ​ແລະ ຜູ້​ສັງ​ເກດ​ກາ​ນ ຄວາມ​ບໍ່​ສະຫງົບ ​ໄດ້​ກ່າວ​ໃນ​ວັນ​ອາທິດ​ວານ​ນີ້.

ລູກ​ລະ​ເບີດຝັງ​ດິນ​ຫຼາຍລູກ​ແມ່ນ​ໄດ້​ຖືກ​ວາງ​ໄວ້​ໃນ​ວັນ​ເສົາ​ທີ່​ຜ່ານ​ມາ, ​ອີງ​ຕາມ​ອົງການ​ສິ້ງ​ຊອມສິດທິ​ມະນຸດໃນ ຊີ​ເຣຍ ທີ່​ມີ​ຫ້ອງການ​ຢູ່​ປະ​ເທດອັງກິດ, ​ເຊິ່ງ​ໄດ້​ລວບ​ລວມ​ຂໍ້​ມູນ​ຈາກ​ແຫຼ່ງຂ່າວ​ຢູ່ພາຍ​ໃນ ​ຊີ​ເຣຍ.

​ຜູ້ອຳ​ນວຍ​ການ​ຂອງ​ອົງ​ການ​ສິ້ງ​ຊອມສິດທິ​ມະນຸດ​ໃນ​ ຊີ​ເຣຍ ​ກ່າວ​ຕໍ່ແຫຼ່ງຂ່າວ ​ຝຣັ່ງ ວ່າ
“ບໍ່​ທັນ​ເປັນ​ທີ່​ຮູ້ຈັກ​ເທື່ອ​ວ່າ​ ຈຸດປະສົງ​ຂອງ​ພວກ​ເຂົາແມ່ນ​ເພື່ອ​ລະ​ເບີດ​ທຳລາຍ​ຊາກ​ຫັກ
ພັງ​ດັ່ງກ່າວ ຫຼື ປ້ອງ​ກັນ​ບໍ່ໃຫ້​ກອງ​ກຳລັງ​ຂອງ​ ຊີ​ເຣຍ​ ເຄື່ອນ​ເຂົ້າໄປໃນ​ເມືອງ.”

​ໄດ້​ມີ​ການ​ຍົກຍ້າຍ​ວັດຖຸ​ໂບຮານ​ຕ່າງໆ ອອກ​ໄປ​ຈາກຫໍພິພິທະພັນ​ຢູ່​ ໃນ​ສະຖານ​ທີ່ແຫ່ງ​ນັ້ນ ກ່ອນ​ທີ່​ພວກ​ຫົວ​ຮຸນ​ແຮງ​ໄດ້ໄປຮອດ​ເມືອງ​ ໃນເດືອນພຶດສະ​ພາ. ການ​ຍົກຍ້າຍ​ແມ່ນ​ໄດ້​ຖືກ
ກະ​ຕຸ້ນ​ໃຫ້​ມີ​ຂຶ້ນ ຍ້ອນ​ການ​ໂຈມ​ຕີທຳລາຍ​ ງານ​ສິລະ​ປະ ​ແລະ ສິ່ງ​ປະ​ດິດບູຮານຕ່າງໆ ​ໂດຍພວກ​ຫົວ​ຮຸນ​ແຮງ ​ໃນການ​ປຸກລະດົມ​ຂອງ​ພວກ​ເຂົາ ​ເພື່​ອສ້າງ​ຕັ້ງ​ອານາຈັກ​ອິສລາມ
ທີ່​ເອີ້ນ​ວ່າ “Caliphate” ​ຂຶ້ນໃນ​ທົ່ວປະ​ເທດ ຊີ​ເຣຍ ​ແລະ ອີຣັກ.

ຈັ່ງໃດ​ກໍຕາມ, ຊາກ​ຫັກ​ພັງ​ຈາກ​ເມືອງ​ບູຮານ Palmyra ​ເຊິ່ງ​ເປັນ​ທີ່​ຮູ້ຈັກ​ໃນ​ອີກຊື່ໜຶ່ງວ່າ Tadmur ນັ້ນ ​ແມ່ນ​ບໍ່ສາມາດທີ່​ຈະ​ເຄື່ອນ​ຍ້າຍ​ໄປ​ບ່ອນ​ໃໝ່​ໄດ້.

​ໃນເດືອນທັນ​ວາ ​ປີ​ກາຍ​ນີ້, ອົງການສະຫະ​ປະ​ຊາ​ຊາດ ​ໄດ້​ກ່າວ​ວ່າ ​ໃນ​ລະຫວ່າງ​ຄວາມ​ວຸ້ນວາຍ​ບັ້ນ​ຕ່າງໆຂອງ ຊີ​ເຣຍ ​ເຊິ່ງປະຈຸ​ບັນ​ນີ້​ລວມມີ ຄວາມ​ຮຸ​ນ​ແຮງ​ຈາ​ກສົງຄາມ​ກາງເມືອງ ​ແລະ ຈາກພວກ​ກຸ່ມ​ລັດ​ອິສລາມ ນຳ​ນັ້ນ ມີ​ສະຖານ​ທີ່​ມໍລະດົກ​ທາງ​ວັດທະນະທຳ​
ຫຼາຍ​ກວ່າ 300 ​ແຫ່ງ ​ໄດ້​ຖືກ​ທຳລາຍ, ເປ່​ເພ​ເສຍ​ຫາຍ ຫຼື ຖືກ​ລັກຂະໂມ​ຍ​ເອົາ​ໄປ.

XS
SM
MD
LG