ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ກຸ່ມທະຫານບ້ານ ຍຶດເອົາ ເຂດອະນຸລັກ ສັດປ່າ ໃນລັດ Oregon


US Militia Standoff
please wait
Embed

No media source currently available

0:00 0:00:34 0:00

ເຊີນຊົມວິດີໂອ ກ່ຽວກັບ ຂ່າວນີ້

ກຸ່ມທະຫານບ້ານຕິດອາວຸດກຸ່ມໜຶ່ງ ໄດ້ຍຶດເອົາການຄວບຄຸມສະ ຖານທີ່ແຫ່ງໜຶ່ງ ຈາກລັດຖະບານກາງໃນເຂດຊົນນະບົດຂອງລັດ Oregon ທາງພາກຕາເວັນ ຕົກສຽງເໜືອຂອງ ສະຫະລັດ.

ກຸ່ມດັ່ງກ່າວໄດ້ບຸກເຂົ້າໄປໃນສຳນັກງານໃຫຍ່ ຂອງສະຖານທີ່ ອະ ນຸລັກສັດປ່າ ແຫ່ງຊາດ Malheur ໃນວັນເສົາວານນີ້ຫຼັງຈາກໄດ້ ຈັດການເດີນຂະບວນໃນເມືອງ Burns ທີ່ຢູ່ໃກ້ຄຽງເພື່ອປະທ້ວງ ຕໍ່ການຈັບຄົນລ້ຽງສັດໃນ ທ້ອງຖິ່ນສອງຄົນເຂົ້າ ຄຸກໃນໄວໆນີ້ຄື ທ່ານ Dwight Hammond 73 ປີຜູ້ເປັນພໍ່ ແລະ ທ່ານ Steve ອາຍຸ 46 ຜູ້ເປັນລູກ ເຊິ່ງຖືກພິພາກສາລົງໂທດກ່ຽວກັບ ການຈູດໄຟເຜົາເຂດ ທີ່ລັດຖະ ບານກາງເປັນເຈົ້າຂອງໃນຫຼາຍປີທີ່ຜ່ານມາ. ພໍ່ລູກທັງສອງ ໄດ້ຖືກຂັງ ຄຸກເປັນເວລາສັ້ນໆ ສຳລັບການກະທຳຜິດແລ້ວ, ແຕ່ຜູ້ພິພາກສາລັດຖະບານ ກາງເມື່ອບໍ່ດົນມານີ້ໄດ້ຕັດສິນວ່າ ໄລຍະການກັກຂັງຂອງພວກເຂົາເຈົ້າແມ່ນສັ້ນ ໂພດ ແລະ ໄດ້ອອກຄຳສັ່ງໃຫ້ພວກເຂົາເຈົ້າ ກັບຄືນເຂົ້າຄຸກເພື່ອຂັງເພີ່ມເຕີມອີກ 4 ປີ, ເລີ່ມຕົ້ນວັນຈັນມື້ອື່ນນີ້.

ບັນດາຫົວໜ້າຂອງກຸ່ມທະຫານບ້ານລວມມີ ລູກຊາຍ 3 ຄົນຂອງຄົນລ້ຽງສັດ ລັດ Nevada ທ່ານ Cliven Bundy ເຊິ່ງເປັນຜູ້ທີ່ໄດ້ຈັດການປະເຊີນໜ້າໃຊ້ອາວຸດ ກັບບັນດາເຈົ້າໜ້າທີ່ ລັດຖະບານໃນປີ 2014 ກ່ຽວກັບ ຄ່າເຊົ່າທົ່ງຫຍ້າລ້ຽງສັດ ໃນດິນແດນທີ່ ລັດຖະບານກາງ ເປັນເຈົ້າຂອງ ທີ່ບໍ່ໄດ້ຖືກຈ່າຍທຳນຽມ.

ໜຶ່ງໃນບັນດາ ອ້າຍນ້ອງນາມສະກຸນ Bundy ທ້າວ Ammon ໄດ້ກ່າວຕໍ່ບັນດາ ນັກຂ່າວຜ່ານ ການສຳພາດທາງໂທລະສັບວ່າ ກຸ່ມດັ່ງກ່າວມີແຜນວ່າຈະຢູ່ໃນ ສະຖານທີ່ອະນຸລັກນັ້ນຢ່າງ ບໍ່ມີກຳນົດ, ໂດຍອະທິບາຍວ່າມັນເປັນ “ເຄື່ອງມືເພື່ອ ກະທຳທຸກໆຢ່າງໂດຍການປົກຄອງ ແບບກົດຂີ່ ເຊິ່ງໄດ້ກະທຳຕໍ່ຄອບຄົວ Hammonds ມາຕະຫຼອດ.”

An armed militia group has seized control of a federal government facility in a remote area of the northwestern U.S. state of Oregon.

The group broke into the headquarters of the Malheur National Wildlife Refuge Saturday after staging a march in the nearby town of Burns to protest the imminent imprisonment of two local ranchers (, 73-year-old Dwight Hammond and his 46-year-old son Steve,) who were convicted of setting fires on federally-owned lands several years ago. Both father and son have already served brief sentences for the crimes, but a federal judge recently ruled their jail terms were too short and ordered them back to prison to serve at least four extra years, beginning Monday.

The leaders of the militia group include three sons of Nevada rancher Cliven Bundy, who staged an armed standoff with federal authorities in 2014 over unpaid grazing fees on federally-owned lands.

One of the Bundy brothers, Ammon, told reporters in a phone interview that the group plans to stay at the refuge indefinitely, describing it as "the tool to do all the tyranny that has been placed upon the Hammonds."

XS
SM
MD
LG