ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພວກຫົວຮຸນແຮງ ເຂົ້າຍຶດເອົາ ເມືອງ Qaim ຂອງອີຣັກ ທີ່ ຕິດກັບ ຊາຍແດນ ຊີເຣຍ (ສະໄລດ໌/ວີດີໂອ)


ທະຫານອີຣັກ ລາດຕະເວນຢູ່ຕາມຊາຍແດນຊີເຣຍ-ອີຣັກ ໃນເມືອງ Qaim ຊຶ່ງຕັ້ງຢູ່ໃນເຂດຮ່ອມແມ່ນ້ຳ Euphrates ປະມານ 320 ກິໂລແມັດ ຫ່າງຈາກແບັກແດດ ໄປທາງກ້ຳຕາເວັນຕົກ (20 ກໍລະກົດ 2012)
ທະຫານອີຣັກ ລາດຕະເວນຢູ່ຕາມຊາຍແດນຊີເຣຍ-ອີຣັກ ໃນເມືອງ Qaim ຊຶ່ງຕັ້ງຢູ່ໃນເຂດຮ່ອມແມ່ນ້ຳ Euphrates ປະມານ 320 ກິໂລແມັດ ຫ່າງຈາກແບັກແດດ ໄປທາງກ້ຳຕາເວັນຕົກ (20 ກໍລະກົດ 2012)
ພວກນັກລົບຂອງກຸ່ມສາສະໜາອິສລາມນິກາຍຊຸນນີ່ ໄດ້ເຂົ້າຍຶດ
ເອົາຫົວເມືອງແຫ່ງນຶ່ງ ຂອງອີຣັກ ທີ່ມີຊາຍແດນຕິດກັບຊີເຣຍ ຊຶ່ງ ອຳນວຍໃຫ້ພວກຫົວຮຸນແຮງ ຜ່ານເຂົ້າອອກຊາຍແດນ ຂອງປະ
ເທດທັງສອງໄດ້ຢ່າງເສລີ ພ້ອມດ້ວຍອາວຸດຂອງພວກເຂົາ.

ເຈົ້າໜ້າທີ່ຮັກສາຄວາມປອດໄພກ່າວວ່າ ພວກນັກລົບຂອງກຸ່ມຫົວ
ຮຸນແຮງ ລັດອິສລາມໃນອີຣັກ ແລະ Levant ທີ່ເອີ້ນຫຍໍ້ວ່າ ISIL
ຊຶ່ງເປັນກຸ່ມທີ່ແຍກໂຕ ອອກມາຈາກກຸ່ມກໍ່ການຮ້າຍອາລກາອີດາ
ນັ້ນໄດ້ເຂົ້າຍຶດເອົາເມືອງ Qaim ໃນຄືນແລ້ວນີ້ ຫຼັງຈາກໄດ້ສູ້ລົບ
ກັນຢ່າງໜັກ ໃນວັນສຸກວານນີ້. ອົງການຂ່າວເອພີໄດ້ອ້າງຄຳເວົ້າ
ຂອງເຈົ້າໜ້າທີ່ໆຂໍສະຫງວນຊື່ ທີ່ກ່າວວ່າ ເວລານີ້ ພວກຜູ້ຄົນ ໄດ້ ຂ້າມຊາຍແດນໄປມາຢ່າງເສລີ.
IRAQ VO
please wait
Embed

No media source currently available

0:00 0:00:45 0:00

ໃນການເຄື່ອນໄຫວອີກອັນນຶ່ງ ໃນວັນເສົາມື້ນີ້ ພວກນັກລົບທີ່ຈົງຮັກພັກດີ ຕໍ່ນັກສອນສາສະ ໜາອິສລາມ ນິກາຍຊີໄອທ໌ ທີ່ມີອິດທິພົນ ທ່ານ Moqtada al-Sadr ໄດ້ເດີນສວນສະໜາມ ພ້ອມດ້ວຍອາວຸດຢູ່ຕາມຖະໜົນຫົນທາງ ໃນຄຸ້ມ Sadr ໃນນະຄອນຫຼວງແບັກແດດ. ພວກ ເຂົາປະຕິຍານວ່າ ຈະທຳການສູ້ລົບກັບກຸ່ມ ISIL ຊຶ່ງໄດ້ຄວບຄຸມບໍລິເວນສ່ວນໃຫຍ່ ຢູ່ໃນ ພາກເໜືອຂອງອີຣັກ ແລະເວລານີ້ ພວມມຸ່ງໜ້າສູ່ນະຄອນຂອງອີຣັກ.

ໃນມື້ວັນສຸກວານນີ້ ຜູ້ນຳສາສະໜາຊີໄອທ໌ ທີ່ສຳຄັນສຸດຂອງອີຣັກ ໄດ້ຮຽກຮ້ອງ ໃຫ້ສ້າງຕັ້ງ ລັດຖະບານໃໝ່ ທີ່ມີປະສິດທິພາບ ເພື່ອຫລີີກລ່ຽງ ຄວາມຜິດພາດ ທີ່ເຄີຍໄດ້ກະທຳມາ ຊຶ່ງ ເປັນການເພີ້ມຄວາມກົດດັນຕໍ່ນາຍົກລັດຖະມົນຕີ ທີ່ນັບຖືສາສະໜາອິສລາມນິກາຍຊີໄອທ໌ ຂອງປະເທດ ຄືທ່ານ Nouri al-Maliki.

ການໃຫ້ຄວາມເຫັນຂອງ Ayatollah Ali al-Sistani ມີຂຶ້ນຫລັງຈາກ ປະທານາທິບໍດີສະຫະ ລັດ ທ່ານບາຣັກ ໂອບາມາ ຮຽກຮ້ອງໃຫ້ທ່ານ Maliki ສ້າງຕັ້ງລັດຖະບານ ໃນວົງກວ້າງ ທີ່ ຮວມທັງພວກທີ່ ນັບຖືສາສະໜາອິສລາມ ນິກາຍຊຸນນີ່ ແລະຊາວເຄີດ ທີ່ເປັນຊົນກຸ່ມນ້ອຍ ຂອງປະເທດ ຫລືບໍ່ດັ່ງນັ້ນແລ້ວ ກໍສ່ຽງຕໍ່ການເກີດສົງຄາມກາງເມືອງ.
XS
SM
MD
LG