ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ພວກຫົວຮຸນແຮງ ໃນອີຣັກ ຍຶດເອົາ ຫົວເມືອງ ອີກແຫ່ງນຶ່ງ (ວີດີໂອ)


ແຜນທີ່ ປະເທດລີເບຍ.
ແຜນທີ່ ປະເທດລີເບຍ.

ພວກຫົວຮຸນແຮງໃນອີຣັກ ໄດ້ໂຈມຕີຫົວເມືອງແຫ່ງນຶ່ງ ທີ່ຕັ້ງຢູ່
ທາງເໜືອຂອງ ນະຄອນຫຼວງແບັກແດດ ແລະເຂົ້າຍຶດເອົາຕຶກ
ໂຮງການລັດຖະບານທ້ອງຖິ່ນ ພ້ອມທັງສັງຫານຢ່າງໜ້ອຍ 6
ຄົນ ຮວມທັງຕຳຫຼວດ 2 ຄົນ.

ເຈົ້າໜ້າທີ່ເວົ້າວ່າ ການໂຈມຕີເມືອງ Dhuluiya ຊຶ່ງຕັ້ງຢູ່ປະມານ
80 ກິໂລແມັດ ທາງທິດເໜືອນະຄອນຫຼວງອີຣັກ ເລີ້ມຂຶ້ນໃນຕອນ
ເຊົ້າວັນອາທິດມື້ນີ້. ທະຫານລັດ ຖະບານໄດ້ເຂົ້າຍຶດເອົາເມືອງ
Dhuluiya ຄືນໃນເດືອນແລ້ວນີ້ ຫຼັງຈາກຖືກພວກ ຫົວຮຸນແຮງ
ຍຶດເອົາໄປ ແຕ່ການບຸກໂຈມຕີທີ່ມຸ່ງໜ້າໄປສູ່ນະຄອນແບັກແດັດ
ຄັ້ງໃໝ່ ປາກົດວ່າພວມເລີ້ມຂຶ້ນ.

ໃນເຫດການອີກດ້ານນຶ່ງນັ້ນ ສະພາແຫ່ງຊາດທີ່ຕົກຢູ່ໃນສະພາບບໍ່ໄປບໍ່ມາ ຂອງອີຣັກນັ້ນ
ໄດ້ເລື່ອນການປະຊຸມໃນວັນອາທິດມື້ນີ້ ຫລັງຈາກບໍ່ສາມາດເລືອກເອົາ ບັນດາຜູ້ສະໝັກ
ທີ່ຈະເຂົ້າຮັບຕຳແໜ່ງສຳຄັນໆ ອັນເປັນບາດກ້າວທີ່ຈຳເປັນໄປສູ່ ການສ້າງຕັ້ງລັດຖະບານ
ຊຸດໃໝ່. ສະພາແຫ່ງຊາດອີຣ່ານ ມີແຜນຈະປະຊຸມກັນໃໝ່ ໃນວັນອັງຄານຈະມານີ້.

ຕຳຫລວດອີຣັກຄົນໜຶ່ງ ກຳລັງກວດເບິ່ງຄາບເລືອດ ຢູ່ພື້ນດິນ ໃກ້ກັບອາຄານທີ່ເກີດເຫດ ການຍິງສັງຫານໃນແບັກແດັດ ເມື່ອວັນທີ 13 ກໍລະກົດ 2014.
ຕຳຫລວດອີຣັກຄົນໜຶ່ງ ກຳລັງກວດເບິ່ງຄາບເລືອດ ຢູ່ພື້ນດິນ ໃກ້ກັບອາຄານທີ່ເກີດເຫດ ການຍິງສັງຫານໃນແບັກແດັດ ເມື່ອວັນທີ 13 ກໍລະກົດ 2014.

ທູດພິເສດຂອງອົງການສະຫະປະຊາຊາດປະຈຳອີຣັກ ທ່ານ
Nicolay Mladenov ຮຽກຮ້ອງໃຫ້ບັນດາສະມາຊິກສະພາ
ແຫ່ງຊາດອີຣັກທັງໝົດ ໄປຮ່ວມກອງປະຊຸມສະພາ ໃນວັນອາທິດ
ມື້ນີ້. ທ່ານເວົ້າວ່າ ຄວາມບໍ່ສາມາດໃນການສ້າງຄວາມ ກ້າວໜ້າ
ເພື່ອຈັດຕັ້ງລັດຖະບານຊຸດໃໝ່ ອາດຈະແກ່ດຶງເອົາ ອີຣັກເຂົ້າໄປ
ສູ່ຄວາມ ສັບສົນວຸ້ນວາຍ ຫຼາຍກວ່ານີ້.

ໃນມື້ວັນເສົາວານນີ້ ພວກມືປືນບຸກເຂົ້າໄປໃນຕຶກອາຄານຫໍພັກ
ຫລັງນຶ່ງໃນນະຄອນຫຼວງແບັກແດດ ໂດຍໄດ້ສັງຫານຢ່າງໜ້ອຍ
29 ຄົນສ່ວນໃຫຍ່ແລ້ວແມ່ນ ພວກແມ່ຍິງ.

IRAQ VO
please wait
Embed

No media source currently available

0:00 0:00:28 0:00

XS
SM
MD
LG