ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ກຸ່ມ​​ຫົວ​ຮຸນ​ແຮງ ສັງຫານ ພວກນັກ​ໂທດ ຢ່າງນ້ອຍ​ 51 ຄົນ ແລະ ຕຳຫຼວດ 8 ຄົນ ຢູ່ອີຣັກ


نمای از هواپیمای سیل برده در چنای کشور هند
نمای از هواپیمای سیل برده در چنای کشور هند

ເຈົ້າ​ໜ້າ​ທີ່​ຂອງ​ອີຣັກ ​ກ່າວ​ວ່າ ກຸ່ມຫົວ​ຮຸນ​ແຮງ ​ໄດ້​ສັງຫານ​ນັກ
​ໂທດຢ່າງ​ນ້ອຍ 51 ຄົນ ​ແລະ​ຕຳຫຼວດອີກ 8 ຄົນ ​ໃນ​ການ​ໂຈມ
​ຕີຂະ​ບວນລົດ ​ໃນ​ພາກ​ເໜືອ​ຂອງນະຄອນ​ Baghdad.

ການ​ໂຈມ​ຕີໃນ​ວັນ​ພະຫັດ​ມື້​ນີ້ ​ໄດ້​ເກີດ​ຂຶ້ນ​ໃນ​ຂະນະ​ທີ່​ຂະບວນ
ລົດ​ກຳລັງ​ລຳລຽງ ພວກນັກ​ໂທດ ຈາກ​ຄ້າຍ​ທະຫານ ​ໃນ​ເມື​ອງ
Taji ທີ່ຢູ່​ຫ່າງ​ຈາກ​ນະຄອນ​ຫຼວງ ປະມານ 20 ກິ​ໂລ​ແມັດ. ພໍຂະ
​ບວນລົດ​ໄດ້​ຢຽບ​ລະ​ເບີດ​ແລ້ວ​ນັ້ນ ພວກ​ຫົວ​ຮຸນ​ແຮງ ກໍ​ເລີ້ມທຳ​
ການ​ຍິງ​ໂຈ​ມຕີ​.

ອີຣັກ​ໄດ້​ປະ​ເຊີນ​ກັບ​ຄວາມ​ຮຸນ​ແຮງທີ່ເພີ້ມຂຶ້ນ ​ໂດຍ​ສະ​ເພາະ ​
ໃນ​ເຂດພາກ​ເໜືອຂອງປະເທດ ບ່ອນ​ທີ່ພວກ​ຫົວ​ຮຸນ​ແຮງ​ຊຸນ​ນີ່ ​ໄດ້​ຍຶດ​ເອົາພື້ນທີ່ອັນ​ກ້ວາງ​ໃຫຍ່ ເພື່ອ​ສ້າງ​ເປັນ​ລັດ​ອິສລາມ.

​ເລຂາທິການ​ໃຫຍ່​ຂອງ​ອົງການ​ສະຫະ​ປະຊາ​ຊາດ ທ່ານ Ban Ki-moon ​ກຳລັງປະເຊີນ ກັບ ໄພຂົ່ມຂູ່ຕໍ່ຄວາມຢູ່ລອດ ແຕ່ປະເທດດັງກ່າວສາມາດເອົາຊະນະໄດ້ ໂດຍການສ້າງ ຕັ້ງລັດຖະບານທີ່ຮວມເອົາທຸກພັກຝ່າຍໃນວົງກວ້າງ.

ທ່ານ Ban ໃຫ້ຄວາມເຫັນດັ່ງກ່າວໃນວັນພະຫັດມື້ນີ້ ຊ້ອງໜ້ານາຍົກລັດຖະມົນຕີອີຣັກ ທ່ານ Nouri al-Maliki ທີ່ນະຄອນຫຼວງ Baghdad.

ບຸກຄົນທັງສອງໄດ້ພົບກັນເພື່ອສົນທະນາຫາລືກ່ຽວກັບວ່າ ຈະແກ້ໄຂວິກິດການ ທີ່ພາໃຫ້ ມີການເພີ້ມທະວີຄວາມຮຸນແຮງຢູ່ໃນອີຣັກໄດ້ແນວໃດ.

ສະມາຊິກສະພາອີຣັກມີກຳນົດທີ່ຈະລົງຄະແນນສຽງໃນວັນພະຫັດມື້ນີ້ ເພື່ອເລືອກເອົາປະ ທານາທິບໍດີຄົນໃໝ່ ໃນຂະນະທີ່ພວກທ່ານສືບຕໍ່ຫາທາງສ້າງຕັ້ງລັດຖະບານຊຸດໃໝ່ຫລັງ ຈາກການເລືອກຕັ້ງໃນເດືອນເມສາຜ່ານມາ.

ລັດຖະບານທີ່ນຳພາໂດຍທ່ານ Maliki ທີ່ນັບຖືສາສະໜາອິສລາມນິກາຍຊີໄອທ໌ນັ້ນໄດ້ ຖືກຕຳໜິຕິຕຽນວ່າ ກີດກັນພວກນິກາຍຊຸນນີ່ແລະຊາວເຄີດທີ່ເປັນຊົນກຸ່ມນ້ອຍ.

XS
SM
MD
LG