ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ລັດຖະບານ ຊີເຣຍ ກັບ ຝ່າຍກົງກັນຂ້າມ ປະຕິຍານຈະສືບຕໍ່ ການເຈລະຈາສັນຕິພາບ


ເອກອັກຄະລັດຖະທູດ ຊີເຣຍ ປະຈຳອົງການສະຫະປະຊາ
ຊາດ ທ່ານ Bashar al Ja'afari, ນຳໜ້າຄະນະຜູ້ແທນ
ລັດຖະບານ ຊີເຣຍ ກ່າວຄຳປາໄສຕໍ່ສື່ມວນຊົນ ກ່ຽວກັບ ການເຈລະຈາສັນຕິພາບພາຍໃນ ຊີເຣຍ ກັບທູດພິເສດອົງການ ສະຫະປະຊາຊາດ ຮັບຜິດຊອບບັນຫາຊີເຣຍ ທ່ານ Staffan de Mistura ຢູ່ທຳນຽບ Palais des Nations ໃນນະຄອນ ເຈນີວາ, ປະເທດ ສວິດເຊີແລນ, 25 ກຸມພາ 2017.
ເອກອັກຄະລັດຖະທູດ ຊີເຣຍ ປະຈຳອົງການສະຫະປະຊາ ຊາດ ທ່ານ Bashar al Ja'afari, ນຳໜ້າຄະນະຜູ້ແທນ ລັດຖະບານ ຊີເຣຍ ກ່າວຄຳປາໄສຕໍ່ສື່ມວນຊົນ ກ່ຽວກັບ ການເຈລະຈາສັນຕິພາບພາຍໃນ ຊີເຣຍ ກັບທູດພິເສດອົງການ ສະຫະປະຊາຊາດ ຮັບຜິດຊອບບັນຫາຊີເຣຍ ທ່ານ Staffan de Mistura ຢູ່ທຳນຽບ Palais des Nations ໃນນະຄອນ ເຈນີວາ, ປະເທດ ສວິດເຊີແລນ, 25 ກຸມພາ 2017.

ນັກເຈລະຈາຂອງລັດຖະບານ ຊີເຣຍ ກ່າວວ່າ ເພິ່ນເຊື່ອວ່າການໂຈມຕີທີ່ຮ້າຍແຮງໃນ ເມືອງ Homs ໃນວັນເສົາວານນີ້ ແມ່ນມີເຈຕະນາເພື່ອລົບກວນການເຈລະຈາສັນຕິພາບ ເຊິ່ງກຳລັງດຳເນີນຢູ່ໃນປະຈຸບັນນີ້ທີ່ນະຄອນ ເຈນີວາ.

ທ່ານ Bashar al-Ja’afari ໄດ້ກ່າວຕໍ່ບັນດານັກຂ່າວວ່າ “ລະເບີດຂອງພວກກໍ່ການ ຮ້າຍທີ່ແຕກຢູ່ເມືອງ Homs ແມ່ນການສົ່ງຂໍ້ຄວາມເຖິງນະຄອນ ເຈນີວາ ຈາກພວກ ສະໜັບສະໜູນລັດທິ ກໍ່ການຮ້າຍ, ແລະ ພວກເຮົາຂໍບອກໝົດທຸກຄົນວ່າ ພວກເຮົາ ໄດ້ຮັບຂໍ້ຄວາມດັ່ງກ່າວ ແລະ ການກໍ່ອາຊະຍາກຳນີ້ ຈະບໍ່ຖືກສົ່ງຕໍ່ໂດຍບໍ່ມີການ ຮັບຮູ້.”

ທ່ານ Ja’afari ໄດ້ພົບປະກັບທູດພິເສດອົງການສະຫະປະຊາຊາດປະຈຳ ຊີເຣຍ ທ່ານ Staffan de Mistura ໃນນະຄອນ ເຈນີວາ. ທ່ານ De Mistura ໄດ້ກ່າວຕໍ່ບັນດານັກ ຂ່າວກ່ອນເຂົ້າກອງປະຊຸມວ່າ ທ່ານຫວັງວ່າການໂຈມຕີນນີ້ ຈະບໍ່ສົ່ງຜົນກະທົບ ຕໍ່ຂະບວນການສັນຕິພາບ, ໂດຍເອີ້ນພວກເຂົາວ່າ “ຜູ້ເຮັດໃຫ້ສັນຕິພາບເສື່ອມເສຍ.” ທຸກຄັ້ງທີ່ພວກ ເຮົາກຳລັງມີການເຈລະຈານັ້ນ ມັນມັກຈະມີຜູ້ໃດຜູ້ໜຶ່ງທີ່ພະຍາຍາມ ທຳລາຍມັນ. ພວກເຮົາໄດ້ຄາດເຫດການນັ້ນໄວ້ກ່ອນແລ້ວ.

ຫຼັງຈາກການພົບປະກັນ, ທ່ານ Ja’afari ໄດ້ອ້າງວ່າ ບັນດານັກເຈລະຈາຂອງກຸ່ມ ຝ່າຍຄ້ານ ກ່າວປະນາມການໂຈມຕີວ່າເປັນຫຼັກຖານໃນຄຳໝັ້ນສັນຍາຂອງພວກເຂົາ ຕໍ່ຂະບວນການສັນຕິພາບ. “ທຸກໆຝ່າຍທີ່ປະຕິເສດການກ່າວປະນາມຕໍ່ການ ໂຈມຕີຂອງມື້ນີ້ ພວກເຮົາຈະຖືວ່າຝ່າຍນັ້ນສົມຮູ້ຮ່ວມຄິດ ກັບລັດທິກໍ່ ການຮ້າຍ.”

ສຳລັບພາກສ່ວນຂອງພວກເຂົາເຈົ້ານັ້ນ, ກຸ່ມຝ່າຍຄ້ານ ໄດ້ປະຕິຍານວ່າ ຈະສືບຕໍ່ ດ້ວຍການເຈລະຈາ, ແຕ່ໄດ້ກ່າວປະນາມລັດຖະບານ ໃນການພະຍາຍາມທີ່ຈະລອບ ທຳລາຍພວກເຂົາເຈົ້າ ໂດຍການອອກຄຳສັ່ງໃສ່ຝ່າຍກົງກັນຂ້າມ.

ບັນດາຜູ້ແທນຝ່າຍຄ້ານບາງຄົນ ກໍໄດ້ກ່າວປະນາມລັດທິກໍ່ການຮ້າຍໂດຍທົ່ວໄປ, ແຕ່ກໍ ຍັງໄດ້ໃຫ້ຮ່ອງຮອຍວ່າການໂຈມຕີໃນເມືອງ Homs ໃນວັນເສົາທີ່ຜ່ານມາວ່າ ແທ້ຈິງ ແລ້ວອາດເປັນນໍ້າມືຂອງກອງກຳລັງລັດຖະບານ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG