ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ກອງທັບ​​ໄນ​ຈີ​ເຣຍ ​ໄດ້​ສັງຫານ ພວກ​ກໍ່​ການ​ຮ້າຍ Boko Haram 53 ຄົນ (ວີດີໂອ)


ພວກເຄື່ອນໄຫວ ກົດດັນໃຫ້ ລັດຖະບານໄນຈີເຣຍ ຊອກຫາ ເດັກນັກຮຽນຍິງທີ່ຖືກລັກພາຕົວໄປ ເມື່ອເດືອນເມສາຜ່ານມາ ໃນການໂຮມຊຸມນຸມປຸກລະດົມໃນຫົວຂໍ້ "Bring Back Our Girls" ຢູ່ທີ່ເມືອງ Lagos ເມື່ອວັນທີ 5 ກໍລະກົດ 2014.
ພວກເຄື່ອນໄຫວ ກົດດັນໃຫ້ ລັດຖະບານໄນຈີເຣຍ ຊອກຫາ ເດັກນັກຮຽນຍິງທີ່ຖືກລັກພາຕົວໄປ ເມື່ອເດືອນເມສາຜ່ານມາ ໃນການໂຮມຊຸມນຸມປຸກລະດົມໃນຫົວຂໍ້ "Bring Back Our Girls" ຢູ່ທີ່ເມືອງ Lagos ເມື່ອວັນທີ 5 ກໍລະກົດ 2014.

ກອງທັບໄນ​ຈີ​ເຣຍ ກ່າວ​ວ່າ ​ພວກ​ຕົນ​ໄດ້​ສັງຫານ ພວກ​ກໍ່​ການ​ຮ້າຍ
ມຸສລິ​ມຫົວ​ຮຸນ​ແຮງ Boko Haram 53 ຄົນ​ ໃນລະຫວ່າງ ທີ່​ພວກ​
ເຂົາທຳການ​ໂຈມ​ຕີ ຄ້າຍ​ທະຫານ​ແຫ່ງ​ນຶ່ງ​ ທີ່ເມືອງ Damboa
ທາງພາກ​ຕາ​ເວັນ​ອອກສຽງ​ເໜືອ​ຂອງ​ປະ​ເທດ.

ໂຄສົກກ​ອງ​ທັບກ່າວ​ວ່າ ມີທະຫານ​ 6 ຄົນເສຍ​ຊີວິດ​ໃນ​ຄັ້ງນີ້.

ຊາວ​ບ້ານ​ໃນ​ທ້ອງ​ຖິ່ນ​ກ່າວ​ວ່າ ​ພວກ​ກໍ່​ການ​ຮ້າຍ​ໄດ້​ຈູດ​ເຜົາ
​ອາຄານ​ຈຳນວນ​ໜຶ່ງ ລວມທັງຄ້າຍ​ຕຳຫລວດ​ ໃນ​ການ​ໂຈມ​ຕີ​ເມື່ອ
​ຄ່ຳ​ຄືນ ​ຂອງວັນ​ສຸກ​ທີ່ຜ່ານ​ມາ.

​ເມືອງ Damboa ​ແມ່ນ​ຢູ່​ໃນລັດ Borno ​ແລະ​ໃກ້​ກັບໝູ່​ບ້ານ​ Chibok ​ບ່ອນ​ທີ່ ພວກ Boko Haram ​ໄດ້​ລັກ​ພາ​ຕົວ​ນັກ​ຮຽນຍິງ ຫຼາຍກວ່າ 200 ຄົນ​ໄປ ​ໃນ​ເດືອນ​ເມສາ​ທີ່​ຜ່ານ​ມາ. ພວກ​ເດັກຍິງ​ເຫຼົ່ານັ້ນ ​ແມ່ນ​ຍັງ​ຖືກ​ຈັບໄວ້​ເປັນ​ຕົວ​ປະກັນຢູ່.

ພວກ Boko Haram ​ໄດ້​ສັງຫານ​ ຫຼາຍພັນ​ຄົນ​ໄປ​ແລ້ວ ໃນ​ການປຸກລະດົມກໍ່​ການ​ຮ້າຍ ​ເພື່ອ​ຫັນປ່ຽນ ​ພາກ​ເໜືອ​ຂອງ​ໄນ​ຈີ​ເຣຍ ໃຫ້​ເປັນ​ລັດ​ອະນຸລັກ​ນິຍົມ​ມຸ​ສລິ​ມ.

NIGERIA VIOLENCE VO
please wait
Embed

No media source currently available

0:00 0:00:28 0:00

XS
SM
MD
LG