ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ກຸ່ມ Taliban ໂຈມຕີ ເດີ່ນເຮືອບິນ ສາກົນ ໃນນະຄອນຫຼວງ ກາບູລ (ວີດີໂອ)


ລົດກຳລັງຮັກສາຄວາມປອດໄພ ຟ້າວແລ່ນໄປຍັງຈຸດທີ່ມີຄວັນພຸ່ງ ຂຶ້ນ​ສູ່ທ້ອງຟ້າ ໃກ້ກັບເດີ່ນເຮືອບີນສາກົນອັຟການິສຖານ ຢູ່ນະຄອນຫລວງກາບູລ ເມື່ອວັນທີ 17 ກໍລະກົດ 2014.
ລົດກຳລັງຮັກສາຄວາມປອດໄພ ຟ້າວແລ່ນໄປຍັງຈຸດທີ່ມີຄວັນພຸ່ງ ຂຶ້ນ​ສູ່ທ້ອງຟ້າ ໃກ້ກັບເດີ່ນເຮືອບີນສາກົນອັຟການິສຖານ ຢູ່ນະຄອນຫລວງກາບູລ ເມື່ອວັນທີ 17 ກໍລະກົດ 2014.

ການ​ໂຈມ​ຕີ​ເດີ່ນ​ເຮືອບິນ​ສາກົນອັຟກາ​ນິສຖານ ​ໃນ​ນະຄອນ
​ຫລວງ ກາ​ບູລ ໂດຍພວກກະບົດ Taliban ​ປາກົດວ່າໄດ້​ຍຸດຕິ
​ລົງແລ້ວ 4 ຊົ່ວໂມງກວ່າໆ ຫຼັງຈາກ​ທີ່​ໄດ້​ເລີ້​ມ​ຂຶ້ນ.

ລາຍ​ງານ​ຂ່າວຈາກ​ນະຄອນຫລວງ​ກາ​ບູລ ​ໄດ້​ອ້າງ​ຄຳ​ເວົ້າຂອງ
ບັນດາເຈົ້າໜ້າ​ທີ່​ຮັກສາ​ຄວາມ​ປອດ​ໄພ​ ທີ່​ກ່າວວ່າ ພວກ​ຕົນ​ໄດ້
​ເຂົ້າຄວບຄຸມ ເດີ່ນ​ເຮືອບິນ​ແລ້ວ ​ແລະ​ພວກ​ກະບົດ​ທັງຫຼາຍ ທີ່​ມີ​
ສ່ວນ​ກ່ຽວ​ຂ້ອງໄດ້ຖືກ​ຂ້າ​ຕາຍໝົດ.

ຊາວບ້ານ​ຜູ້​ນຶ່ງຊື່ວ່າ Jahangar Khan ​ໄດ້ກ່າວ​ວ່າ ການ​ໂຈມ​ຕີ​ໃນ​ຄັ້ງນີ້​ເລີ້ມ​ຂຶ້ນດ້ວຍ​ການ​ຍິງ​ຈະ​ຫລວດ​ ຈາກ​ອາຄານ​ທີ່​ບໍ່​ມີ​ຄົນ​ອາ​ໄສ​ຢູ່ ​ໄປ​ໃສ່ເດີ່ນ​ເຮືອບິນ​ແລະ​ຫລັງຈາກນັ້ນກອງ​ກຳລັງ​ຮັກສາ​ຄວາມ​ປອດ​ໄພ​ອັຟການິສຖານ ກໍ​ໄດ້​ຍິງ​ຕອບ​ໂຕ້. ລາວ​ເວົ້າອີກ​ວ່າ ລົດ​ຄັນ​ນຶ່ງ​ຢູ່ ​ໃນຖະໜົນໄດ້ເກີດໄຟ​ໄໝ້​ແລ້ວກໍລະ​ເບີດ​ຂຶ້ນ.

ຜູ້​ບັນຊາ​ການ​ຕຳຫລວດ​ໃນນະຄອນຫຼວງກາ​ບູລ ທ່ານ Mohammad Zahir ກ່າວ​ວ່າ
​ເດີ່ນ​ເຮືອບິນ​ບໍ່ໄດ້​ຮັບ​ຄວາມ​ເສຍ​ຫາຍ​ໃດໆ ​ແລະ​ເຈົ້າ ໜ້າ​ທີ່​ຕຳຫລວດ​ຄົນ​ນຶ່ງ​ໄດ້​ຮັບ​ບາດ​
ເຈັບເລັກ​ໜ້ອຍ​.

​ເຮືອບິນ​ຂອງ​ສາຍ​ການບິນ​ຕ່າງໆ ​ໄດ້​ຖືກ​ສັ່ງໃຫ້ໄປລົງຢູ່​ເດີ່ນ​ເຮືອບິນ​ອື່ນໆ.

​ນີ້ແມ່ນຄວາມຮຸນແຮງທີ່ສຳຄັນ​ເທື່ອ​ທີ 2 ທີ່​ມີ​ລາຍ​ງານ​ວ່າ ໄດ້ເກີດຂຶ້ນຢູ່ໃນອັຟການິສຖານ.
​ໃນ​ວັນ​ອັງຄານ​ທີ່​ຜ່ານ​ມາໄດ້ມີການໂຈມຕີດ້ວຍລົດ ​ລະ​ເບີດ ຢູ່​ທີ່​ຕະຫລາດ ​ຊຶ່ງແອອັດ
ໄປດ້ວຍຜູ້ຄົນ ທີ່​ແຂວງ Paktika ໂດຍໄດ້ສັງຫານ​ 43 ຄົນ.

ຄວາມ​ຮຸນ​ແຮງດັ່ງກ່າວ ບັງເອີນເກີດ​ຂຶ້ນພ້ອມໆກັນ​ກັບມີການ​ເລີ້ມ​ກວດ​ສອບເບິ່ງ
ບັດຄະແນນສຽງ ໃນການ​ນັບ​ບັດ​ຄືນ​ໃໝ່ ຂອງ​ການ​ເລືອກ​ຕັ້ງປະທານາທິບໍ​ດີ​ ທີ່​ມີ​ການ
ຖົກຖຽງກັນນັ້ນ. ການກວດ​ສອບ​ດັ່ງກ່າວ​ແມ່ນ​ຄາດ​ວ່າ​ຈະຕ້ອງ​ໃຊ້​ເວລາ​ຫຼາຍອາທິດ.

AFGHANISTAN VIOLENCE UPD VOSOTVO
please wait

No media source currently available

0:00 0:00:39 0:00

XS
SM
MD
LG