ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ຮັງກາຣີ ອະນຸຍາດໃຫ້ ອົບພະຍົບ ເຂົ້າໄປສະຖານີລົດໄຟ ແຕ່ບໍ່ໃຫ້ເດີນທາງ ໄປຢູໂຣບຕາເວັນຕົກ


ພວກອົບພະຍົບ ທີ່ຫວັງວ່າຢາກຈະເດີນທາງ ໄປຍັງພາກຕາ
ເວັນຕົກ ໄດ້ພາກັນອັ່ງອໍເຕັມສະຖານີລົດໄຟທີ່ນະຄອນຫຼວງ
Budapest ຫຼັງຈາກຕຳຫຼວດໄດ້ເປີດສະຖານີລົດໄຟດັ່ງກ່າວ
ຄືນອີກ ແຕ່ເຈົ້າໜ້າທີ່ຮັງກາຣີກ່າວວ່າ ຈະບໍ່ມີລົດໄຟແລ່ນໄປ
ຢູໂຣບຕາເວັນຕົກ.

ຕຳຫຼວດໄດ້ອອກໜີໄປຈາກສະຖານີລົດໄຟ Keleti ໃນວັນພະ
ຫັດມື້ນີ້ຫຼັງຈາກໄດ້ປະເຊີນໜ້າເປັນເວລາ 2 ມື້ກັບພວກອົບພະ
ຍົບ ທີ່ຫວັງວ່າຈະໄດ້ພາກັນຂຶ້ນ ລົດໄຟໄປເຢຍຣະມັນ ບ່ອນທີ່ ພວກເຂົາເຈົ້າວາງແຜນໄວ້ວ່າຈະຂໍລີ້ໄພຢູ່ທີ່ນັ້ນ.

Europe Migrants
please wait
Embed

No media source currently available

0:00 0:01:56 0:00

ແຕ່ໃນຂະນະທີ່ພວກອົບພະຍົບໄດ້ຮັບອະນຸຍາດໃຫ້ເຂົ້າໄປໃນສະຖານີລົດໄຟໄດ້ນັ້ນ ຍັງ
ບໍ່ທັນເປັນທີ່ຈະແຈ້ງວ່າ ພວກເຂົາເຈົ້າຈະເດີນທາງໄປໃສແທ້ ໂດຍປາສະຈາກທາງເລືອກ
ໃນການເດີນທາງໄປຢູໂຣບຕາເວັນຕົກ.

ເຈົ້າໜ້າທີ່ຮັງກາຣີໄດ້ອະນຸຍາດໃຫ້ຜູ້ຄົນເດີນທາງໄປຢູໂຣບຕາເວັນຕົກໄດ້ຈາກສະຖານີ
ລົດໄຟ Keleti ໂດຍບໍ່ຕ້ອງມີວີຊ່າ ຂອງສະຫະພາບຢູໂຣບ ໃນມື້ວັນຈັນແລ້ວ ຫລັງຈາກ
ເຢຍຣະມັນປະກາດວ່າ ຕົນຈະຮັບເອົາຄຳຮ້ອງ ຂອງພວກອົບພະຍົບ ແຕ່ໃນວັນອັງຄານ ເຈົ້າໜ້າທີ່ຮັງກາຣີ ໄດ້ເລີ້ມໃນທັນທີທັນໃດ ບໍ່ໃຫ້ຜູ້ຄົນເດີນທາງໄດ້ໂດຍປາສະຈາກວີຊ່າ.

ນາຍົກລັດຖະມົນຕີຮັງກາຣີ ທ່ານ Viktor Orban ກ່າວໃນວັນພະຫັດມື້ນີ້ວ່າ ບັນຫາອົບ ພະຍົບຢູ່ເຂດຊາຍແດນຂອງຮັງກາຣີບໍ່ແມ່ນບັນຫາຂອງຢູໂຣບແຕ່ແມ່ນບັນຫາຂອງເຢຍ
ຣະມັນ.

ທ່ານ Orban ກ່າວທີ່ນະຄອນ Brussels ຫຼັງຈາກພົບປະກັບປະທານສະພາຢູໂຣບທ່ານ Matin Schulz. ທ່ານ Orban ເວົ້າວ່າ ພວກອົບພະຍົບຕ້ອງໄດ້ຜ່ານປະເທດຂອງທ່ານ ແລະປະເທດອື່ນໆອີກກ່ອນຈະໄປຮອດເຢຍຣະມັນ. ທ່ານກ່າວວ່າ ຮັງກາຣີໄດ້ເຮັດທຸກສິ່ງ
ທຸກຢ່າງເທົ່າທີ່ເປັນໄປໄດ້ເພື່ອປະຕິບັດຕາມກົດລະບຽບຂອງຢູໂຣບ ຮວມທັງຈົດທະບຽນ
ພວກອົບພະຍົບກ່ອນທີ່ຈະອະນຸຍາດໃຫ້ພວກເຂົາເດີນທາງໄປຢູໂຣບຕາເວັນຕົກ.

ແຕ່ປະທານສະພາຢູໂຣບ ທ່ານ Schulz ບໍ່ເຫັນພ້ອມນຳ ໂດຍກ່າວວ່າ ບັນຫານີ້ ບໍ່ແມ່ນ
ຂອງເຢຍຣະມັນແຕ່ພຽງຜູ້ດຽວແຕ່ເປັນຂອງຢູໂຣບທັງໝົດ. ທ່ານເວົ້າວ່າ ການແຈກຢາຍ ຂອງອົບພະຍົບ 500,000 ຄົນໃນໝູ່ປະຊາກອນ ທີ່ມີທັງໝົດ 507 ລ້ານຄົນນັ້ນ ບໍ່ແມ່ນ
ບັນຫາເລີຍ ແຕ່ການໃຫ້ພວກອົບພະຍົບພັກພາອາໄສຢູ່ ແຕ່ໃນບໍ່ເທົ່າໃດປະເທດສະມາ ຊິກນັ້ນ ຈະເປັນບັນຫາ. ທ່ານກ່າວວ່າ ຄວາມເປັນພະລາດອນພາບຂອງຢູໂຣບແມ່ນກະ ແຈສຳຄັນໃນການແກ້ໄຂບັນຫານີ້.

ສະຫະພາບຢູໂຣບພວມສູ້ຊົນໃນການຮັບມືກັບວິກິດການອົບພະຍົບທີ່ຮ້າຍແຮງສຸດ ນັບ
ແຕ່ສົງຄາມໂລກຄັ້ງທີສອງເປັນຕົ້ນມາ. ອົບພະຍົບຫລາຍໆລ້ານຄົນໄດ້ເດີນທາງໄປເຖິງ
ຊາຍແດນຂອງຢູໂຣບ ໃນຮອບປີທີ່ຜ່ານມາ ໂດຍພາກັນຫລົບໜີ ບັນຫາຂັດແຍ້ງ ແລະ
ຄວາມທຸກຍາກຢູ່ໃນປະເທດຊີເຣຍ ແລະເຂດອື່ນໆ ຂອງພາກຕາເວັນອອກກາງ ເອເຊຍ
ແລະອາຟຣິກາ.

ສະຫະພາບຢູໂຣບ ຊຶ່ງມີສະມາຊິກ 28 ປະເທດ ມີແຜນການທີ່ຈະເປີດການເຈລະຈາສຸກ
ເສີນ ໃນວັນທີ 14 ກັນຍານີ້ ກ່ຽວກັບບັນຫາດັ່ງກ່າວ.

Hungary Allows Migrants Into Train Station, Blocks Travel West
please wait

No media source currently available

0:00 0:02:00 0:00

XS
SM
MD
LG