ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຜູ້ນໍາສະຫະພັນກະຫລ່ຽງ ໂອ້​ລົມ​ສົນທະນາ​​ກັນ​ກັບ ທ່ານນາງອອງ ຊານ ຊູຈີ


ກອງ​ປະຊຸມ​ຫຼາຍ​ພັກ​ຝ່າຍ​ຂອງ​ມຽນມາ
ກອງ​ປະຊຸມ​ຫຼາຍ​ພັກ​ຝ່າຍ​ຂອງ​ມຽນມາ

ບັນດາ​ຜູ້​ນໍ​າຂອງ​ຂະ​ບວນການກະບົດທີ່​ຍາວ​ນານ​ທີ່​ສຸດຂອງ​ມຽນມາ ​ໄດ້​ພົບ​ປະກັນ
ໃນ​ວັນ​ອາທິດ​ວານ​ນີ້ ​ກັບ ທ່ານ​ນາງ Aung San Suu Kyi ຜູ້​ນໍາ ເພື່ອປະຊາ​ທິ​ປະໄຕ
ໃນມຽນມາ ​ທີ່​ຫາ​ກໍ​ຖືກ​ເລືອກເຂົ້າ​ເປັນ​ສະ​ມາ​ຊິກ​ສະພາ​ ຢູ່ບ້ານ​ພັກ​ຂອງ​ທ່ານ​ນາງ ​
ໃນນະຄອນຢາງ​ກຸ້ງ.

ຄະນະ​ຜູ້​ແທນ​ຂອງ​ສະຫະພັນຊາດ​ກະ​ຫຼ່ຽງ ທີ່​ນໍາພາ​ໂດຍເລຂາ​ທິ​ການໃຫຍ່ ທ່ານ
Zipporah Sein ​ໄດ້​ກ່າວ​ໃນ​ຄໍາ​ຖະ​ແຫລ​ງ​ສະ​ບັບນຶ່ງ​ວ່າ ພວກ​ເພິ່ນ​ໄດ້​ໂອ້​ລົມ​ສົນທະນາ​
ກັນ​ຢ່າງ​ລະອຽດ ກ່ຽວ​ກັບ​ການຢຸດ​ຍິງ ​ທີ່​ໄດ້​ມີ​ການ​ຕໍ່​ລອງ​ກັນ​ໃນ​ອາທິດແລ້ວ​ນີ້ ກັບ​ທາງ​
ລັດຖະບານນັ້ນ. ທ່ານ​ນາງ Suu Kyi ​ໄດ້ກ່າວ​ຕໍ່​ບັນດາ​ນັກ​ຂ່າວວ່າ ການ​ຢຸດ​ຍິງ​ແມ່ນ​ເປັນ
ພຽງ​ບາດກ້າວ​ຂັ້ນ​ທໍາ​ອິດ​ເທົ່າ​ນັ້ນ​ຂອງເສັ້ນທາງ​ໄປສູ່​ສັນຕິພາບ.

/ສຽງ:ທ່ານ​ນາງ Aung San Suu Kyi/

ທ່ານ​ນາງ​ກ່າວ​ວ່າ​… “​ດັ່ງ​ທີ່​ພວກ​ເຮົາທຸກ​ຄົນຮູ້​ກັນ​ນັ້ນ, ການ​ຢຸດ​ຍິງ​ເປັນພຽງ​ບາດ
ກ້າວ​ຂັ້ນ​ທໍາ​ອິດ​ເທົ່າ​ນັ້ນ. ພວກ​ເຮົາ​ຈະ​ບໍ່​ມີ​ສັນຕິພາບ​ໄດ້​ ຖ້າ​ບໍ່​ມີ​ການ​ຢຸດ​ຍິງ.
ຂະນະ​ນີ້ ພວກ​ເຮົາ​ແມ່ນ​ຢູ່​ໃນ​ຂັ້ນ​ຕອນ​ທໍາ​ອິດ, ພວກ​ເຮົາ​ຈໍ​າ​ເປັນຕ້ອງ​ໄດ້ລໍຖ້າ
ໃຫ້ບາດກ້າວ​ທໍາ​ອິດ​ນີ້​ ເປັນ​ຮູບ​ປະ​ທໍາ​ຂຶ້ນ​ມາ​ເສຍ​ກ່ອນ. ຫຼັງ​ຈາກ​ນັ້ນແລ້ວ
ພວກ​ເຮົາ​ກໍ​ຈະ​ເອົາ​ບາດກ້າວ​ຂັ້ນ​ຕໍ່​ໄປ. ”

ທ່ານ Zipporah Sein ​ກ່າວ​ວ່າ ນອກ​ນີ້​ແລ້ວ ທັງ​ສອງ​ຝ່າຍ​ຍັງໄດ້​ໂອ້ລົມກັນ​ເຖິງ​ເລື່ອງ
ຄວາມຕ້ອງການ​ຕ່າງໆຂອງ​ຊົນ​ເຜົ່າ​ອື່ນໆ​ນໍາ.

ການ​ພົບ​ປະກັນ​ນັ້ນ​ມີ​ຂຶ້ນ ​ນຶ່ງ​ມື້ ຫຼັງ​ຈາກ​ຜູ້ຕາງໜ້າ​ສະຫະພັນ​ຊາດ​ກະ​ຫຼ່ຽງ ຫຼື KNU
ໄດ້​ພົບ​ປະ​ກັບ​ປະທານາທິບໍດີ Thein Sein ທີ່ນະຄອນຫຼວງການ​ປົກຄອງ ​ເນ​ປີ​ດໍ
(Naypytaw).​ບັນດາເຈົ້າ​ໜ້າ​ທີ່​ KNU ກ່າວ​ວ່າ ປະທານາທິບໍດີ Thein Sein ​ໄດ້​ບອກ
ກັບ​ພວກ​ເຂົາ​ເຈົ້າ​ວ່າທາງ​ລັດຖະບານກໍາລັງພະຍາຍາມ​ຈົນ​ສຸດ​ຄວາມ​ສາມາດ ທີ່​ຈະເອົາ​ຊື່​
ຂອງ​ພວກ​ເຂົາ​ເຈົ້າ​ອອກ​ຈາກບັນຊີພວກອົງການ​ຈັດ​ຕັ້ງ​ນອກກົດ​ໝາຍ ​ໃຫ້ໄວເທົ່າ​ທີ່​ຈະ​ໄວ​ໄດ້.

XS
SM
MD
LG