ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສຫລ ຍົກເລີກ ກອງປະຊຸມ ນິວເຄລຍ ຢູ່ຕາເວັນອອກກາງ


ໂຄສົກກະຊວງການຕ່າງປະເທດສະຫະລັດ ທ່ານນາງ Victoria Nuland.
ໂຄສົກກະຊວງການຕ່າງປະເທດສະຫະລັດ ທ່ານນາງ Victoria Nuland.
ສະຫະລັດກ່າວວ່າ ກອງປະຊຸມກ່ຽວກັບການຫ້າມບໍ່ໃຫ້ມີອາວຸດ
ນິວເຄລຍຢູ່ໃນພາກຕາເວັນອອກກາງ ຈະບໍ່ມີຂຶ້ນຍ້ອນສະພາບ
ການໃນປັດຈຸບັນ ຢູ່ໃນຂົງເຂດດັ່ງກ່າວ.

ການປະກາດທີ່ວ່ານີ້ ມີຂຶ້ນທ່າມກາງ ການລະເບີດຂຶ້ນຂອງບັນ
ຫາຂັດແຍ້ງລະຫວ່າງອິສຣາແອລແລະປາແລສໄຕນ໌ຢູ່ໃນເຂດ
ກາຊາ ສົງຄາມກາງເມືອງໃນຊີເຣຍແລະສະຖານະການຄວາມ ວຸ້ນວາຍທາງການເມືອງຢູ່ໃນອີຈິບ.

ໂຄສົກກະຊວງການຕ່າງປະເທດສະຫະລັດທ່ານນາງ Victoria
Nuland ກ່າວໃນຖະແຫຼງການສະບັບນຶ່ງ ທີ່ນຳອອກເຜີຍແຜ່
ໃນວັນສຸກວານນີ້ວ່າ ຊ່ອງຫວ່າງດ້ານຄວາມຄິດຍັງມີຢູ່ຕໍ່ມາໃນ
ຂົງເຂດ ກ່ຽວກັບວ່າ ຈະຮັບມືແບບໃດຕໍ່ຄວາມໝັ້ນຄົງພູມີພາກ ແລະການຄວບຄຸມອາວຸດ.

ທ່ານນາງ Nuland ເວົ້າວ່າ ສະຫະລັດຈະບໍ່ໃຫ້ການສະໜັບສະໜຸນ ຕໍ່ກອງປະຊຸມ ທີ່ປະ ເທດໃດປະເທດນຶ່ງຢູ່ໃນຂົງເຂດຈະຖືກກົດດັນຫຼືໂດດດ່ຽວ ອັນເປັນການໝາຍເຖິງຄວາມ ວິຕົກກັງວົນຂອງສະຫະລັດທີ່ຢ້ານວ່າ ພວກເຂົ້າຮ່ວມປະຊຸມຈະພາກັນຮວມຫົວກັນໂຈມ ຕີອິສຣາແອລ.

ອີຣ່ານແລະບັນດາປະເທດອາຣັບມັກກ່າວຢູ່ເລື້ອຍໆວ່າຄັງອາວຸດນິວເຄລຍທີ່ເຊື່ອວ່າອິສ ຣາແອລມີຢູ່ນັ້ນ ເປັນໄພຂົ່ມຂູ່ຕໍ່ສັນຕິພາບ ແລະຄວາມໝັ້ນຄົງ ໃນພາກຕາເວັນອອກກາງ. ອິສຣາແອລ ແລະບັນດາປະເທດມະຫາອຳນາດຕາເວັນຕົກ ມອງເຫັນວ່າ ອີຣ່ານເປັນໄພ ຂົ່ມຂູ່ທີ່ສຳຄັນໃນການແຜ່ຜາຍອາວຸດນິວເຄລຍ. ເຕຫະຣ່ານໄດ້ປະຕິເສດວ່າຕົນບໍ່ມີຄວາມ ໄຝ່ຝັນໃດໆໃນການຢາກມີອາວຸດນິວເຄລຍ.

ການປະຊຸມທີ່ວ່ານີ້ ມີກໍານົດທີ່ຈະຈັດຂຶ້ນຢູ່ຟິນແລນ ກ່ອນທ້າຍປີນີ້.

ກ່ຽວຂ້ອງກັນ

XS
SM
MD
LG