ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

Microsoft ເປີດຕົວ ​ເຄື່ອ​ງຄອມ​ພິວ​ເຕີໃໝ່ ແບບ ​Tablet (ວີດີໂອ)


​ໂສມ​ໜ້າ​ໃໝ່​ຂອງ tablet Computer ຂອງ Mircrosoft
​ໂສມ​ໜ້າ​ໃໝ່​ຂອງ tablet Computer ຂອງ Mircrosoft

ບໍລິສັດ Microsoft ​ໄດ້​ເປີດຕົວ​ເຄື່ອ​ງຄອມ​ພິວ​ເຕີ​ໃໝ່ອັນ​ທໍາ​ອິດ ​ທີ່​ເອີ້ນ​ກັນວ່າ tablet
computer ​ເພື່ອ​ອອກ​ມາ​ແຂ່ງກັນ​ກັບ​ iPad ຂອງບໍລິສັດ Apple ຊຶ່ງ​ເປັນ​ທີ່ນິຍົມ​
ກັນ​ຫຼາຍນັ້ນ.

​ບໍລິສັດ​ເທັກໂນ​ໂລ​ຈີຍັກ​ໃຫຍ່ຂອງ​ສະຫະລັດ ​ໄດ້​ເປີດ​ໂສມໜ້າຂອງ tablet computer
ຂອງຕົນ​ໃນວັນ​ຈັນ​ວານ​ນີ້ ​ໃນ​ງານເປີດໂຕທີ່ນະຄອນ Los Angeles. ​ເຄື່ອງ computer
ໃຫມ່ ​ດັ່ງກ່າວ​ນີ້ ຈະ​ໃຊ້​ລະບົບ Windows RT ຂອງ Microsoft ​ແລະ​ຍັງ​ສາມາດ​ຕໍ່ໃສ່
ກັບປົກ ທີ່​ໃຊ້​ເປັນ​ແປ້ນ​ພິມອັກສອນ ແບບແຕະໂຕອັກສອນ ຫຼື touch keyboard.

ທາງບໍລິສັດ Microsoft ​ບໍ່​ໄດ້​ໃຫ້​ລາຍ​ລະອຽດກ່ຽວ​ກັບວັນ​ທີແນ່ນອນ​ເທື່ອວ່າ ເຄື່ອງ
tablet computer ດັ່ງກ່າວ​ນີ້ ຈະອອກ​ວາງ​ຕະຫຼາດ​ເມື່ອ​ໃດ? ແຕ່ກໍຄາດວ່າ ເຄື່ອງ
computer ດັ່ງກ່າວ ​ຈະນຳອອກ​ວາງ​ຂາຍ ພ້ອມ​ດຽວກັນ​ກັບ ລະບົບສັ່ງ​ງານ​ໃຫມ່
Window 8 ພາຍ​ໃນ​ເດືອນກັນຍາ ຫຼື​ບໍ່ກໍ ​ຕຸລາ ຈະ​ມາ​ນີ້.

XS
SM
MD
LG