ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ກ້ອງຈຸລະທັດ ຄວາມຊັດແຈ້ງສູງ ເຮັດໃຫ້ ບັນດາ ນັກຄົ້ນຄວ້າ ແນມເຫັນ ຈຸນລະພາກໄດ້


High-Resolution Microscope Brings Tiny Worlds Closer to Researchers
please wait

No media source currently available

0:00 0:01:51 0:00

ເຊີນຊົມວີດີໂອລາຍງານນີ້

ໃນຂະນະທີ່ມີການພັດທະນາຢ່າງວ່ອງໄວ ໃນດ້ານເທັກ​ໂນ​ໂລ​ຈີ
ກ່ຽວກັບ​ວັດຖຸ​ທີ່​ນ້ອຍ​ທີ່​ສຸດ ຫຼື nanotechnology ຢູ່ນີ້, ຫ້ອງຄົ້ນ
ຄວ້າ ກໍມີຄວາມຕ້ອງການເຄື່ອງມື ທີ່ມີທັນສະໄໝຫຼາຍຂຶ້ນຢູ່
ເລື້ອຍໆ ເພື່ອຈະສາມາດມອງເຫັນອັນທີ່ພວກເຂົາເຈົ້າ ກຳລັງສຶກ
ສາຄົ້ນຄວ້າຢູ່. ດຽວນີ້ ມີເຄື່ອງມືອັນນຶ່ງເຊັ່ນນັ້ນແລ້ວ ທີ່ມີໃຫ້ໃຊ້
ໂດຍທົ່ວໄປ ຈາກປະເທດ ລຸກຊຳເບີກ. ບັນດານັກວິທະຍາ
ສາດ ຢູ່ປະເທດດັ່ງກ່າວ ເວົ້າວ່າ ພວກເຂົາເຈົ້າ ໄດ້ສ້າງກ້ອງຈຸລະ
ທັດ ຄວາມຊັດແຈ້ງສູງ ທີ່ສາມາດເບິ່ງເຫັນວັດຖຸ ທີ່ມີຂະນາດນ້ອຍ
ເຖິງ 100,000 ເທົ່າ ນ້ອຍກວ່າເສັ້ນຜ່າສູນກາງຜົມຂອງມະນຸດ.
ຜູ້ສື່ຂ່າວວີໂອເອ George Putic ມີລາຍລະອຽດຕື່ມ ຊຶ່ງ
ໄຊຈະເລີນສຸກ ຈະນຳມາສະເໜີທ່ານ ໃນອັນດັບຕໍ່ໄປ.


ອຸບປະກອນອີເລັກໂທຣນິກ ທີ່ທັນສະໄໝຂະໜາດນ້ອຍຕ່າງໆ ມີຊິ້ນສ່ວນຫຼາຍຕື້ປະກອບ
ອັດເຂົ້າກັນ ຊ່ຳກັບຂະໜາດຂອງເລັບນິ້ວໂປ້. ອຸດສາຫະກຳຜະລິດສານເຄມີ ໃຊ້ແນໂນ
ເທັກໂນໂລຈີ ເພື່ອປະດິດ ຜະລິດຕະພັນທຳຄວາມສະອາດ ໃນຂະນະດຽວກັນ ພວກບໍລິ
ສັດ ເພສັດຊະກຳ ກໍພາກັນໃຊ້ພວກແນໂນເທັກໂນໂລຈີ ນຳສົ່ງຢາເຂົ້າໄປຍັງພວກເຊລ
ຂອງມະນຸດ.

ບັນດານັກວິທະຍາສາດ ຢູ່ທີ່ ສະຖາບັນ ວິທະຍາສາດ ແລະເທັກໂນໂລຈີຂອງ ລຸກຊຳເບີກ
ຫຼືເອີ້ນຫຍໍ້ວ່າ LIST ໄດ້ປະສົມປະສານ ເຄື່ອງວັດແທກໄລຍະຄື້ນຂອງແສງ ທີ່ໄດ້ອອກ
ແບບມາໂດຍສະເພາະ ທີ່ຮູ້ຈັກກັນວ່າ SIMS ເຂົ້າກັບ ກ້ອງຈຸລະທັດ ລະບົບ helium ion
ທີ່ໃຊ້ໃນດ້ານພານິດ ເພື່ອສ້າງອຸບປະກອນສ່ອງເບິ່ງດ້ວຍຄວາມຊັດແຈ້ງສູງທີ່ສຸດ ທີ່ສາມາດ
ສ່ອງເຂົ້າໄປເບິ່ງຢູ່ໃນໂລກທີ່ນ້ອຍໆ.

ທ່ານ David Dowsettt ນັກຄົ້ນຄວ້າອາວຸໂສ ຢູ່ທີ່ LIST ເວົ້າວ່າ “ພວກເຮົາສາມາດຕິດ
ຕາມເບິ່ງ ບ່ອນທີ່ພວກວັດຖຸຂະໜາດນ້ອຍນັ້ນ ໄດ້ນຳສົ່ງເຂົ້າໄປ ຍົກຕົວຢ່າງ ພວກເຊລ
ຂອງມະນຸດ. ແລະ ພວກເຮົາຍັງສາມາດເບິ່ງເຫັນວ່າ ຢາທີ່ໝາຍໄວ້ ຈະຢູ່ພາຍໃນເຊລ
ຫຼືບໍ່ ຢູ່ໃນບ່ອນດຽວກັນກັບວັດຖຸຂະນາດນ້ອຍນັ້ນ ສະນັ້ນແລ້ວ ພວກເຮົາ ຈຶ່ງສາມາດ
ທົດສອບເບິ່ງວ່າ ລະບົບການນຳສົ່ງຢານັ້ນ ມີປະສິດທິຜົນຫຼືບໍ່.”

ການນຳໃຊ້ ຕົວຈິງຂັ້ນທຳອິດ ອັນໜຶ່ງ ແມ່ນກວດສອບເບິ່ງປະສິດທິຜົນ ຂອງຜະລິດຕະພັນ
ເຄື່ອງສຳອາງໃໝ່ໆ.

ຍົກຕົວຢ່າງ ກ້ອງຈຸລະທັດໃໝ່ນີ້ ໄດ້ຊ່ວຍເຫຼືອ ບັນດານັກວິທະຍາສາດ ທົດສອບປະສິດ
ທິພາບ ຂອງນ້ຳຢາສະຜົມ ທີ່ບັນຈຸພວກວັດຖຸຂະໜາດນ້ອຍສີຂີ້ເຖົ່າ ເຊິ່ງມີມົນລະພິດສູງ
ຕໍ່ເຊື້ອພະຍາດ ທີ່ອາໄສຢູ່ໃນຜົມຂອງມະນຸດ.

ທ່ານ Dowsettt ເວົ້າວ່າ ນອກນັ້ນ “ພວກເຮົາ ຍັງສາມາດ ວິເຄາະ ຜົມນັ້ນ ພ້ອມກັນກັບ
ເບິ່ງວ່າ ນ້ຳຢາສະຜົມ ຕົວຢ່າງ ຊຶມເຂົ້າໄປຫາແຕ່ພາຍນອກຂອງຜົມ ຫຼື ເບິ່ງວ່າ ມັນຊຶມ
ເຂົ້າໄປໃນຜົມເລີກປານໃດ.”

ບັນດານັກຄົ້ນຄວ້າ ກ່າວວ່າ ກ້ອງຈຸລະທັດໃໝ່ນີ້ ຍັງອາດຈະຫາການໃຊ້ງານ ໃນດ້ານພັດ
ທະນາ ໝໍ້ໄຟ ສຳຫລັບລົດຍົນໄຟຟ້າ ແລະ ອຸບປະກອນອີເລັກໂທຣນິກຕ່າງໆ ທີ່ຖືໄປຖືມາ
ນຳນັ້ນ.

XS
SM
MD
LG